logo

PMCA - ທົດສະວັດແຫ່ງການເຊີດຊູບັນດາ “ຄູອາຈານທີ່ໄດ້ປ່ຽນແປງຊີວິດ”

2025/8/24 | 09:00:00
(VOVWORLD) - PMCA ດ້ວຍຄວາມຫວັງສ້າງເປັນລາງວັນສາກົນທີ່ສະຫງວນໃຫ້ແກ່ຄູອາຈານ. ໃນເບື້ອງຕົ້ນ, ລາງວັນໄດ້ສຸມໃສ່ 10 ປະເທດສະມາຊິກ ອາຊຽນ, ລວມມີ: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ.
ບັນດາຄູອາຈານຄວ້າໄດ້ລາງວັນ
(ພາບ: ສະຖານທູດ ໄທ ປະຈຳ ຫວຽດນາມ)

ກ່ອນນີ້ໜຶ່ງທົດສະວັດ,ປີ 2014,  ໄດ້ປະກົດມີລາງວັນອັນສູງສົ່ງຢູ່ ໄທ, ເພື່ອບໍ່ພຽງແຕ່ເຊີດຊູບັນດາຄູອາຈານດີເດັ່ນເທົ່ານັ້ນ, ຫາກຍັງມີພາລະໜ້າທີ່ເຊື່ອມຕໍ່ ແລະ ແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມໃນການສຶກສາຢູ່ທົ່ວພາກພື້ນອີກດ້ວຍ. ນັ້ນແມ່ນລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ (Princess Maha Chakri Award - PMCA), ທີ່ໄດ້ຮັບການສ້າງຕັ້ງຂຶ້ນເພື່ອສະເຫຼີມສະຫຼອງວັນເກີດຂອງສົມເດັດພະອົງເຈົ້າ ມະຫາຈັກກຣີ ສີຣິນທອນ ຄົບຮອບ 60 ປີ ໃນປີ 2015. ມື້ນີ້, ພວກເຮົາພ້ອມກັນຫວນຄືນໄລຍະທາງ 10 ປີຂອງລາງວັນດັ່ງກ່າວ.

PMCA ດ້ວຍຄວາມຫວັງສ້າງເປັນລາງວັນສາກົນທີ່ສະຫງວນໃຫ້ແກ່ຄູອາຈານ. ໃນເບື້ອງຕົ້ນ, ລາງວັນໄດ້ສຸມໃສ່ 10 ປະເທດສະມາຊິກ ອາຊຽນ, ລວມມີ: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ. ນອກນັ້ນ, ຍັງມີ ຕີມໍເລດສະເຕ, ເຖິງວ່າ ເວລານັ້ນຍັງບໍ່ທັນເປັນສະມາຊິກຂອງ ອາຊຽນ , ແຕ່ຍ້ອນ ຢາກນຳປະເທດນີ້ເຊື່ອມໂຍງເຂົ້າກັບອາຊຽນ. ທ່ານ ປອ ກຣິດສະນະພົງ ກິດຕິກອນ, ປະທານມູນນິທິ PMCA, ໃຫ້ຮູ້ວ່າ:

(ທ່ານ ປອ ກຣິດສະນະພົງ ກິດຕິກອນ, ປະທານມູນນິທິ PMCA)

ສຳລັບບັນດາຄູອາຈານທີ່ໄດ້ຮັບລາງວັນ, ເຂົາເຈົ້າຈະມີໂອກາດເຂົ້າຮ່ວມບັນດາລາຍການເປັນຄູ່ຮ່ວມມືກັບໂຮງຮຽນ, ຄື: ໂຮງຮຽນຂອງຄູຜູ້ໜຶ່ງທີ່ໄດ້ຮັບລາງວັນ ຢູ່ ລາວກາຍ (ຫວຽດນາມ) ໄດ້ຮັບການສົ່ງເສີມໃຫ້ຮ່ວມມືກັບໂຮງຮຽນໜຶ່ງຢູ່ ມາເລເຊຍ, ໂຮງຮຽນ ອຸດອນ ພິທະຍານຸກຸນ (ໄທ) ແລະ ໂຮງຮຽນມັດທະຍົມສົມບູນ ປ່ອງຄຳ (ຫຼວງພະບາງ, ລາວ) ເພື່ອແລກປ່ຽນບົດຮຽນໃນການຮ່ຳຮຽນຂອງນັກຮຽນ ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳບໍ່ເປັນວັດຖຸ”. ເອື້ອຍຄູ ຮ່າແອັງເຟື້ອງ ແມ່ນຄູອາຈານຍາດໄດ້ລາງວັນ PMCA ໃນປີ 2021, ຜູ້ທີ່ໄດ້ນຳເອົາຫຼາຍສິ່ງຫຼາຍຢ່າງຈາກໂລກມາສູ່ໂຮງຮຽນເຂດພູດອຍ ເຮືອງເກິ່ນ, ຝູເຖາະ, ໃຫ້ຮູ້ວ່າ:

 “ການມີໜ້າ ແລະ ໜູນຊ່ວຍຂອງບັນດາອົງການຈັດຕັ້ງສາກົນຄື ມູນນິທິ ສົມເດັດເຈົ້າຟ້າມະຫາຈັກກຣີ ໄທ ໄດ້ສວມບົດບາດສຳຄັນທີ່ສຸດໃນການເພີ່ມກຳລັງໜູນ ແລະ ສົ່ງເສີມິດໃຈປະດິດຄິດສ້າງຂອງຄູອາຈານ, ພິເສດແມ່ຄູອາຈານໜຸ່ມ. ມູນນິທິ ສົມເດັດເຈົ້າຟ້າມະຫາຈັກກຣີ ໄທ ຍັງສ້າງເຄືອຂ່າຍເຊື່ອມຕໍ່ຢ່າງກວ້າງວາງ, ຊ່ວຍໃຫ້ຄູອາຈານໄດ້ຮ່ຳຮຽນຖອດຖອນບົດຮຽນຈາກບັນດາປະເທດ ອາຊຽນ”.

ມູນນິທິ PMCA ຍັງເປັນເຈົ້າການເຊື່ອມຕໍ່ຊ່ວຍໃຫ້ບັນດາຄູອາຈານມີຜົນສະທ້ອນຫຼາຍກວ່າ, ກາຍເປັນບັນດາແຫຼ່ງກຳລັງສຳຄັນໃນການສ້າງຫຼັກສູດການສອນໃຫ້ແກ່ປະເທດຂອງເຂົາເຈົ້າ. ຄູ ຫງວຽນແມ້ງຮຸ່ງ, ຮອງອຳນວຍການໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່ວາງວັນທຸ, ຮ່ວາບິ່ງ (ປະຈຸບັນແມ່ນແຂວງ ຝູເຖາະໃໝ່), ຜູ້ຍາດໄດ້ລາງວັນ PMCA ປີ 2023, ແບ່ງປັນວ່າ:

“ປີຜ່ານມາ, ຂ້າພະເຈົ້າໄດ້ນຳເອົາ ຮູບແບບການຄົງຊີບສ່ວນໜຶ່ງໄປປະເທດ ໄທ ເພື່ອສະເໜີຢູ່ທີ່ນັ້ນ, ເຮັດໃຫ້ມັນກາຍເປັນການລະຫຼິ້ນທີ່ມ່ວນຊື່ນ ແລະ ມີຄວາມໝາຍ, ອັນໄດ້ຮັບການຕີລາຄາສູງຈາກເພື່ອນ ໄທ. ຂ້າພະເຈົ້າເຫັນວ່າ,ນັກຮຽນໃນປະຈຸບັນຮຽນເກັ່ງຫຼາຍ. ແຕ່ບັນດາທັກສະເພື່ອຄົງຕົວ ແລະ ຜ່ານຜ່າຄວາມຫຍຸ້ງຍາກ, ໄພທຳມະຊາດ, ຄື: ການປະຖົມພະຍາບານ ຫຼື ການປ້ອງກັນຕ້ານອັກຄີໄພ, ທັກສະກູ້ເອົາຊີວິດໃຫ້ຢູ່ລອດໃນເງື່ອນໄຂໄພທຳມະຊາດ, ນ້ຳແກ່ງຖ້ວມ ແມ່ນຍັງບໍ່ທັນໄດ້ດີ”.

ພາຍຫຼັງໄລຍະ 10 ປີ, ລາງວັນໄດ້ຂະຫຍາຍອອກສູ່ ພູຖານ, ບັງກະລາເທດ ແລະ ມົງໂກນ, ຍົກຈຳນວນປະເທດທີ່ເຂົ້າຮ່ວມຂຶ້ນເປັນ 14 ປະເທດ. PMCA ປາດຖະໜາຢາກພ້ອມກັບ 14 ປະເທດນັ້ນ ສ້າງເປັນກຸ່ມເອກະພາບດ້ວຍແຜນການສ້າງຕັ້ງສະຖາບັນຄູອາຈານ PMCA, ເປັນແຫ່ງສຶກສາບໍ່ມີພົມແດນ, ມຸ່ງໄປເຖິງອະນາຄົດແຫ່ງການສຶກສາຮອບດ້ານ ແລະ ເຊື່ອມໂຍງ.

TAG
VOV/VOVworld/ຫຼັກສູດ/ການສອນ/ຮ່ຳຮຽນ/ນັກຮຽນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ