logo

EU ຊັ່ງ​ຊາ​ເລື່ອງ​ຍູ້​ແຮງ​ການ​ເນ​ລະ​ເທດ​ຊາວ​ອົບ​ພະ​ຍົ​ບ​ທີ່​ບໍ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ, ປະ​ຕິ​ຮູບ​ວິ​ຊາ

2026/1/30 | 07:37:30
(VOVWORLD) -     ວັນທີ 29 ມັງກອນ, ສະຫະພາບເອີຣົບ (EU) ໄດ້ປະກາດຍຸດທະສາດອົບພະຍົບໃໝ່ໃຫ້ແກ່ໄລຍະ 5 ປີ ຈະມາເຖິງ.
(ພາບປະກອບ: REUTERS/Stephanie Lecocq)

ຍຸດທະສາດໃໝ່ ໄດ້ເນັ້ນໜັກເຖິງຄວາມຈຳເປັນຍູ້ແຮງການເນລະເທດບຸກຄົນທີ່ຂໍລີ້ໄພໂດຍບໍ່ມີເງື່ອນໄຂຄົບຖ້ວນ, ຖືນີ້ແມ່ນໜຶ່ງໃນບັນດາວິທີການແກ້ໄຂບຸລິມະສິດຂອງກຸ່ມ. ໃນນັ້ນ, ຍຸດທະສາດນີ້ໄດ້ເຕື້ອງເຖິງເລື່ອງເພີ່ມທະວີການຮ່ວມມືກັບບັນດາປະເທດທີສາມ ເພື່ອແນໃສ່ສົມທົບກັນຄວບຄຸມກະແສຊາວອົບພະຍົບໄປຍັງ ເອີຣົບ, ພ້ອມທັງຊຸກຍູ້ບັນດາປະເທດນີ້ຮັບພົນລະເມືອງຜູ້ບໍ່ມີເງື່ອນໄຂຄົບຖ້ວນໃຫ້ພັກອາໄສຢູ່ ອີຢູ. ຫວ່າງມໍ່ໆມານີ້, EU ໄດ້ລົງນາມ ຫຼື ພວມເຈລະຈາບັນດາຂໍ້ຕົກລົງສະບັບຕ່າງໆກັບບາງປະເທດ ອາຟະລິກາ ເໜືອ ຄື: ຕຸຍນີຊີ, ໂມຣິຕານີ, ອີຢິບ ແລະ ມາຣົກ, ໃນນັ້ນ EU ໄດ້ຍົກອອກມາບັນດາການໜູນຊ່ວຍດ້ານການເງິນ ແລະ ການລົງທຶນເພື່ອແລກເອົາເລື່ອງ ບັນດາປະເທດນີ້ໃຫ້ການຮ່ວມມືກັບ EU ໃນການຄວບຄຸມກະແສຊາວອົບພະຍົບ.

        ຍຸດທະສາດລະອຽດກ່ຽວກັບບັນຫາປະຕິຮູບລະບົບອົບພະຍົບນີ້ ຄາດວ່າ ຄະນະກຳມະການເອີຣົບ ຈະໄດ້ປະກາດໃນທ້າຍປີນີ້.

      


TAG
VOV/VOVworld/​ຊາວ​ອົບ​ພະ​ຍົ​ບ​ທີ່​ບໍ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ/ປະ​ຕິ​ຮູບ​ວິ​ຊາ/ສະ​ຫະ​ພາບ​ເອີ​ຣົບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ