logo

VOV ປະກອບສ່ວນເຮັດໃຫ້ໝູ່ມະຫາຊົນເພີ່ມ ຄວາມເຂົ້າໃຈຕື່ມອີກກ່ຽວກັບການພົວພັນ ຫວຽດນາມ - ອິນໂດເນເຊຍ

2026/1/18 | 08:19:00
(VOVWORLD) -  ບັນດາຜູ້ທີ່ໄດ້ຮັບລາງວັນໃນການເສັງນີ້ແມ່ນບັນດາ “ທູດມິດຕະພາບ” ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.
        “ການເສັງຊອກຮູ້ກ່ຽວກັບການພົວພັນຮ່ວມມື ຫວຽດນາມ - ອິນໂດເນເຊຍ” ປີ 2025 ໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV) ປຸກລະດົມ ແມ່ນຈຸດພົ້ນເດັ່ນໃນບັນດາເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ (1955 – 2025). ບໍ່ພຽງແຕ່ເຮັດໃຫ້ມະຫາຊົນເພີ່ມຄວາມເຂົ້າໃຈກ່ຽວກັບການພົວພັນດ້ານການທູດລະຫວ່າງ 2 ປະເທດເທົ່ານັ້ນ,  VOV ຍັງຢາກຮ່ວມເດີນທາງພ້ອມກັບບັນດາການເຄື່ອນໄຫວການທູດປະຊາຊົນຂອງປະເທດອີກດ້ວຍ.
(ທ່ານ ໂງມິນຫຽນ, ຮອງຜູ້ອຳນວຍການໃຫຍ່ VOV, ຫົວໜ້າຄະນະກຳມະການການເສັງ)

        ທຳນອງເພງຟົດຟື້ນມ່ວນຊື່ນຂອງບົດຟ້ອນ Mambo Simbo ໂດຍບັນດານັກຮຽນ ຫວຽດນາມ ຢູ່ ອິນໂດເນເຊຍ ສະແດງ ໄດ້ເປີດສາກໃຫ້ພິທີມອບລາງວັນ: “ການເສັງຊອກຮູ້ກ່ຽວກັບການພົວພັນຮ່ວມມື ຫວຽດນາມ - ອິນໂດເນເຊຍ” ເຊິ່ງດຳເນີນໃນເດືອນ ທັນວາ 2025 ຜ່ານມາຢູ່ສຳນັກງານ VOV. ການເສັງໂດຍ VOV ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ຈັດຂຶ້ນ, ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອິນໂດເນເຊຍ (30 ທັນວາ 1955 – 30 ທັນວາ 2025) ແລະ 80 ປີແຫ່ງວັນຊາດຂອງ 2 ປະເທດ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ໂງມິນຫຽນ, ຮອງຜູ້ອຳນວຍການໃຫຍ່ VOV, ຫົວໜ້າຄະນະກຳມະການການເສັງ ໃຫ້ຮູ້ວ່າ:

        “ຜ່ານໄລຍະ 7 ທົດສະວັດ, ການພົວພັນ ຫວຽດນາມ - ອິນໂດເນເຊຍ ຍາມໃດກໍ່ພັດທະນາຢ່າງດີງາມ, ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ດ້ວຍພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ໝັ້ນແກ່ນ, ການຮ່ວມທີ່ມີປະສິດທິຜົນໃນຫຼາຍຂົງເຂດ, ນັບແຕ່ດ້ານການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ຕະຫຼອດຮອດການພົບປະແລກປ່ຽນວັດທະນະທຳ ແລະ ການຮ່ວມມືປະຊາຊົນ. ບັນດາຂີດໝາຍນັ້ນ ບໍ່ພຽງແຕ່ເປັນການຢັ້ງຢືນຂອບຂະໜາດຂອງການພົວພັນ 2 ປະເທດເທົ່ານັ້ນ, ຫາກຍັງແມ່ນແຫຼ່ງບັນດານໃຈເພື່ອໃຫ້ VOV ແລະ ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ສົມທົບກັນຈັດການເສັງນີ້. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ເມື່ອສື່ມວນຊົນ, ວັດທະນະທຳ ແລະ ພູມປັນຍາໄດ້ແຜ່ກະຈາຍນັ້ນ, ນ້ຳໃຈມິດຕະພາບ ແລະ ການຮ່ວມມືຢ່າງແທດິງໃນຫຼາຍຂົງເຂດຍິ່ງມີເງື່ອນໄຂພັດທະນາຢ່າງແຮງກວ່າ”.

        ໃນຂະນະນັ້ນ, ທ່ານນາງ Jane Madahlena Nelly Runkat, ອຸປະທູດ ສະຖານທູດ ອິນໂດເນເຊຍ ໃຫ້ຮູ້ວ່າ ໃນສັງກາດປັນຍາປະດິດ ແລະຫັນເປັນດີຈີຕອນໃນປະຈຸບັນ, ລຸ້ນໜຸ່ມໄດ້ສວມບົດບາດສຳຄັນໃນການປ່ຽນແປງໃໝ່ ແລະ ຮ່ວມມື ເພື່ອຍົກສູງພາບພົດປະເທດຊາດບົນເວທີສາກົນ. ແລະບັນດາຜູ້ທີ່ໄດ້ຮັບລາງວັນໃນການເສັງນີ້ແມ່ນບັນດາ “ທູດມິດຕະພາບ” ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.

        “ການເສັງມີຄວາໝາຍສຳຄັນ, ສ້າງໂອກາດເພື່ອໃຫ້ລຸ້ນໜຸ່ມມີຄວາມເຂົ້າໃຈ, ທັດສະນະຢ່າງເລິກເຊິ່ງກ່ຽວກັບນ້ຳໃຈມິດພາບ ແລະ ຄວາມເຂົ້າໃຈລະຫວ່າງ 2 ປະເທດ, ກໍຄືວັດທະນະທຳຂອງແຕ່ລະປະເທດ. ຂ້າພະເຈົ້າສະແດງຄວາມຍິນດີ ແລະ ຊົມເຊີຍບັນດາຜູ້ທີ່ໄດ້ຮັບລາງວັນໃນການເສັງຄັ້ງນີ້. ຜ່ານການຊອກຮູ້ຈະກະຕຸກຊຸກຍູ້ພວກເພື່ອນມາຢ້ຽມຢາມ ອິນໂດເນເຊຍ ຫຼື ສ້າງການພົວພັນກັບປະຊາຄົມ ແລະ ບັນດາອົງການຈັດັ້ງຢູ່ ອິນໂດເນເຊຍ”.

(ເພື່ອນ ດວ່ານກິມລວານ, ຄູສອນມະຫາວິທະຍາໄລ ວັນລາງ, ນະຄອນ ໂຮ່ຈີມິນ ຮັບລາງວັນທີ 1)

        ການເສັງໄດ້ຈັດຂຶ້ນແຕ່ວັນທີ 01 ຮອດວັນທີ 30 ພະຈິກ 2025, ຕາມຮູບແບບ “Quiz” - ຕອບຄຳທວາຍ ແລະ ອັດຕະໄນ. ບັນດາບົດເສັງສະແດງໃຫ້ເຫັນຄວາມເຂົ້າໃຈກ່ຽວກັບປະຫວັດສາດການພົວພັນ ຫວຽດນາມ - ອິນໂດເນເຊຍ, ຈິດໃຈປະດິດຄິດສ້າງ ແລະ ຄວາມຈິງໃຈທີ່ສະຫງວນໃຫ້ 2 ຊາດ. ໂດຍເປັນກຽດທີ່ໄດ້ຮັບລາງວັນທີ 1, ເພື່ອນ ດວ່ານກິມລວານ, ຄູສອນມະຫາວິທະຍາໄລ ວັນລາງ, ນະຄອນ ໂຮ່ຈີມິນ ແບ່ງປັນວ່າ:

        “ໂດຍ ແມ່ນ ອະ ດີດ ນັກ ສຶກ ສາ ຂອງ ໂຄງ ການ ທຶນ ການສຶກ ສາ ລັດ ຖະ ບານ Damasiswa ລະ ຫວ່າງ ອິນ ໂດ ເນ ເຊຍ ແລະ ປະ ເທດ ອື່ນ, ຂ້າ   ເຈົ້າຈຶ່ງມີ ຄວາມ ເຂົ້າ ໃຈ ສ່ວນ ໃດ ສ່ວນ ໜຶ່ງ ກ່ຽວ ກັບ ວັດ ທະ ນະ ທຳ ແລະ ພາ ສາ ອິນ ໂດເນ ເຊຍ, ສະ ນັ້ນການກະກຽມຄຳຕອບໃນ ການ ເສັງ ຄັ້ງ ນີ້ບໍ່ລຳບາກປານໃດ. ຂ້າ ພະ ເຈົ້າ ຫວັງ ວ່າ ແນວຄວາມ ຄິດ ຂອງ ຂ້າ ພະ ເຈົ້າ ຈະ ປະກົດຜົນເປັນ ຈິງ ໂດຍ ໄວ ເພື່ອ ຊຸກ ຍູ້ ການ ພົວ ພັນ ລະ ຫວ່າງ 2 ປະ ເທດ ຫວຽດ ນາມ ແລະ ອິນ ໂດ ເນ ເຊຍ”.

        ສ່ວນ ເອື້ອຍ ເຈິ່ນຖຸຍຮ່າ, ມາຈາກແຂວງ ກວາງຈິ, ຜູ້ຄວ້າໄດ້ລາງວັນທີ 3 ແບ່ງປັນວ່າ:

        “ການ ຕອບແບບປາລະໄນ ຂ້າ ພະ ເຈົ້າ ໄດ້ ອ່ານ ເອ ກະ ສານ ແລະ ຊອກ ໃນ ອິນ ເຕີ ເນັດ. ບົດ ຂຽນ ຂອງ ຂ້າ ພະ ເຈົ້າ ແມ່ນຄວາມ ຮູ້ ສຶກ ແລະ ການສົມທຽບກັບບັນ ດາ ວີ ທີ ເຮັດ ທີ່ ດີ ເພື່ອ ແຜ່ ກະ ຈາຍການ ພົວ ພັນ ອັນ ດີ ງາ  ລະ ຫວ່າງ 2 ປະ ເທດ ຫວຽດ ນາມ - ອິນ ໂດ ເນ ເຊຍ. ຂ້າ ພະ ເຈົ້າ ປາ  ຖະ ໜາ ວ່າ ການ ພົວ ພັນ ລະ ຫວ່າງ 2 ປະ ເທດ ນັບ ມື້ ນັບ ພັດ ທະ ນາ ກວ່າອີກ. ແລະ ລຸ້  ໜຸ່ມ, ພິ ເສດ ແມ່ນ ນັກ ຮຽນ  ຈະມີ ຄວາມ ເຂົ້າ ໃຈຕື່ມອີກກ່ຽວ ກັບ ປະ ເທດ ອ ິນ ໂດ ເນ ເຊຍ”.

        ການເສັງຊອກຮູ້ກ່ຽວກັບການພົວພັນຮ່ວມມື ຫວຽດນາມ - ອິນໂດເນເຊຍ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ, ເປີດແງ່ຫວັງຫຼາຍຢ່າງໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືຕໍ່ໄປລະຫວ່າງ VOV ແລະ ສະຖານທູດ ອິນໂດເນເຊຍ ໃນບັນດາງານພົບປະແລກປ່ຽນ, ແລກປ່ຽນສື່ມວນຊົນໃນໄລຍະຈະມາເຖິງ.

TAG
VOV/VOVworld/ຈິດ​ໃຈ​/ປະ​ດິດ​ຄິດ​ສ້າງ/ຄວາມຈິງ​ໃຈ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ