logo

Lao Airlines ເປີດສາຍ​ການ​ບິນ​ໂດຍ​ກົງ ວຽງ​ຈັນ-ດ່າ​ນັງ ຄືນ​ໃໝ່

2026/2/24 | 08:06:56
(VOVWORLD) - ບັນດາຖ້ຽວບິນຈະເລີ່ມເຄື່ອນໄຫວແຕ່ວັນທີ 29 ມີນນາທີ່ຈະມາເຖິງດ້ວຍ 2 ຖ້ຽວ/ອາທິດໃນວັນພະຫັດ ແລະ ວັນອາທິດດ້ວຍເຮືອບິນ Comac 909.

(ພາບ: Lao Airlines)

   ບໍລິສັດການບິນແຫ່ງຊາດລາວ (Lao Airlines)  ຢືນຢັນຈະເຊື່ອມຕໍ່ສາຍການບິນໂດຍກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ (ລາວ)-ນະຄອນດ່ານັງ (ຫວຽດນາມ) ຄືນໃໝ່. Lao Airlines ໃຫ້ຮູ້ວ່າ: ບັນດາຖ້ຽວບິນຈະເລີ່ມເຄື່ອນໄຫວແຕ່ວັນທີ 29 ມີນນາທີ່ຈະມາເຖິງດ້ວຍ 2 ຖ້ຽວ/ອາທິດໃນວັນພະຫັດ ແລະ ວັນອາທິດດ້ວຍເຮືອບິນ Comac 909.

  ກ່ອນເກີດໂລກລະບາດໂຄວິດ 19, Lao Airlines ໄດ້ຂຸດຄົ້ນສາຍການບິນ ນະຄອນຫຼວງວຽງຈັນ-ນະຄອນດ່ານັງ ດ້ວຍເຮືອບິນ ATR-72, ຜ່ານນະຄອນ ປາກເຊ-ພາກໃຕ້ລາວ. ຮອດປີ 2023, Lao Airlines ໄດ້ມານະພະຍາຍາມເຊື່ອມຕໍ່ສາຍການບິນໂດຍກົງ ນະຄອນຫຼວງວຽງຈັນ-ນະຄອນດ່ານັງ ດ້ວຍເຮືອບິນ Airbus A320 ແຕ່ຫຼັງຈາກນັ້ນຕ້ອງຢຸດການບໍລິການຊົ່ວຄາວ ຍ້ອນຄວາມຕ້ອງການຂອງຕະຫຼາດບໍ່ທັນໄດ້ຮັບການຟື້ນຟູພາຍຫຼັງໂລກລະບາດ. ເລື່ອງ Lao Airlines ປະກາດເຊື່ອມຕໍ່ສາຍພານບິນໂດຍກົງ ວຽງຈັນ-ດ່ານັງ ຄືນໃໝ່ ໃນສະພາບການທີ່ຈຳນວນແຂກທ່ອງທ່ຽວສາກົນມາ ດ່ານັງ ເພີ່ມຂຶ້ນ ດ້ວຍການຄາດຄະເນວ່າ ດ່ານັງ ອາດສາມາດຕ້ອນຮັບແຂກທ່ອງທ່ຽວປະມານ 19 ລ້ານເທື່ອຄົນໃນປີນີ້.

TAG
VOV/VOVworld/Lao Airlines/ສາຍ​ການ​ບິນ​ໂດຍ​ກົງ ວຽງ​ຈັນ-ດ່າ​ນັງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ