logo

IAEA ເປັນ​ກາງ​ໄກ່​ເກ່ຍ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຊົ່ວ​ຄາວ ຢູ່​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ນິວ​ເຄຼຍ Zaporizhzhia

2025/12/29 | 07:46:34
(VOVWORLD) - ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA ໄດ້ຂໍຂອບໃຈລັດເຊຍ ແລະ ຢູແກຼນ ຍ້ອນໄດ້ເຫັນດີຕໍ່ຂໍ້ຕົກລົງຢຸດຍິງຊົ່ວຄາວ, ຖືນີ້ແມ່ນ “ໄລຍະເວລາມິດງຽບ” ອະນຸຍາດຟື້ນຟູການສົ່ງໄຟຟ້າ ລະຫວ່າງບັນດາ ໝໍແບງໄຟຟ້າ ຂອງ ZNPP ແລະ ໂຮງງານໄຟຟ້າຖ່ານຫີນ Zaporizhzhia.

ວັນທີ 28 ທັນວາ, ອົງການພະລັງງານປະລາມານູສາກົນ (IAEA) ໄດ້ຢັ້ງຢືນວຽກງານສ້ອມແປງສາຍສົ່ງໄຟຟ້າສຳຄັນ ທີ່ໄດ້ຮັບການຜັນຂະຫຍາຍຢູ່ໃກ້ກັບໂຮງງານໄຟຟ້ານິວເຄຼຍ Zaporizhzhia (ZNPP), ພາຍຫຼັງ ທັງລັດເຊຍ ແລະ ຢູແກຼນ ເຫັນດີຕໍ່ຂໍ້ຕົກລົງຢຸດຍິງສ່ວນໜຶ່ງ ໂດຍ IAEA ເປັນກາງໄກ່ເກ່ຍ. ໃນສື່ສັງຄົມອອນໄລ X, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA ໄດ້ຂໍຂອບໃຈລັດເຊຍ ແລະ ຢູແກຼນ ຍ້ອນໄດ້ເຫັນດີຕໍ່ຂໍ້ຕົກລົງຢຸດຍິງຊົ່ວຄາວ, ຖືນີ້ແມ່ນ “ໄລຍະເວລາມິດງຽບ” ອະນຸຍາດຟື້ນຟູການສົ່ງໄຟຟ້າ ລະຫວ່າງບັນດາ ໝໍແບງໄຟຟ້າ ຂອງ ZNPP ແລະ ໂຮງງານໄຟຟ້າຖ່ານຫີນ Zaporizhzhia. ຕາມທ່ານ Grossi ແລ້ວ, ວຽກງານນີ້ຈະຊ່ວຍເພີ່ມຄວາມປອດໄພດ້ານນິວເຄຼຍ ຢູ່ ZNPP. ຄາດວ່າການສ້ອມແປງນີ້ຈະແກ່ຍາວໃນ 2 – 3 ວັນ.


TAG
VOV/VOVworld/IAEA/ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ນິວ​ເຄຼຍ/Zaporizhzhia

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ