(VOVWORLD) - ຍັງບໍ່ທັນຊອກໄດ້ທາງອອກໃຫ້ແກ່ວິກິດການຢູແກຼນ, ພ້ອມທັງຍາມໃດກໍ່ຢູ່ໃນສະພາບການເຄັ່ງຕຶງ ກັບສຳພັນທະມິດສຳຄັນທີ່ສຸດແມ່ນອາເມລິກາ, ສະຫະພາບເອີລົບ (EU) ພັດສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍດ້ານເສດຖະກິດ ແລະ ພູມີສາດການເມືອງຢ່າຮ້າຍແຮງ, ເລີ່ມຈາກການປະທະກັນທີ່ພວມແຜ່ລາມອອກເປັນວົງກວ້າງຢູ່ພາກພື້ນຕາເວັນອອກກາງ.
ການນຳ 27 ປະເທດສະມາຊິກ EU ໄດ້ຈັດກອງປະຊຸມສຸດຍອດໃນລະຫວ່າງ ວັນທີ 19 ແລະ 20 ມີນາ ຢູ່ ບຣູກແຊມ (ແບນຊິກ) ດ້ວຍຫົວຂໍ້ຈຸດສຸມເບື້ອງຕົ້ນກ່ຽວກັບການຍົກລະດັບຄວາມສາມາດໃນການແກ່ງແຍ້ງຂອງກຸ່ມ ແລະ ໜູນຊ່ວຍຢູແກຼນ. ເຖິງຢ່າງໃດກໍຕາມ, ບັນດາການຜັນແປໃນໂລກ ບັງຄັບໃຫ້ກຸ່ມນີ້ຕ້ອງປ່ຽນແປງບຸລິມະສິດ.
ກຳລັງກົດດັນຈາກພາກພື້ນຕາເວັນອອກກາງ
ວັນທີ 19 ມີນາ, ໃນວັນທຳອິດການນຳບັນດາປະເທດ EU ໄດ້ຈັດການປະຊຸມຢູ່ ບຣຸກແຊນ, ທະນາຄານກາງສູນກາງ ເອີລົບ (ECB) ໄດ້ປະກາດຫຼຸດຜ່ອນການຄາດຄະເນການເຕີບໂຕ ແລະ ຍົກລະດັບໄພເງິນເຟີ້ຂອງກຸ່ມໃນປີ 2026, ພ້ອມທັງກ່າວເຕືອນ ບັນຫາພະລັງງານໂດຍການປະທະກັນຢູ່ພາກພື້ນຕາເວັນອອກກາງກໍ່ຂຶ້ນ. ລະອຽດແມ່ນ, ECB ຄາດວ່າການເຕີບໂຕ ຍອດຜະລິດຕະພັນພາຍໃນກຸ່ມ (GDP) ຂອງພາກພື້ນນຳໃຊ້ສະກຸນເງິນລວມ ເອີລົບ (Eurozone) ຈະຢູ່ລະດັບ 0,9%ໃນປີ, ຫຼຸດລົງເມື່ອທຽບໃສ່ກັບລະດັບ 1,2% ທີ່ໄດ້ຍົກອອກມາໃນເດືອນທັນວາ 2025. ການກັດປັບຫຼຸດລົງນີ້ສ່ອງແສງໃຫ້ເຫັນຜົນກະທົບທົ່ວໂລກຂອງການປະທະກັນຢູ່ພາກພື້ນຕາເວັນອອກກາງ ຕໍ່ຕະຫຼາດສິນຄ້າ, ລາຍຮັບຕົວຈິງ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ, ໃນນັ້ນ ເອີລົບແມ່ນໜຶ່ງໃນບັນດາບ່ອນຖືກຜົນກະທົບຢ່າງໃຫຍ່ຫຼວງ ຍ້ອນມີການເພິ່ງພາແຫຼ່ງສະໜອງອາຍແກັດທຳມະຊາດທາດແຫຼວ (LNG) ນຳເຂົ້າຈາກເຂດອ່າວ. ລາຄາ LNG ຢູ່ເອີລົບເພີ່ມຂຶ້ນ 35%ໃນວັນທີ 19 ມີນາ ແລະ ຖ້າສືບຕໍ່ເພີ່ມຂຶ້ນ, ທະວີບນີ້ ມີຄວາມສາມາດຮັບມືບໍ່ຫຼາຍ. ທ່ານ Marcel Fratzscher, ປະທາສະຖາບັນຄົ້ນຄ້ວາເສດຖະກິດເຢຍລະມັນ(DIW), ຕີລາຄາວ່າ:
ກ່ຽວກັບຜົນກະທົບດ້ານເສດຖະກິດຕໍ່ເຢຍລະມັນ ແລະ ເອີລົບນັ້ນ, ການປະທະກັນຢູ່ພາກພື້ນຕາເວັນອອກກາງແກ່ຍາວເທົ່າໃດບໍ່ສຳຄັນເທົ່າກັບ ບັນດາສິ່ງທີ່ຜັນແປຢູ່ຊ່ອງແຄບທະເລ Hormuz. ບໍ່ຮູ້ວ່າຊ່ອງແຄບທະເລນີ້ຈະໄດ້ເປີດຄືນໃໝ່ ແລະ ເປີດ ໃຫ້ແກ່ການສົ່ງອອກນ້ຳມັນ ແລະ ອາຍແກັດ ເປັນປະຈຳຫຼືບໍ່? ຖ້າສິ່ງນີ້ເກີດຂຶ້ນ, ລາຄາອາດຈະຫຼຸດລົງໄວພໍສົມຄວນ ແລະ ເອີລົບຈະບໍ່ຕ້ອງເຫັນລາຄານ້ຳມັນ ແລະ ອາຍແກັດສູງຄືໃນປັດຈຸບັນ. ນັ້ນຈະແມ່ນການຫຼຸດລົງຫຼາຍພໍສົມຄວນໃຫ້ແກ່ເສດຖະກິດເອີລົບ.
ເຖິງຢ່າງໃດກໍຕາມ, ສຳລັບເອີລົບ, ການປະທະກັນຢູ່ ພາກພື້ນຕາເວັນອອກກາງ ບໍ່ພຽງແຕ່ແມ່ນບັນຫາດ້ານເສດຖະກິດຢ່າງດຽວເທົ່ານັ້ນ. ບັນດາຄຳຕຳໜິຕິຕຽນ ແລະ ໄພນາບຂູ່ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເລັ່ງໃສ່ບັນດາປະເທດສຳພັນທະມິດເອີລົບ ບໍ່ສະໜັບສະໜູນອາເມລິກາໃນການປະທະກັນກັບ ອີີຣານ ເຮັດໃຫ້ເອີລົບຕ້ອງມີປະຕິກິລິຍາຢ່າງລະມັດລະວັງທີ່ສຸດ, ທັງບໍ່ປະໃຫ້ຕົນເອງຕົກເຂົ້າສູ່ການປະທະກັນແບບບໍ່ປາດຖະໜາ, ທັງບໍ່ເຮັດໃຫ້ການພົວພັນທີ່ພວມປະສົບກັບຄວາມຫຍຸ້ງຍາກກັບ ອາເມລິກາ ຮ້າຍແຮງຂຶ້ນຕື່ມ. ນັກຊ່ຽວຊານ Fabian Zuleeg,ຜູ້ອຳນວຍການຝ່າຍບໍລິຫານ ສູນນະໂຍບາຍເອີລົບ(EPC) ຢູ່ບຣູກແຊມ, ໃຫ້ຂໍ້ສັງເກດວ່າ:
ຂ້າພະເຈົ້າຄິດວ່າແທນທີ່ປຶກສາຫາລືບັນດານະໂຍບາຍໄລຍະຍາວທີ່ມີລັກສະນະໂຄງປະກອບ, ບັນດານັກລົງທຶນເອີລົບປັດຈຸບັນບັງຄັບຕ້ອງປຶກສາຫາລືກ່ຽວກັບບັນດາສິ່ງທີ່ພວມເກີດຂຶ້ນ ແລະ ພະຍາຍາມຍົກອອກທັດສະນະທີ່ສົມເຫດສົມຜົນ, ຢ່າງໜ້ອຍສຸດແມ່ນທັດສະນະເຊິ່ງຫຼາຍປະເທດສະມາຊິກໄດ້ເປັນເອກະພາບ. ພວກເຮົາອາດສາມາເຫັນໄດ້ສິ່ງນີ້ໃນເລື່ອງ ເອີລົບໄດ້ຕັດສິນໃຈຈະບໍ່ສະໜັບສະໜູນ ທ່ານ Donald Trump ໃນການປະທະກັນໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງ.
ການແຕກແຫງກ່ຽວກັບບັນຫາ ຢູແກຼນ
ບັນດາການຜັນແປຢູ່ພາກພື້ນຕາເວັນອອກກາງ ແລະ ບັນດາການຄິດໄລ່ກ່ຽວກັບພະລັງງານກໍ່ເຮັດໃຫ້ບັນດາບຸລິມະສິດແຖວໜ້າ ເຊິ່ງ EU ຍົກອອກມາໃນກອງປະຊຸມສຸດຍອດສັບປະດານີ້ຈຳນວນໜຶ່ງສັບສົນຂຶ້ນນັ້ນ ແມ່ນເລື່ອງຮັບຮອງເອົາບ້ວງເງິນກູ້ຢຶມ 90 ຕື້ເອີໂຣ (ກ່ວາ 104 ຕື້ USD) ໃຫ້ແກ່ຢູແກຼນ. ຄວາມບໍ່ລົງລອຍກັນຢ່າງຮ້າຍແຮງລະຫວ່າງ ຢູແກຼນ ກັບສອງປະເທດ ສະມາຊິກ EU ແມ່ນ ຮູງກາຣີ ແລະ ສະໂລວາກີ ກ່ຽວກັບທໍ່ສົ່ງນ້ຳມັນຈາກລັດເຊຍ ຜ່ານດິນແດນ ຢູແກຼນ ໄປຍັງບັນດາປະເທດນີ້ ໄດ້ເຮັດໃຫ້ ຮຸງກາຣີ ສະກັດກັ້ນການຮັບຮອງເອົາບ້ວງເງິນກູ້ຢືມ 90 ຕື້ເອີໂຣ ໃຫ້ແກ່ ຢູແກຼນຢ່າງເດັດຂາດ, ໂດຍບໍ່ຫົວຊາຕໍ່ກຳລັງກົດດັນຈາກກຸ່ມ. ມີການນຳຄະນະກຳມະການເອີລົບ ແລະ ບັນດາປະເທດສະມາຊິກຫຼາຍທ່ານ ໄດ້ຕຳໜິຕິຕຽນທັດສະນະຂອງຮຸງກາຣີ ແລະ ຖືວ່າ ບັນດາຄວາມບໍ່ລົງລອຍກັນພາຍໃນກຸ່ມພວມນັບມື້ນັບກໍ່ຜົນເສຍຫາຍຕໍ່ຄວາມສາມາດໃນການກະທຳລວມໝູ່ຂອງ EU, ໃນສະພາບການກຸ່ມນີ້ນັບມື້ນັບຕ້ອງຮຽນຮູ້ວິທີການຮັບມືກັບບັນດາການຜັນແປຢ່າງຕໍ່ເນື່ອງໃນໂລກທີ່ວ່ອງໄວກວ່າ. ທ່ານນາຍົກລັດຖະມົນຕີ ເຢຍລະມັນ Friedrich Merz ກ່າວເຕືອນວ່າ:
ພວກຂ້າພະເຈົ້າເຫັນເປັນເອກະພາບດີວ່າພວກຂ້າພະເຈົ້າບໍ່ສາມາດຍອມຮັບບັນດາສິ່ງຫາກໍ່ເກີດຂຶ້ນຢູ່ ສະພາເອີລົບ. ວຽກນີ້ຈະມີບັນດາຜົນຕາມມາຢ່າງຮ້າຍແຮງກວ່າການຄາດຄະເນເມື່ອທຽບໃສ່ກັບເຫດການດັ່ງກ່າວນີ້. ພວກຂ້າພະເຈົ້າຈະປຶກສາຫາລືຫົວຂໍ້ນີ້ອີກຄັ້ງໜຶ່ງ, ພ້ອມດ້ວຍບັນດາມາດຕາຫຼັກແຫຼ່ງກ່ຽວກັບງົບປະມານ ແລະ ຫຼາຍບັນຫາໄປນຳ.
ການແຕກແຫງພາຍໃນກຸ່ມ EU ປິ່ນອ້ອມບັນຫາຢູແກຼນບໍ່ຈຳກັດຢຸດຢູ່ການຄັດຄ້ານຂອງຮຸງກາຣີ ຕໍ່ບ້ວງເງິນໜູນຊ່ວຍ 90 ຕື້ ເອີໂຣເທົ່ານັ້ນ, ການປະທະກັນຢູ່ພາກພື້ນຕາເວັນອອກກາງ ແລະ ຄວາມສ່ຽງຈາກວິກິດການພະລັງງານໃໝ່ພວມເຮັດໃຫ້ພາຍໃນ EU ສັບສົນຂຶ້ນຕື່ມ. ວັນທີ 14 ມີນາ, ທ່ານນາຍົກລັດຖະມົນຕີ ແບນຊິກ Bart De Wever ຖືວ່າ ສະຫະພາບ ເອີລົບ (EU) ພວມ ປະລາໄຊໃນທຸກແນວຮົບ ແລະ ຕ້ອງຢຸດຕິການຂັດແຍ້ງກັນກັບ ລັດເຊຍ ເພື່ອຜົນປະໂຫຍດຂອງເອີລົບ. ຕາມທ່ານ Bart De Wever ແລ້ວ, EU ທັງຕ້ອງສ້າງອາວຸດຄືນໃໝ່, ທັງຕ້ອງຫັນການພົວພັນກັບລັດເຊຍເປັນປົກກະຕິ ເພື່ອອາດສາມາດເຂົ້າເຖິງກັບແຫຼ່ງພະລັງງານລາຄາຖືກ. ຕາມວົງການສັງເກດແລ້ວ, ສຳລັບກຸ່ມທີ່ຍາມໃດກໍ່ຖືການລົງໂທດ ແລະ ກໍ່ຄວາມກົດດັນຕໍ່ ລັດເຊຍ ແມ່ນວິທີການດີທີ່ສຸດເພື່ອໜູນຊ່ວຍຢູແກຼນ, ທັດສະນະຈາກນາຍົກລັດຖະມົນຕີ ແບນຊິກອາດສາມາດຖືວ່າເປັນ ບາດລ້ຽວໃຫຍ່, ເຖິງວ່າໃນຈຸດເວລານີ້ ກໍ່ຕາມ, ແຕ່ບໍ່ແມ່ນການນຳ ເອີລົບ ທ່ານໃດກໍ່ມີຄວາມກ້າຫານເພື່ອຍອມຮັບສິ່ງນີ້.




