ຄະນະ WIMT check in ຢູ່ດ່ານຊາຍແດນ ເກົ່າແຈວ |
ດ້ວຍສຽງເຄື່ອງຈັກທີ່ພິເສດ ພ້ອມດ້ວຍຮູບຊົງພາຍນອກທີ່ “ໂກ້ເກ້” ຂອງລົດຈັກແຮງມ້າສູງຄັນຕ່າງໆ ເມື່ອຢຸດຢູ່ໂຮງແຮມແຫ່ງໜຶ່ງຢູ່ແຖວຖະໜົນເກົ່າ ຮ່າໂນ້ຍ ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນຢູ່ເຂດອ້ອມຂ້າງ. ໃນທີ່ສຸດ ພາຍຫຼັງຂັບລົດເກືອບ 10 ຊົ່ວໂມງຈາກດ່ານຊາຍແດນ ເກົ່າແຈວ (ແຂວງຮ່າຕິງ), ຄະນະ WIMT ກໍມາຮອດ ຮ່າໂນ້ຍ.
“ໃນທີ່ສຸດ ພວກຂ້າພະເຈົ້າກໍມາຮອດແລ້ວ. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອສິ້ນສຸດໄລຍະການເດີນທາງ 4.500 ກິໂລແມັດ ດ້ວຍຄວາມປອດໄພ. ດຽວນີ້, ພວກຂ້າພະເຈົ້າສາມາດນອນພັກຜ່ອນໄດ້ແລ້ວ”.
ລາຍການ WIMT ຄັ້ງທຳອິດຈັດຂຶ້ນໃນປີ 2019 ໂດຍໄດ້ເລີ່ມມາຈາກແນວຄວາມຄິດຂອງທ່ານ Pratito Soeharyo ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ລາວ. ທ່ານຢາກຊຸກຍູ້ສາຍພົວພັນທາງການທູດ ໂດຍຜ່ານການນໍາໃຊ້ລົດຈັກ, ເຕົ້າໂຮມບັນດາໂຊເຟີລົດ ເດີນທາງຜ່ານປະເທດຕ່າງໆ, ເພີ່ມທະວີຄວາມສາມັກຄີລະຫວ່າງ ອິນໂດເນເຊຍ ກັບບັນດາປະເທດໃນພາກພື້ນ. ແຕ່ການເດີນທາງຄັ້ງນັ້ນ ມີແຕ່ໄປຄົ້ນຫາ 3 ປະເທດເທົ່ານັ້ນ, ແຕ່ໃນຄັ້ງນີ້ ແມ່ນໄດ້ເປັນ 5 ປະເທດ.
ລາຍການ WIMT ຄັ້ງທີ 2 ຖືກໂຈະໄວ້ເປັນເວລາ 2 ປີ ຍ້ອນໂລກພະຍາດໂຄວິດ - 19. ເພາະສະນັ້ນ, ການເດີນທາງຄັ້ງນີ້ ຍິ່ງມີຄວາມໝາຍຂຶ້ນຕື່ມ ເມື່ອໄດ້ຮັບຖືວ່າ ເປັນການລະດົມກຳລັງໃຈໃຫ້ປະຊາຊົນກັບມາດຳລົງຊີວິດເປັນປົກກະຕິພາຍຫຼັງໂລກລະບາດ. ຄະນະ WIMT ໄດ້ເລີ່ມເດີນທາງແຕ່ ອິນໂດເນເຊຍ, ຫຼັງຈາກນັ້ນຂ້າມຊາຍແດນໄປຍັງບັນດາປະເທດ ມາເລເຊຍ, ໄທ, ກຳປູເຈຍ, ລາວ ແລະ ຫວຽດນາມ ໂດຍຜ່ານຫຼາຍເສັ້ນທາງທີ່ໜ້າຈັບອົກຈັບໃຈ. ທຸກຄົນລ້ວນແຕ່ມີຄວາມປິຕິຊົມຊື່ນເມື່ອໄດ້ຜ່ານຜ່າສິ່ງທ້າທາຍ ແລະ ໄດ້ສຳຜັດກັບຄວາມສວຍສົດງາມຂອງທຳມະຊາດ, ໄດ້ສຳຜັດກັບປະຊາຊົນຢູ່ບັນດາປະເທດເຫຼົ່ານີ້. ທ່ານ Sahzahan, ນັກທຸລະກິດຄົນໜຶ່ງທີ່ມີອາຍຸ 50 ປີ ບໍ່ອາດກັ້ນຄວາມດີໃຈ, ຄວາມພາກພູມໃຈ ພ້ອມດ້ວຍຄວາມຕື້ນຕັນໃຈໄວ້ໄດ້ ເມື່ອໄດ້ເຂົ້າຮ່ວມລາຍການທັງສອງຄັ້ງພ້ອມກັບບັນດາສະມາຊິກ WIMT ພິຊິດເສັ້ນທາງຕ່າງໆຢູ່່ ອາຊີຕາເວັນອອກສ່ຽງໃຕ້, ພິເສດທ່ານໃຫ້ຮູ້ວ່າ:
“ແຕ່ລະສະຖານທີ່, ແຕ່ລະເສັ້ນທາງ ລ້ວນແຕ່ມີລັກສະນະ ແລະ ຄວາມປະທັບໃຈສະເພາະຂອງມັນ. ຈາກ ມາເລເຊຍ ໄປຍັງປະເທດ ໄທ, ພວກຂ້າພະເຈົ້າໄດ້ຮັບການອະນຸຍາດໃຫ້ເຂົ້າໄປເສັ້ນທາງດ່ວນ. ສ່ວນຢູ່ ກຳປູເຈຍ ກໍມີຖະໜົນໃຫຍ່ຫຼາຍສາຍ ແຕ່ທາງດ່ວນແມ່ນມີໜ້ອຍ. ເສັ້ນທາງທີ່ໄປຍາກທີ່ສຸດ ອາດຈະແມ່ນແຕ່ ກຳປູເຈຍ ໄປລາວ, ຫຼື ເຂດດ່ານຊາຍແດນ ເກົ່າແຈວ (ຫວຽດນາມ). ພວກຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມຕື່ນເຕັ້ນ, ກະຕືລືລົ້ນເມື່ອໄດ້ບັນດາເສັ້ນທາງທີ່ແຕກຕ່າງກັນ”.
ໃນຕະຫຼອດໄລຍະຂອງການເດີນທາງ, ບັນດາສະມາຊິກ WIMT ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ທັງເປັນຫ່ວງຍ້ອນລົດເພ, ບາງຄົນເກືອບຄືວ່າໝົດເຫື່ອໝົດແຮງຍ້ອນອາກາດແດດຮ້ອນກວ່າ 40 ອົງສາ ຢູ່ ກຳປູເຈຍ ແລະ ຫວຽດນາມ; ທັງຕື່ນເຕັ້ນ, ຢ້ານກົວເມື່ອພົບເສັ້ນທາງທຸລະກັນດານ. ເພື່ອເດີນທາງຜ່ານໄລຍະທາງທີ່ຍາວຢຽດນີ້ສຳເລັດ, ບັນດາສະມາຊິກໃນຄະນະໄດ້ຮັບການໜູນຊ່ວຍຈາກຫຼາຍພາກສ່ວນ: ສະຖານທູດ ອິນໂດເນເຊຍ ປະຈຳຢູ່ບັນດາປະເທດ, ບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງ, ພິເສດແມ່ນການສົມທົບ ແລະ ຊ່ວຍເຫຼືອຂອງໂຊເຟີລົດຈາກສະໂມສອນລົດຈັກ ຢູ່ບັນດາປະເທດປະຈຳຖິ່ນ. ການສຳຜັດ, ຄວາມຮັກແພງລະຫວ່າງເພື່ອນມິດສະຫາຍ, ຄວາມງາມຂອງສະຖານທີ່ແຕ່ລະແຫ່ງທີ່ໄດ້ໄປຜ່ານໃນການເດີນທາງຄັ້ງນີ້ ລ້ວນແຕ່ສ້າງຄວາມປະທັບໃຈຢ່າງດີງາມສຳລັບບັນດາໂຊເຟີທີ່ມາຈາກ ອິນໂດເນເຊຍ:
“ມາຮອດໃສພວກຂ້າພະເຈົ້າກໍໄດ້ຮັບການຕ້ອນຮັບຢ່າງລອບຄອບຖີ່ຖ້ວນ ແລະ ສະໜິດສະໜົມຈາກສະຖານທູດ ອິນໂດເນເຊຍ ແລະ ໂຊເຟີຂອງບັນດາປະເທດເພື່ອນບ້ານ. ເຂົາເຈົ້າຈັດການຕ້ອນຮັບພວກຂ້າພະເຈົ້າໄດ້ເປັນຢ່າງດີ, ເຊິ່ງບໍ່ຫວາດຫວັ່ນຕໍ່ອາກາດແດດຮ້ອນ, ທາງໄປທີ່ຍາກ ຫຼື ວ່າຕ້ອງລໍຖ້າພວກຂ້າພະເຈົ້າຍ້ອນລົດເພກາງທາງ… ພວກຂ້າພະເຈົ້າຕີລາຄາສູງ ແລະ ມີຄວາມຕື້ນຕັນໃຈຕໍ່ນ້ຳຈິດນ້ຳໃຈຂອງເຂົາເຈົ້າ”.
“ພວກຂ້າພະເຈົ້າໄດ້ໄປປະເທດ ກຳປູເຈຍ, ເຊິ່ງເປັນປະເທດທີ່ມີ ວັດອັງກໍ ແລະ ມີວັດວາອາຮາມຈຳນວນຫຼວງຫຼາຍ ຄືກັນກັບປະເທດພວກຂ້າພະເຈົ້າ. ແຕ່ວ່າ ອາກາດຢູ່ນີ້ຮ້ອນຫຼາຍ, ຢູ່ ອິນໂດເນເຊຍ ສູງສຸດແມ່ນ 33 ອົງສາ ແຕ່ຢູ່ນີ້ແມ່ນກວ່າ 40 ອົງສາ. ສ່ວນຢູ່ ຫວຽດນາມ ມີທິວທັດທຳມະຊາດຫຼາຍແຫ່ງທີ່ສວຍງາມ ແລະ ສະຫງົບງຽບ. ຂ້າພະເຈົ້າມີຄວາມປະທັບໃຈກັບບັນດາສາຍພູຫີນທີ່ໃຫຍ່ໂຕມະໂຫາຖານ, ປ່າໄມ້ທີ່ຂຽວອຸ່ມທຸ່ມ”.
“ຂ້າພະເຈົ້າເຊື່ອຢ່າງແນ່ວແນ່ວ່າ ສິ່ງໃດທີ່ໄດ້ເລີ່ມມາຈາກນ້ຳໃຈອາລົມຈິດ, ຈາກຄວາມຮັກມັກເມົາມົວ, ສິ່ງນັ້ນຈະປະສົບຜົນສຳເລັດ ຍ້ອນວ່າມັນໄດ້ເຮັດດ້ວຍໃຈ”, ທ່ານ Denny Abdi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ເນັ້ນໜັກຄືແນວນັ້ນ ໃນບົດກ່າວຄຳເຫັນຂອງຕົນ ເມື່ອຕ້ອນຮັບນັກແຂ່ງ ອິນໂດເນເຊຍ ພາຍຫຼັງສຳເລັດການເດີນທາງຂອງຕົນ. ແລະ ການເດີນທາງຂອງບັນດາສະມາຊິກ WIMT ຄັ້ງນີ້ ໄດ້ປະສົບຜົນສຳເລັດ ຍ້ອນວ່າ ເຂົາເຈົ້າໄດ້ປະຕິບັດດ້ວຍຄວາມເມົາມົວ, ຄວາມສຸດຈິດສຸດໃຈ ແລະ ຄວາມກ້າຫານ./.




