logo

EU ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ​ໃນຫຼາຍ​ຂົງ​ເຂດ

2026/1/30 | 10:16:17

(VOVWORLD) - ຕອນບ່າຍວັນທີ 29 ມັງກອນ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ António Costa ປະທານສະພາເອີລົບ ໃນໂອກາດມາຢ້ຽມຢາມຫວຽດນາມຢ່າງເປັນທາງການ.



ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ António Costa ປະທານສະພາເອີລົບ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ເລື່ອງປະທານສະພາເອີລົບ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ ແລະ ເລື່ອງ ຫວຽດນາມ - EU ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານນັ້ນໄດ້ມີຄວາມໝາຍສຳຄັນພິເສດ, ສ່ອງແສງການພົວພັນຢ່າງເລິກເຊິ່ງ ແລະ ວິໄສທັດຍຸດທະສາດຂອງການພົວພັນ ຫວຽດນາມ - EU ໃນໄລຍະແຫ່ງການພັດທະນາໃໝ່. ທ່ານ ໂຕເລິມ ໄດ້ແລກປ່ຽນກ່ຽວກັບບັນດາໝາກຜົນສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ແຈ້ງໃຫ້ຊາບກ່ຽວກັບ ບັນດາເປົ້າໝາຍການສ້າງສາ ແລະ ພັດທະນາ ຫວຽດນາມ ໃນໄລຍະໃໝ່. ກ່ຽວກັບການພົວພັນ ຫວຽດນາມ - EU, ທ່ານ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງເລື່ອງ ຫວຽດນາມ ແມ່ນປະເທດ ອາຊຽນ ທຳອິດທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ EU.

ສ່ວນທ່ານປະທານສະພາເອີລົບ António Costa ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ເລຂາທິການໃຫຍ່ ໂຕເລິມ ທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງການນຳສູງສຸດອີກສະໄໝໜຶ່ງ. ທ່ານປະທານສະພາເອີລົບ ເນັ້ນໜັກວ່າ ດ້ວຍການຍົກລະດັບການພົວພັນ, EU ປາດຖະໜາຢາກ ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການຊຸກຍູ້ການຄ້າເສລີ, ຫັນລະບົບສະໜອງ ການຫັນເປັນສີຂຽວ, ເສດຖະກິດທະເລ, ພື້ນຖານໂຄງລ່າງຄົມມະນາຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເສລີໃນການເດີນເຮືອ, ການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກເປັນຫຼາຍຮູບຫຼາຍແບບ.

ກ່ອນໜ້ານັ້ນ ຕອນບ່າຍວັນທີ 29 ມັງກອນ, ທີ່ການພົບປະກັບທ່ານປະທານສະພາເອີລົບ Antonio Costa, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ EU ຈັດສົ່ງຄະນະກວດກາມາຫວຽດນາມ ເພື່ອມີການຕີລາຄາລະອຽດ, ຄິດໄລ່ເຖິງຄວາມມານະພະຍາຍາມ ທີ່ເຂັ້ມງວດ ແລະ ມີປະສິດທິຜົນຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານ IUU, ເພື່ອແນໃສ່ຍົກເລີກ ບັດເຫຼືອງ IUU ສຳລັບສິນໃນນ້ຳ ຫວຽດນາມ ໂດຍໄວ.


TAG
VOV/VOVworld/EU/​ການ​ຮ່ວມ​ມື​/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ