logo

Hanoism – ກົດເຂົ້າວັດທະນະທຳຫວຽດຜ່ານພາບຖ່າຍ

2025/7/11 | 14:37:50
(VOVWORLD) - ໂດຍຢູ່ທ່າມກາງເມືອງເກົ່າທີ່ທັນສະໄຫມ, Hanoism ເຊິ່ງແມ່ນສະຖານທີ່ຖ່າຍຮູບທີ່ເຕັມໄປດ້ວຍຄວາມຊົມຈຳ ຫາກໍ່ເປີດນຳໃຊ້ຢູ່ ຮ່າໂນ້ຍ.
ໂດຍຕັ້ງຢູ່ໃນຮ່ອມຖະໜົມນ້ອຍຢູ່ຮ່າໂນ້ຍ (ເຮືອນເລກທີ 10 ຖະຫນົນ ໂຮ້ຍຫວູ - ຮ່ວານກຽມ) ເຮືອນເກົ່າແກ່ມີອາຍຸກ່ວາ 100 ປີທີ່ໄດ້ຮັບການປັບປຸງກາຍເປັນສະຖານທີ່ຖ່າຍຮູບທີ່ເຕັມໄປດ້ວຍຈຸດທີ່ເປັນມູນເຊື້ອ.
ໂດຍໄດ້ເປີດນຳໃຊ້ແຕ່ຕົ້ນເດືອນພຶດສະພາ 2025, Hanoism ຮ້ານຖ່າຍຮູບ (photo booth) ໄດ້ກາຍເປັນສະຖານທີ່ນັດພົບໃໝ່ຂອງຊາວນະຄອນຫຼວງ, ພິເສດແມ່ນໄວໜຸ່ມ.
ນັບແຕ່ວັດຖຸປະດັບປະດາຕະຫຼອດຮອດເຄື່ອງນຸ່ງອາພອນ, ທຸກສິ່ງທຸກຢ່າງໃນຮ້ານລ້ວນແຕ່ເຂັ້ມຂົ້ນໄປດ້ວຍລັກສະນະເກົ່າແກ່.
ບັນດາຊຸດອາພອນຫວຽດເດີມພ້ອມກັບອຸປະກອນຕ່າງໆຄື: ຜ້າ, ກຸບ… ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ.
ໜຶ່ງໃນບັນດາຈຸດພິເສດຢູ່ Hanoism ນັ້ນແມ່ນ ໃນເວລາ 15 ວັນຊຸດເຄື່ອງນຸ່ງເດີມພັດໄດ້ປ່ຽນແບບເທື່ອໜຶ່ງເພື່ອສ້າງຄວາມໃໝ່ອ່ຽມໃຫ້ແກ່ລູກຄ້າ.
ລູກຄ້າມາຢ້ຽມຊົມຮູ້ສຶກຈັບໃຈເມື່ອໄດ້ນຸ່ງບັນດາຊຸດອາພອນພື້ນເມືອງ, ຫວນຄືນຄວາມງາມທາງດ້ານວັດທະນະທຳຂອງຊາວຫວຽດນາມ ໃນເມື່ອກ່ອນ.
ບໍ່ຕ້ອງການກ້ອງຖ່າຍຮູບແພງ ຫຼືມີທັກສະໃນການຖ່າຍຮູບທີ່ເປັນມືອາຊີບ, ພຽງແຕ່ເຂົ້າຫ້ອງຖ່າຍ, ປ່ອຍກ້ອງ ແລະ ຍິ້ມແຍ້ມແຈ່ມໄສ.
ທຸກສິ່ງທຸກຢ່າງໄດ້ຈົດຈຳຜ່ານບັນດາພາບຖ່າຍທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງຄວາມຊົງຈຳ.
ແບ່ງປັນກ່ຽວກັບແນວຄິດສ້າງຮ້ານຖ່າຍຮູບ, ເອື້ອຍ ຫງວຽນທິຖຸຍວີ (ເກີດປີ 1997) ໃຫ້ຮູ້ວ່າ ເອື້ອຍຢາກປະສົມປະສານວັດທະນະທຳ ຫວຽດນາມ ກັບກະແສມັກຮັກການຖ່າຍຮູບຂອງໄວໜຸ່ມ ເພື່ອໃຫ້ພວກເພື່ອນໜຸ່ມທັງໄດ້ຖ່າຍຮູບ, ທັງມີໂອກາດລົງພຶດຕິກຳຕົວຈິງທີ່ໃໝ່ອ່ຽມ ແລະ ເຕັມໄປດ້ວຍຄວາມຊົງຈຳ.
ແຕ່ລະຫ້ອງຖ່າຍຮູບຈະມີຮູບແບບ ແລະ ສີສັນສະເພາະ.
ບໍ່ພຽງແຕ່ດຶງດູດແຂກ ຫວຽດນາມ, ສະຖານທີ່ແຫ່ງນີ້ຍັງດຶງດູດແຂກທ່ອງທ່ຽວສາກົນເປັນຈຳນວນຫຼາຍມາລົງພຶດຕິກຳຕົວຈິງ.
ຮອຍຍິ້ມຢູ່ໜ້າໃບຕາຂອງແຂກເມື່ອ ນຸ່ງຊຸດອາພອນຫວຽດເດີມ.
ຮອຍຍິ້ມຢູ່ໜ້າໃບຕາຂອງແຂກເມື່ອ ນຸ່ງຊຸດອາພອນຫວຽດເດີມ.
ແຕ່ລະຄວາມຊົງຈຳໃນການລົງພຶດຕິກຳຕົວຈິງທີ່ເປັນໜ້າຈັບໃຈຢູ່ Hanoism ເຮັດໃຫ້ແຂກທ່ອງທ່ຽວ “ມັກຮັກຮ່າໂນ້ຍແຕ່ເຫັນທຳອິດ”
ການປະສົມປະສານລະຫວ່າງ ຊຸດອາພອນຫວຽດເດີມ ແລະ ກະແສຖ່າຍຮູບບໍ່ພຽງແຕ່ປຸກລຸກຄວາມງາມທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງເປີດທິດກ້າວເດີນໃໝ່ໃນການຮັກສາ ແລະ ແຜ່ກະຈາຍວັດທະນະທຳ ຫວຽດນາມ ຜ່ານບັນດາຄວາມປະດິດຄິດສ້າງຂອງໄວໜຸ່ມອີກດ້ວຍ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ