logo

UNESCO ເອົາສານຊົມເຊີຍມະຕິວ່າດ້ວຍການພັດທະນາວັດທະນະທຳ ຫວຽດນາມ ລົງໃນເວັບໄຊ

2026/1/29 | 09:05:00
(VOVWORLD) - UNESCO ໄດ້ສະແດງຄວາມເຄົາລົບ, ຮັບຮູ້ ແລະ ຊົມເຊຍເລື່ອງ ກົມການເມືອງພັກກອມມູນິດ ຫວຽດນາມ ປະກາດໃຊ້ມະຕິເລກທີ 80 ສູນກາງ ກ່ຽວກັບການພັດທະນາວັດທະນະທຳ
UNESCO ຊົມເຊຍມະຕິວ່າດ້ວຍການພັດທະນາວັດທະນະທຳ ຫວຽດນາມ
(ພາບ: daibieunhandan.vn)

        ວັນທີ 28 ມັງກອນ, ເວັບໄຊຂອງອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ລົງສານຂອງ UNESCO ຊົມເຊຍມະຕິວ່າດ້ວຍການພັດທະນາວັດທະນະທຳ ຫວຽດນາມ.

        ໃນສານຊົມເຊຍ, UNESCO ໄດ້ສະແດງຄວາມເຄົາລົບ, ຮັບຮູ້ ແລະ ຊົມເຊຍເລື່ອງ ກົມການເມືອງພັກກອມມູນິດ ຫວຽດນາມ ປະກາດໃຊ້ມະຕິເລກທີ 80 ສູນກາງ ກ່ຽວກັບການພັດທະນາວັດທະນະທຳ; ຖືນີ້ແມ່ນເອກະສານສຳຄັນພິເສດ, ສະແດງໃຫ້ເຫັນການຫັນປ່ຽນຈິນຕະນາການພັດທະນາ, ຕາມນັ້ນແລ້ວ ວັດທະນະທຳບໍ່ພຽງແຕ່ແມ່ນຂົງເຂດໜູນຊ່ວຍເພີ່ມເຕີມ, ຫາກຍັງແມ່ນໜຶ່ງໃນ 4 ເສົາຄ້ຳຂອງພັດທະນາແບບຍືນຍົງ, ໄປຄຽງຄູ່ກັບເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. UNESCO ຕີລາຄາວ່າ ການກຳນົດທິດນີ້ຂອງ ຫວຽດນາມ ກົງກັນກັບວິໄສທັດ ແລະ ຄວາມມານະພະຍາຍາມຂອງ UNESCO ໃນເລື່ອງ ນຳວັດທະນະທຳໃຫ້ກາຍເປັນເປົ້າໝາຍພັດທະນາແບບຍືນຍົງໃນໂຄງການດຳເນີນງານທົ່ວໂລກຫຼັງປີ 2030. UNESCO ເຄົາລົບ, ຮັບຮູ້ເລື່ອງ ຫວຽດນາມ ກຳນົດວັດທະນະທຳຄືດັ່ງ “ລະບົບດັດສົມ” ໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ຜ່ານນັ້ນ ກໍ່ປະກອບສ່ວນຢ່າງແທດຈິງເຂົ້າໃນຄວາມມານະພະຍາຍາມລວມ ເພື່ອປັບປຸງສັນຕິພາບທົ່ວໂລກ.

TAG
VOV/VOVworld/ວັດ​ທະ​ນະ​ທຳ/ເປົ້າ​ໝາຍ/​ພັດ​ທະ​ນາ​/​ຍືນ​ຍົງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ