logo

ມີ​ນັບ​ພັນ​ຄົນ​ຢູ່ ອິດ​ສະ​ຣາ​ແອັນ ລົງ​ຖະ​ໜົນ​ຄັດ​ຄ້ານ​ສົງ​ຄາມ​ແກ່​ຍາວ

2026/3/29 | 11:46:40
(VOVWORLD) - ວັນທີ 28 ມີນາ, ມີຊາວ ອິດສະຣາແອັນ ນັບພັນຄົນໄດ້ລົງຖະໜົນແຫ່ຂະບວນປະທ້ວງຢູ່ຫຼາຍນະຄອນໃຫຍ່ ຄື Tel Aviv, Haifa ແລະ Jerusalem ແນໃສ່ຮຽກຮ້ອງຢຸດຕິການປະທະກັນ ແລະ ຊຸກຍູ້ບັນດາມາດຕະການສັນຕິພາບ. 

ບັນດາການແຫ່ຂະບວນປະທ້ວງມີຫົວຂໍ້ “ເພື່ອຊີວິດຂອງພວກເຮົາທຸກຄົນ”, ໂດຍສະຫະພັນຫຼາຍອົງການຈັດຕັ້ງສັງຄົມ ພ້ອມດ້ວຍອະດີດສະມາຊິກລັດຖະສະພາຈຳນວນໜຶ່ງປຸກລະດົມ. ນີ້ໄດ້ຮັບຖືວ່າແມ່ນກະແສແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ທີ່ຫາຍາກ ນັບແຕ່ເມື່ອສົງຄາມລະເບີດ, ດ້ວຍປະມານ 30 ຈຸດເຕົ້າໂຮມໃນທົ່ວປະເທດ, ນັບແຕ່ເຂດ Galilee ທາງທິດເໜືອ ຕະຫຼອດຮອດ Beersheba ຢູ່ທາງທິດໃຕ້.

ບັນດາເຫດບຸກໂຈມຕີແຫ່ຂະບວນປະທ້ວງຖືກດຳເນີນໃນສະພາບການປະທະກັນລະຫວ່າງ ອາເມລິກາ, ອິດສະຣາແອັນ ແລະ ອີຣານ, ກໍຄືລະຫວ່າງ ອິດສະຣາແອັນ ແລະ ກຳລັງ ເຮັກໂບລາ ຢູ່ລີບັງ ພວມປີນຂັ້ນໄດ. ການເຂົ້າຮ່ວມຂອງບັນດາອະດີດສະມາຊິກລັດຖະສະພາ ແລະ ຫຼາຍອົງການຈັດຕັ້ງສັງຄົມໄດ້ຊີ້ໃຫ້ເຫັນວ່າ ຫາງສຽງຫຼາຍຄົນຢູ່ປະເທດນີ້ພວມນັບມື້ນັບໃຫ້ຄວາມສົນໃຈ ແລະ ສະແດງທັດສະນະຕໍ່ການຜັນແປທີ່ສັບສົນຂອງສົງຄາມໃນປັດຈຸບັນ./.

TAG
VOV/VOVworld/ແຫ່​ຂະ​ບວນ​ປະ​ທ້ວງ/ຄັດ​ຄ້ານ​ສົງ​ຄາມ​ແກ່​ຍາວ/ອິດ​ສະ​ຣາ​ແອັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ