ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ກ່າວຄຳເຫັນທີ່ພິທີໄຂ |
ເມື່ອກ່າວຄຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຢັ້ງຢືນວ່າ ປີທ່ອງທ່ຽວແຫ່ງຊາດ ຢາລາຍ 2026 ບໍ່ພຽງແຕ່ແມ່ນວັນບຸນໃຫຍ່ເທົ່ານັ້ນ, ຫາກຍັງວາດພາບເຖິງວິໄສທັດພັດທະນາຍຸດທະສາດໃໝ່ຢ່າງຈະແຈ້ງ. ນັ້ນແມ່ນການຂຸດຄົ້ນເສັ້ນທາງເຊື່ອມຕໍ່ອົງຄະທາດລະຫວ່າງພູຜາປ່າໄມ້ອັນກວ້າງໃຫຍ່ໄພສານ ກັບທະເລໄດ້ຢ່າງມີປະສິດທິຜົນ, ຈາກນັ້ນ ສ້າງລະບົບນິເວດທ່ອງທ່ຽວທີ່ຫຼາຍຮູບຫຼາຍແບບ, ມີຄວາມແຕກຕ່າງ ແລະ ຫຼາກຫຼາຍສີສັນຢູ່ແຂວງ ຢາລາຍ.
ປີທ່ອງທ່ຽວແຫ່ງຊາດ ຢາລາຍ ປີ 2026 ໄດ້ດຳເນີນແຕ່ວັນທີ 23 – 30 ມີນາ ດ້ວຍ 244 ກິດຈະກຳ, ພົ້ນເດັ່ນແມ່ນ: ສິ່ງຍອດຍິ່ງທາງດ້ານອາຫານການກິນ ຢາລາຍ, ກອງປະຊຸມສົ່ງເສີມການລົງທຶນ, ເວທີປາໄສພັດທະນາເສດຖະກິດການທ່ອງທ່ຽວ, ກອງປະຊຸມລົງນາມໃນບົດທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືກັບ 4 ແຂວງ ພາກໃຕ້ຂອງ ລາວ ແລະ 3 ແຂວງ ທາງທິດຕາເວັນອອກສ່ຽງເໜືອ ກຳປູເຈຍ…




