ໂຮງງານກັ່ນຕອງນ້ຳມັນ ງີເຊີນ (ພາບປະກອບ: TTXVN) |
ໃນການໂອ້ລົມກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຣົມ, ທ່ານ Andrea Fais, ບັນນາທິການໃຫຍ່ວາລະສານ “Scenari Internazionali” ຕັ້ງຢູ່ນະຄອນ Perugia, ພາກກາງ ອີຕາລີ, ໄດ້ຕີລາຄາສູງກຳນົດທິດຍຸດທະສາດຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຂອງ ຫວຽດນາມ.
ຕາມທ່ານ Andrea Fais ແລ້ວ, ຫວຽດນາມ ໄດ້ຫັນຈາກຈິນຕະນາການຮັບປະກັນການສະໜອງພະລັງງານໄປສູ່ຮູບແບບຄວາມໝັ້ນຄົງດ້ານພະລັງງານແບບເປັນເຈົ້າການ, ມີໄຫວພິບ, ຫຼາຍຮູບຫຼາຍແບບ ແລະ ຍືນຍົງ, ຊຸກຍູ້ການພັດທະນາພະລັງງານທົດແທນ, ຍົກສູງປະສິດທິຜົນນຳໃຊ້ພະລັງງານ ແລະ ຕະຫຼາດພະລັງງານແກ້ງແຍ້ງ, ປອດໃສ ແນໃສ່ຕອບສະໜອງຄຳຮຽກຮ້ອງຕ້ອງການພັດທະນາໄວ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນສັງກາດໃໝ່. ດ້ວຍເລື່ອງ ຫວຽດນາມ ໄດ້ວາງອອກບັນດາເປົ້າໝາຍລະອຽດເຊັ່ນ ມຸ່ງໄປເຖິງການກາຍເປັນພື້ນຖານເສດຖະກິດມີລາຍຮັບສູງໃນປີ 2045, ຈຸດເວລາສະເຫຼີມສະຫຼອງວັນສະຖາປະນາປະເທດຄົບຮອບ 100 ປີ, ທ່ານ Fais ຖືວ່າ ຫວຽດນາມ ຈະຕ້ອງມານະພະຍາຍາມຜ່ານຜ່າຫຼາຍສິ່ງທ້າທາຍ, ໃນນັ້ນ ມີການຫັນປ່ຽນພະລັງງານ ແລະ ລະບົບນິເວດ.




