logo

MSC: ນາຍົກລັດຖະມົນຕີ ເຢຍລະມັນ ຮຽກຮ້ອງສ້າງຕັ້ງການພົວພັນຂ້າມມະຫາສະມຸດປາຊີຟິກໃໝ່ ລະຫວ່າງ ອາເມລິກາ ແລະ ເອີລົບ

2026/2/14 | 08:49:34
(VOVWORLD) - ເປົ້າໝາຍຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນເພື່ອ “ຮຳບາດແຜ” ການພົວພັນຂ້າມມະຫາສະມຸດປາຊີຟິກ ທີ່ພວມແຕກແຫງໃນໄລຍະມໍ່ໆມານີ້.

ໂດຍສືບຕໍ່ບັນດາການປຶກສາຫາລືຢູ່ກອງປະຊຸມຄວາມໝັ້ນຄົງ Munich (MSC) ຄັ້ງທີ 62 ທີ່ພວມດຳເນີນຢູ່ນະຄອນ Munich, ເມືອງເອກ ລັດ Bavaria ຂອງ ເຢຍລະມັນ, ທ່ານ Wolfgang Ischinger, ປະທານ MSC ໄດ້ເຕື້ອງເຖິງບັນຫາສຳຄັນທີ່ສຸດໃນນະໂຍບາຍຄວາມໝັ້ນຄົງທົ່ວໂລກ. ກ່າວຄຳເຫັນທີ່ພິທີໄຂໃນວັນທີ 13 ກຸມພາ, ທ່ານ Wolfgang Ischinger ໃຫ້ຮູ້ວ່າ ເປົ້າໝາຍຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນເພື່ອ “ຮຳບາດແຜ” ການພົວພັນຂ້າມມະຫາສະມຸດປາຊີຟິກ ທີ່ພວມແຕກແຫງໃນໄລຍະມໍ່ໆມານີ້.

ສ່ວນທ່ານ Friedrich Merz, ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ມີບົດກ່າວປາໄສສຳຄັນໃນວັນທີ 13 ກຸມພາ ໂດຍຢືນຢັນວ່າ MSC ຍາມໃດກໍ່ເປັນໄມ້ວັດຫຼາແທກສະພາບການເມືອງໃນການພົວພັນຂ້າມມະຫາສະໝຸດປາຊີຟິກ ເວົ້າລວມ ແລະ ທົ່ວໂລກ ເວົ້າສະເພາະ.

ໃນຂະນະນັ້ນ, ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ (ອີຊີ) ຢືນຢັນວ່າ ສະຫະພາບ ເອີລົບ (ອີຢູ) ພ້ອມແລ້ວທີ່ຈະ “ຮັບໜ້າທີ່ຫຼາຍກວ່າໃຫ້ແກ່ຄວາມໝັ້ນຄົງຂອງຕົນ” ໃນສະພາບການ ວໍຊິງຕັນ ພວມຕັ້ງຄຳຖາມກ່ຽວກັບລາຍຈ່າຍດ້ານປ້ອງກັນຊາດຂອງບັນດາສຳພັນທະມິດ.

TAG
VOV/VOVworld/​ສຳ​ຄັນ​/ນະ​ໂຍ​ບາຍ/ໝັ້ນ​ຄົງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ