logo

VINFAST ເປີດ​​ນຳ​ໃຊ້​ໂຮງ​ຈັກຜະ​ລິດລົດ​ເກັງ​ໄຟ​ຟ້າ​ຢູ່ ອິນ​ໂດ​ເນ​ເຊຍ

2025/12/16 | 08:48:42
(VOVWORLD) - ວັນທີ 15 ທັນວາ, VinFast, ເຄື່ອງໝາຍການຄ້າລົດເກັງຂອງ ຫວຽດນາມ ໄດ້ເປີດນຳໃຊ້ໂຮງຈັກຜະລິດລົດເກັງໄຟຟ້າຢູ່ Subang, Java ຕາເວັນຕົກ, ອິນໂດເນເຊຍ, ເຊິ່ງເປັນຂີດໝາຍບາດກ້າວສຳຄັນໃນຍຸດທະສາດບຸລະນະຄວາມສາມາດຜະລິດທົ່ວໂລກໃຫ້ສົມບູນແບບ ແລະ ໃຫ້ຄຳໝັ້ນສັນຍາຍາວນານກັບຕະຫຼາດ ອິນໂດເນເຊຍ.

ທ່ານ ຟ້າມແຊັງເຈົາ, ຜູ້ອຳນວຍການໃຫຍ່ VinFast ອາຊີ ກ່າວຄຳເຫັນທີ່ພິທີ

ໂຮງຈັກຜະລິດລົດເກັງໄຟຟ້າ VinFast ຢູ່ Suban ໄດ້ນຳເຂົ້າເຄື່ອນໄຫວພາຍຫຼັງເວລາພຽງແຕ່ 17 ເດືອນ. ນີ້ແມ່ນໂຮງຈັກແຫ່ງທີ 4 ຂອງບໍລິສັດດັ່ງກ່າວ ທີ່ໄດ້ນຳເຂົ້າເຄື່ອນໄຫວໃນທົ່ວໂລກ, ທັງແມ່ນໂຮງຈັກທຳອິດຢູ່ ອິນໂດເນເຊຍ ແລະ ອາຊີຕາເວັນອອກສ່ຽງໃຕ້ (ຢູ່ນອກ ຫວຽດນາມ). ທ່ານ ຟ້າມແຊັງເຈົາ, ຜູ້ອຳນວຍການໃຫຍ່ VinFast ອາຊີ, ແບ່ງປັນວ່າ:

“ການເປີດນຳໃຊ້ໂຮງຈັກຢູ່ Subang ແມ່ນມີຄວາມໝາຍຍຸດທະສາດທີ່ມີລັກສະນະທົ່ວໂລກຂອງ VinFast ເພາະວ່ານີ້ແມ່ນຕະຫຼາດສຳຄັນ. ອິນໂດເນເຊຍ ແມ່ນປະເທດມີປະຊາກອນຫຼາຍທີ່ສຸດໃນ ອາຊີຕາເວັນອອກສ່ຽງໃຕ້, ມີລະດັບການເຕີບໂຕສູງ, ດ້ວຍຄວາມມັກໃຫຍ່ໄຝ່ສູງ 8%. ລະດັບການເຕີບໂຕລົດໄຟຟ້າກໍສູງ, ສະນັ້ນ Vinfast ຕ້ອງຜັນຂະຫຍາຍການກໍ່ສ້າງໂຮງຈັກໃຫ້ສຳເລັດ ແລະ ປະຕິບັດຄຳໝັ້ນສັນຍາຂອງພວກຂ້າພະເຈົ້າ.”

ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ Airlangga Hartarto ລັດຖະມົນຕີຜູ່ປະສານງານດ້ານເສດຖະກິດ ອິນໂດເນເຊຍ ໄດ້ເນັ້ນໜັກເຖິງຂອບຂະໜາດ ຂອງໂຄງການດັ່ງກ່າວ, VinFast ຈະກາຍເປັນໜຶ່ງໃນບັນດາແກ່ນສານສຳຄັນ, ປະກອສ່ວນນຳ Subang ກາຍເປັນສູນອຸດສາຫະກຳລົດໄຟຟ້າໃໝ່ຂອງພາກພື້ນໃນໄລຍະຈະມາເຖິງ.

ນັກຂ່າວ VOV ປະຈຳ ອິນໂດເນເຊຍ

 

TAG
VOV/VOVworld/VINFAST/ເປີດນຳໃຊ້ໂຮງຈັກຢູ່ Subang/ຜະ​ລິດລົດ​ເກັງ​ໄຟ​ຟ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ