logo

GMS ຄັ້ງ​ທີ 7 ຊຸກ​ຍູ້​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົດ​ສະ​ວັດ​ໃໝ່

2021/9/8 | 09:24:26
(VOVWORLD) -ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ຈະເປັນປະທານກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 7, ເຊິ່ງຄາດວ່າຈະດຳເນີນແບບທາງໄກໃນວັນທີ 09 ກັນຍາ.
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ຈະເປັນປະທານກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 7 (ພາບ: AFP/TTXVN)

ຕາມແຈ້ງການສື່ມວນຊົນໃນວັນທີ 7 ກັນຍາ ຂອງກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ແລ້ວ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ຈະເປັນປະທານກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 7, ເຊິ່ງຄາດວ່າຈະດຳເນີນແບບທາງໄກໃນວັນທີ 09 ກັນຍາ.

ການນຳບັນດາປະເທດທີ່ຈະເຂົ້າຮ່ວມ GMS ຄັ້ງທີ 7 ລວມມີ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ; ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ; ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ; ທ່ານປະທານບໍລິຫານສະພາແຫ່ງລັດ ມຽນມາ Min Ang Hlaing; ທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ ແລະ ທ່ານປະທານທະນາຄານ ພັດທະນາ ອາຊີ (ADB) Masatgusu Asakawa.

ກອງປະຊຸມມີຫົວຂໍ້ “GMS: ສ້າງກຳລັງແຮງໃໝ່ເພື່ອຮັບມືກັບບັນດາສິ່ງທ້າທາຍໃນທົດສະວັດໃໝ່”, ກອງປະຊຸມຈະພິຈາລະນາວິວັດທະນາການຮ່ວມມືໃນພາກພື້ນ, ພ້ອມທັງຂຶ້ນແຜນການກຳນົດທິດ ແລະ ການເຄື່ອນໄຫວໃນ 3 ປີຈະມາເຖິງພາຍໃຕ້ການໜູນຊ່ວຍຂອງ ADB.


 

TAG
VOV/VOVworld/ນາ​ຍົກ​ລັດ​ຖະ​ມົນ​ຕີ/ກຳ​ປູ​ເຈຍ/ອະນຸພາກພື້ນແມ່ນ້ຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ