logo

MRC ເປີດ​ຕົວ​ສູນ​ຂໍ້​ມູນ​ຂ່າ​ວ​ສານ ແມ່​ຂອງ ເພື​່ອ​ແນ​ໃສ່​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ ແລະ​ການ​ຮ່ວມ​ມື​ພາກ​ພື້ນ

2024/12/24 | 07:43:34
(VOVWORLD) - ສູນຂໍ້ມູນຂ່າວສານ ບໍ່ພຽງແຕ່ຮັບໃຊ້ພາລະກິດຂອງ MRC ເທົ່ານັ້ນ ຫາກຍັງແມ່ນຂົວຕໍ່, ເຊື່ອມຕໍ່ຂໍ້ມູນຂ່າວສານ ແລະ ການກະທຳກັບການເຊື່ອມຕໍ່ມະນຸດ ເພື່ອອະນາຄົດຂອງລຸ່ມແມ່ນ້ຳຂອງ. ນີ້ແມ່ນສັນຍາລັກຂອງການຮ່ວມມື ແລະຄວາມເຂົ້າໃຈລະຫວ່າງບັນດາປະເທດລຸ່ມແມ່ນ້ຳຂອງ, ບັນດາປະເທດຄູ່ຮ່ວມມື ແລະ ຝ່າຍທີ່ກ່ຽວຂ້ອງ.

ທ່ານ ປອ ອະນຸລັກ ກິດຕິຄຸນ, ຜູ້ອຳນວຍການຝ່າຍບໍລິຫານ ຄະນະເລຂາ MRC (ພາບ: VOV)

ວັນທີ 23 ທັນວາ ຢູ່ ສປປ ລາວ, ຄະນະກຳມາທິການແມ່ນ້ຳຂອງ (MRC) ຈັດຕັ້ງພິທີໄຂສູນຂໍ້ມູນຂ່າວສານ ແມ່ຂອງ. ສູນແຫ່ງນີ້ ຈະແນະນຳບັນດາຂໍ້ມູນກ່ຽວກັບວິວັດການຮ່ວມມື, ບັນດາສິ່ງທ້າທາຍ ແລະກາລະໂອກາດໃນການພັດທະນາ, ການຄຸ້ມຄອງຊັບພະຍາກອນນ້ຳຢູ່ແມ່ນ້ຳຂອງ ດ້ວຍບັນດາຮູບການວາງສະແດງການພົວພັນຕິດຕໍ່ຄື: ແຜນທີ່, ຮູບຈຳລອງ, ເອກະສານ.. ຊ່ວຍໃຫ້ຜູ້ຊົມເຂົ້າໃຈແຈ້ງກວ່າກ່ຽວກັບອະດິດຕະການ, ປະຈຸບັນ ແລະອະນາຄົດຂອງແມ່ນ້ຳຂອງ.

ຕາມ ທ່ານ ປອ ອະນຸລັກ ກິດຕິຄຸນ, ຜູ້ອຳນວຍການຝ່າຍບໍລິຫານ ຄະນະເລຂາ MRC ແລ້ວ, ສູນຂໍ້ມູນຂ່າວສານ ບໍ່ພຽງແຕ່ຮັບໃຊ້ພາລະກິດຂອງ MRC ເທົ່ານັ້ນ ຫາກຍັງແມ່ນຂົວຕໍ່, ເຊື່ອມຕໍ່ຂໍ້ມູນຂ່າວສານ ແລະ ການກະທຳກັບການເຊື່ອມຕໍ່ມະນຸດ ເພື່ອອະນາຄົດຂອງລຸ່ມແມ່ນ້ຳຂອງ. ນີ້ແມ່ນສັນຍາລັກຂອງການຮ່ວມມື ແລະຄວາມເຂົ້າໃຈລະຫວ່າງບັນດາປະເທດລຸ່ມແມ່ນ້ຳຂອງ, ບັນດາປະເທດຄູ່ຮ່ວມມື ແລະ ຝ່າຍທີ່ກ່ຽວຂ້ອງ.

ເນື່ອງໃນໂອກາດນີ້, ຄະນະເລຂາ MRC ກໍ່ໄດ້ເປີດຕົວ ຫນ້າເວັບ OneMekong ເພື່ອແນໃສ່ສະຫນອງຂໍ້ມູນຕິດຕາມ, ການຄາດຄະເນລະດັບນ້ຳໂດຍກົງໃຫ້ແກ່ປະຊາຊົນຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນຍົກສູງບົດບາດຂອງ MRC ໃນການຊຸກຍູ້ ແລະ ປະສານງານການຮ່ວມມືແມ່ນ້ຳຂອງ.

 ນັກຂ່າວ VOVປະຈຳ ສປປ ລາວ.

TAG
VOV/VOVworld/ຄະນະກຳມາທິການແມ່ນ້ຳຂອງ/ສູນຂໍ້ມູນຂ່າວສານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ