logo

Festival ທັງລອງ - ຮ່າໂນ້ຍ 2025: ພາບທີ່ເຕັມໄປດ້ວຍສີສັນວັດທະນະທຳທີ່ໄດ້ເຕົ້າໂຮມຢູ່ ວັນມຽວ

2025/11/6 | 09:01:01
(VOVWORLD) -  ຢູ່ເຂດສັກກະລະບູຊາຂອງ ວັນມຽວ - ກວັກຕືຢາມ, Festival ທັງລອງ - ຮ່າໂນ້ຍ 2025 ໄດ້ສ້າງເປັນພາບທີ່ເຕັມໄປດ້ວຍສີສັນ, ແຫ່ງເຕົ້າໂຮມສິ່ງຍອດຍິ່ງຂອງໝູ່ບ້ານອາຊີບ, ອາຫານການກິນ ແລະ ວັດທະນະທຳຂອງບັນດາເຂດພາກ, ສ້າງເປັນການສະແດງມໍລະດົກທີ່ເຕັມໄປດ້ວຍອາລົມຈິດຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ.
ພິທີໄຂດ້ວຍຫົວຂໍ້ “ເຕົ້າໂຮມມໍລະດົກ” ຈັດຂຶ້ນໃນຕອນເຊົ້າວັນທີ 01 ພະຈິກ, ຢູ່ເຮືອນຫໍ ຖາຍຮອັກ - ວັນມຽວ, ເປັນການເປີດສາກໃຫ້ບັນດາການເຄື່ອນໄຫວຂອງ Festival ທັງລອງ - ຮ່າໂນ້ຍ 2025.
ເຂດ ວັນໝຽວ - ກວັກຕືຢາມ ໄດ້ເຕົ້າໂຮມບັນດາວັດທະນະທຳບັນດາເຂດພາກ.
ສະແດງວັດທະນະທຳຄ້ອງ ໄຕງວຽນ ຢູ່ງານບຸນ
ນັກສິລະປິນ H Bowh Hmok (ແຂວງ ດັກລັກ) ແນະນຳເຕັກນິກການປັກແສ່ວທີ່ເປັນມູນເຊື້ອໃຫ້ແກ່ແຂກທ່ອງທ່ຽວຮັບຊົມຢູ່ ວັນໝຽວ - ກວັກຕືຢາມ
ເຂດວາງສະແດງຊຸດເສື້ອຍາວ ເຫ້ວ ຢູ່ Festival - ແຫ່ງທີ່ເປັນວັດທະນະທຳສະໄໝເຈົ້າຊີວິດ ຫງວຽນ ປະສົມກັບຈິດໃຈປະດິດຄິດສ້າງຍຸກສະໄໝປະຈຸບັນ.
ນາຍຊ່າງ ບ້ານຜື ກິມເຊີນ ສານກຸບ, ກະຕ່າ ແລະ ສາດຜື ທີ່ໄດ້ເຮັດແບບຫັດຖະກຳຢ່າງລະອຽດລະອໍ, ຮັກສາມູນເຊື້ອຫັດຖະກຳທີ່ມີມາແຕ່ດົນນານຂອງ ນິງບິ່ງ.
ນັກສິລະປະການດີເດັ່ນ ເລວັນງວຽນ, ບ້ານປັກແສ່ວ ຄວ້າຍໂນ້ຍ, ຕາແສງ ເຈືອງເຢືອງ, ນະຄອນ ຮ່າໂນ້ຍ ແນະນຳເຕັກນິກການປັກແສ່ວທີ່ເປັນມູນເຊື້ອຢູ່ງານ Festival.
ຮ້ານວາງສະແດງຢູ່ Festival ທັງລອງ - ຮ່າໂນ້ຍ ໄດ້ນຳມາເຊິ່ງການລົງຕົວຈິງທີ່ມີຊີວິດຊີວາ, ຊ່ວຍໃຫ້ແຂກທ່ອງທ່ຽວຮູ້ສຶກໄດ້ເຖິງຄວາມງາມທີ່ລະອຽດອ່ອນ ແລະ ຄຸນຄ່າວັດທະນະທຳທີ່ມີມາແຕ່ດົນນານຂອງອາຊີບຕ່ຳແຜ່ນ ຫວຽດນາມ.
ນັກສິລະປິນເຮັດແຕ່ລະຂັ້ນຕອນຢ່າງລະອຽດລະອໍ, ພາແຂກທ່ອງທ່ຽວໄດ້ລົງຕົວຈິງໃນຄວາມຍອດຍິ່ງ, ຄວາມຄ່ອງແຄ້ວ ແລະ ຄຸນຄ່າມາແຕ່ດົນນານຂອງອາຊີບຫັດຖະກຳ ຮ່າໂນ້ຍ.
ກຸບ ບ້ານຈວງ ໄດ້ວາງສະແດງຢູ່ Festival ທັງລອງ - ຮ່າໂນ້ຍ, ສະແດງໃຫ້ເຫັນເຕັກນິກທີ່ເປັນມູນເຊື້ອ ແລະ ຄວາມງາມທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງນະຄອນຫຼວງ.
ຜະລິດຕະພັນຂອງໝູ່ບ້ານຢໍ່ ເອຶອກເລ້ ບໍ່ພຽງແຕ່ແມ່ນອາຫານການກິນເທົ່ານັ້ນ, ຫາກຍັງແມ່ນສັນຍາລັກດ້ານວັດທະນະທຳ ແລະ ຈິດໃຈອາຊີບທີ່ເປັນມູນເຊື້ອຂອງ ຮ່າໂນ້ຍ ອີກດ້ວຍ.
ເຂດອາຫານການກິນ Festival ທັງລອງ - ຮ່າໂນ້ຍ ໄດ້ຊ່ວຍໃຫ້ແຂກທີ່ມາຢ້ຽມຊົມໄດ້ລອງຊິມລົດຊາດແບບດັ້ງເດີມ, ມີຄວາມຮູ້ສຶກໄດ້ເຖິງວັດທະນະທຳດ້ານອາຫານການກິນທີ່ມີມາແຕ່ດົນນານຂອງ ຮ່າໂນ້ຍ ແລະ ບັນດາເຂດພາກຂອງ ຫວຽດນາມ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ