ວັນທີ 17 ກຸມພາ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ໄດ້ປະກາດ 19 ໂຄງການໃໝ່ດ້ວຍຍອດມູນຄ່າ 6.9 ລ້ານ USD ເພື່ອແນໃສ່ໜູນຊ່ວຍການຮັບມືກັບບັນດາກໍລະນີສຸກເສີນໃນທົ່ວໂລກ ດ້ວຍແຫຼ່ງເງິນປະກອບເພີ່ມເຕີມຈາກລັດຖະບານ ຍີ່ປຸ່ນ.
ບັນດາບ້ວງເງິນອຸປະຖຳໃໝ່ຈະເພີ່ມທະວີບັນດາການເຄື່ອນໄຫວໃນຂົງເຂດອະນຸລັກຮັກສາມໍລະດົກວັດທະນະທຳ, ການສຶກສາ ແລະ ຮັບປະກັນສິດເຂົ້າເຖິງຂໍ້ມູນຂ່າວສານ, ພ້ອມທັງປັບປຸງບົດບາດຂອງອົງການນີ້ໃນສະພາບການສຸກເສີນ.
ສ່ວນໜຶ່ງໃນບ້ວງເງິນອຸປະຖຳໃໝ່ຈະສະຫງວນໃຫ້ແກ່ວິວັດການຟື້ນຟູຂອງ ຢູແກຼນ. ບັນດາໂຄງການຈະສຸມໃສ່ການຕິດຕາມກວດກາ, ປັບປຸງມໍລະດົກຖືກເປ່ເພຍ້ອນການປະທະກັນໂດຍດ່ວນ; ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນປອດໄພ, ກວມລວມ ແລະ ມີຄວາມສາມາດທົນທານຜ່ານການບຳລຸງສ້າງວິຊາສະເພາະ ແລະ ໜູນຊ່ວຍສຸຂະພາບ ພ້ອມທັງເພີ່ມທະວີການໜູນຊ່ວຍໃຫ້ແກ່ບັນດານັກຂ່າວ.




