ນັກກິລາອີສະປອດທິມຊາດ ລາວ ຖ່າຍຮູບກັບ ນັກກິລາ ອີສະປອດທິມຊາດ ຫວຽດນາມ |
E-sports ແມ່ນໜຶ່ງໃນ 40 ປະເພດກິລາ ເຊິ່ງນັກກິລາມາຈາກບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມການແຂ່ງຂັນໃນ ຊີເກມ 31 ຢູ່ ຫວຽດນາມ ແຕ່ວັນທີ 12 – 23 ພຶດສະພາ. ເຖິງວ່າ, ຊີເກມ 31 ໄດ້ອັດລົງແລ້ວກໍຕາມ, ແຕ່ສຽງກັງວານຍັງດັງກ້ອງໃນໃຈນັກກິລາແຕ່ລະຄົນ ແລະ ນັບທັງແຟນກິລາອີກດ້ວຍ. ສຳລັບກິລາ E-sports ແມ່ນຍິ່ງພິເສດກວ່າ, ຍ້ອນວ່ານີ້ເປັນຄັ້ງທໍາອິດທີ່ມີຫຼາຍເກມໄດ້ຄັດເລືອກໃຫ້ຈັດການແຂ່ງຂັນຫຼາຍປານນັ້ນ, ມີເຖິງ 10 ລາງວັນສໍາລັບ ເກມ 8 ປະເພດ. ພິເສດ, ນີ້ກໍເປັນງານມະຫາກໍາກິລາຄັ້ງທໍາອິດທີ່ E-sports ຈັດການແຂ່ງຂັນສຳລັບເພດຍິງອີກດ້ວຍ, ເປັນຕົ້ນແມ່ນ ເກມ League of Legend WILD RIFT. ເພາະສະນັ້ນ, ບັນດານັກກິລາຍິງຜູ້ໃດກໍມີຄວາມພາກພູມໃຈ ທີ່ເປັນຄັ້ງທຳອິດໃນຊີວິດໄດ້ເຂົ້າຮ່ວມການແຂ່ງຂັນຄືກັນກັບເພດຊາຍ.
“ນີ້ເປັນປະເພດກິລາໃໝ່, ຢາກໃຫ້ທຸກຄົນຮູ້ຈັກ ແລະ ຍອມຮັບ. ນອກຈາກນັ້ນແລ້ວ, ຍັງມີເກມຫຼາຍປະເພດທີ່ສາມາດນຳມາແຂ່ງຂັນໄດ້. ຊີເກມ ຄັ້ງນີ້ເໝືອນວ່າເປັນຈຸດເລີ່ມຕົ້ນ ທີ່ໄດ້ນຳເກມຫຼາຍປະເພດເຂົ້າສູ່ການແຂ່ງຂັນ. ສະນັ້ນ, ຂ້າພະເຈົ້າຮູ້ສຶກພາກພູມໃຈ ແລະ ເປັນກຽດເປັນຢ່າງຍິ່ງທີ່ໄດ້ຕາງໜ້າໃຫ້ປະເທດເຂົ້າຮ່ວມການແຂ່ງຂັນຄັ້ງນີ້.”
ນັກກິລາທິມຊາດ ໄທ ແລະ ລາວ ຖ່າຍຮູບເປັນທີ່ລະນຶກ |
“ການຫຼີ້ນເກມບໍ່ພຽງແຕ່ເປັນການບັນເທິງເທົ່ານັ້ນ, ຖ້າຫາກວ່າພວກເຮົາຫຼີ້ນ ແລະ ມີການຝຶກຊ້ອມແບບມີວິໄນ, ມີວິທີນັ້ນ ມັນກໍຈະຊ່ວຍໃຫ້ເຮົາມີທັກສະທີ່ດີຫຼາຍທັກສະຄື ທັກສະໃນການເຮັດວຽກເປັນກຸ່ມ, ຄວາມສາມັກຄີ, ເຮັດໃຫ້ເຮົາມີຄວາມຕັ້ງໃຈສູງ ແລະ ຝຶກໃຫ້ຕາຂອງເຮົາວ່ອງໄວມີພິກໄຫວກວ່າ... ແລະ ກໍຍ້ອນການຝຶກຊ້ອມແບບມີ ລະບຽບວິໄນນີ້ ໄດ້ເຮັດໃຫ້ຂ້າພະເຈົ້າໄດ້ກາຍເປັນການນັກກິລາທີ່ເປັນມືອາຊີບ ແລະ ເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ. ເພາະສະນັ້ນ, ຂ້າພະເຈົ້າຫວັງວ່າ ທຸກຄົນຈະເປີດໃຈ, ເບິ່ງກິລາປະເພດນີ້ໃນຫຼາຍດ້ານຫຼາຍມູມມອງ ແລະ ຍອມຮັບເກມປະເພດຕ່າງໆນັ້ນ ເປັນກິລາປະເພດໜຶ່ງຢ່າງເປັນທາງການຄືກັບກິລາ ປະເພດອື່ນໆ.”
ບັນດານັກກິລາ E-sports ຂອງ ຟີລິບປິນ ແລະ ລາວ ຖ່າຍຮູບນຳກັນ, ຮັກແພງກັນພາຍຫຼັງການແຂ່ງຂັນ ໂດຍບໍ່ຈຳແນກທິມໃດໄດ້, ທິມໃດເສຍ |
ບໍ່ພຽງແຕ່ເທົ່ານັ້ນ, E-sports ຍັງເປັນຂົວຕໍ່ສ້າງສາຍສຳພັນໄມຕີຈິດມິດຕະພາບ ຊ່ວຍໃຫ້ໄວໜຸ່ມ - ຜູ້ທີ່ມີແນວໂນ້ມຄືກັນໃນພາກພື້ນ ແລະ ສາກົນສາມາດຫຍັບເຂົ້າໃກ້ກັນກວ່າ, ເຂົ້າໃຈກັນຫຼາຍກວ່າ. ນີ້ກໍແມ່ນທ່າໄດ້ປຽບ ເຊິ່ງກິລາຫຼາຍປະເພດອື່ນບໍ່ສາມາດເຮັດໄດ້ ຖ້າຫາກວ່າບໍ່ໄດ້ພົບກັນແບບເຊິ່ງໜ້າ. Andy - ນັກກິລາ WILD RIFT ຍິງຂອງ ໄທ ແລະ Ennis - ນັກກິລາ WILD RIFT ຍິງຂອງ ຫວຽດນາມ ແບ່ງປັນວ່າ:
“ການເຂົ້າຮ່ວມການແຂ່ງຂັນກິລາປະເພດນີ້ໄດ້ຊ່ວຍສ້າງສາຍສຳພັນໃຫ້ໄວໜຸ່ມລະຫວ່າງປະເທດ. ເຖິງວ່າຈະແພ້ ຫຼື ຊະນະ, ພວກເຮົາກໍຍັງເປັນໝູ່ກັນ, ຍັງຮັກແພງກັນ ແລະ ພົບປະແລກປ່ຽນກັນ ຊ່ວຍໃຫ້ພວກຂ້າພະເຈົ້າເຂົ້າໃຈກັນຫຼາຍຂຶ້ນ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ສາຍພົວພັນລະຫວ່າງບັນດາປະເທດມີຄວາມໃກ້ຊິດສະໜິດສະໜົມກວ່າ ແລະ ປະກອບສ່ວນສ້າງ ອາຊີຕາເວັນອອກສ່ຽງໃຕ້ເຂັ້ມແຂງກວ່າ.”
“ຫົວຂໍ້ຂອງງານມະຫາກຳກິລາ ຊີເກມ 31 ຄັ້ງນີ້ແມ່ນ “ເພື່ອພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ”, ຂ້າພະເຈົ້າຄິດວ່າ E-sports ຈະປະກອບສ່ວນຫຼາຍຢ່າງເຂົ້າໃນວິວັດທະນາການສ້າງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າໃນຕໍ່ໜ້າ. ເພື່ອໃຫ້ ອາຊີຕາເວັນອອກສ່ຽງໃຕ້ ເຂັ້ມແຂງກວ່ານັ້ນ, ຂ້າພະເຈົ້າຄິດວ່າ ກ່ອນອື່ນໝົດ, ພວກເຮົາຕ້ອງມີຄວາມຜູກພັນຢ່າງໜຽວແໜ້ນ, ເຂົ້າໃຈເຊິ່ງກັນແລະກັນ, ຮັດແຄບໄລຍະຫ່າງສາກົນ. ຂ້າພະເຈົ້າຄິດວ່າ E-sports ຈະເສີມຂະຫຍາຍໄດ້ທ່າແຮງຂອງຕົນ ນັ້ນແມ່ນສາມາດເປັນໝູ່ກັນ ແລະ ພົວພັນແລກປ່ຽນກັນໄດ້ຢູ່ທຸກທີ່ທຸກບ່ອນຜ່ານທາງອອນໄລ. ຂ້າພະເຈົ້າເອງກໍມີໝູ່ໃໝ່ຫຼາຍຄົນຜ່ານການຫຼີ້ນເກມ ແລະ ກໍມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະນຳຂອງບັນດາປະເທດບ້ານໃກ້ເຮືອນຄຽງ”.




