logo

FPT ປະກາດການສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ

2026/1/28 | 11:39:09
(VOVWORLD) - FPT ລົງທຶນໂຮງງານດັ່ງກ່າວເພື່ອປະກອບສ່ວນສ້າງລະບົບຊີວະພາບຊິບເຄິ່ງຊັກນຳໄຟຟ້າແບບຄົບວົງຈອນ.
(ຫ້ອງກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າ)

        ພິທີປະກາດການສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ FPT ໂດຍກຸ່ມບໍລິສັດ FPT ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ມັງກອນ, ຢູ່ ຮ່າໂນ້ຍ. ນີ້ແມ່ນໂຮງງານກວດກາທົດລອງ ແລະ ບັນຈຸພັນທຳອິດຂອງ ຫວຽດນາມ ໂດຍຊາວ ຫວຽດນາມ ເປັນເຈົ້າຂອງ, ປະກອບສ່ວນສ້າງສຳເລັດລະບົບຊີວະພາບເຄິ່ງຊັກນຳໄຟຟ້າດ້ວຍຂັ້ນຕອນຢ່າງຄົບຖ້ວນ ຈາກການຄົ້ນຄວ້າ, ອອກແບບ, ຜະລິດ, ບຳລຸງສ້າງ, ກວດກາທົດລອງ ແລະ ບັນຈຸພັນ, ດຳເນີນທຸລະກິດ, ຈາກນັ້ນກໍ່ກ້າວໄປສູ່ລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ.

        ໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ FPT ໄດ້ຕັ້ງຢູ່ແຂວງ ບັກນິງ. ໄລຍະທີ 1 (2026 -2027) ໂຮງງານມີເນື້ອທີ່ 1.600 ຕາແມັດ, ໄລຍະທີ 2 (2028 – 2030) ຄາດວ່າຈະເປີດກວ້າງຂອບຂະໜາດຂອງໂຮງງານຂຶ້ນປະມານ 6.000 ຕາແມັດ.

        ກ່າວຄຳເຫັນທີ່ພິທີປະກາດ, ທ່ານ ບຸ່ຍຮວ່າງເຟືອງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ FPT ລົງທຶນໂຮງງານດັ່ງກ່າວເພື່ອປະກອບສ່ວນສ້າງລະບົບຊີວະພາບຊິບເຄິ່ງຊັກນຳໄຟຟ້າແບບຄົບວົງຈອນ. ຜ່ານນັ້ນ, ກໍ່ຄ່ອຍໆຫັນຄວາມຄາດຫວັງ ນຳພູມປັນຍາ ຫວຽດນາມ ອອກສູ່ໂລກໃຫ້ປະກົດຜົນເປັັນຈິງ ແລະ ນຳ ຫວຽດນາມ ໃຫ້ປະກົດແຈ້ງໃນແຜນທີ່ເຄິ່ງຊັກນຳໄຟຟ້າທົ່ວໂລກ.

        ເລື່ອງປະກາດການກໍ່ສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ FPT ແມ່ນການກະທຳສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ FPT ໃນການປະຕິບັດມະຕິເລກທີ 57 ຂອງສູນກາງ ກ່ຽວກັບການບຸກທະລຸວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ ແລະ ຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ.

TAG
VOV/VOVworld/ບັນຈຸພັນ/ຊິບ/​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ