VOV WorldVOV World
ອາ​ລົມ​ຈິດຂອງ​ປະຊາຊົນບັນດາເຜົ່າຫວຽດ​ບັກ ກັບ​ປະ​ທານ​ໂຮ່​ຈີ​ມິນຍັງເໜືອນເດີມ
03/09/2021 08:14
(VOVWORLD) -ຫວຽດບັກ ມີຄວາມເອກອ້າງທະນົງໃຈ ທີ່ໄດ້ເປັນນະຄອນຫຼວງແຫ່ງການຕໍ່ຕ້ານ, ໜຶ່ງໃນບັນດາຖານທີ່ໝັ້ນທີ່ໜັກແໜ້ນເພື່ອປົກປ້ອງ ແລະ ກໍ່ສ້າງກຳລັງການປະຕິວັດຫວຽດນາມ ກ້າວໄປເຖິງໄຊຊະນະສຸດທ້າຍ. 76 ປີໄດ້ຜ່ານພົ້ນໄປແລ້ວ ນັບແຕ່ລະດູໃບໄມ້ຫຼົ່ນປະຫວັດສາດປີ 1945, ບ້ານເກີດເມືອງນອນຫວຽດບັກ ມີການປ່ຽນແປງໄປຕາມແຕ່ລະມື້ ແຕ່ອາລົມຈິດຄວາມຮັກແພງຂອງ ປຊຊ ຢູ່ແຫ່ງນີ້ ທີ່ມີຕໍ່ປະທານໂຮ່ຈີມິນ ແລະ ການປະຕິວັດແມ່ນຍັງເໝືອນເດີມ.
ອາ​ລົມ​ຈິດຂອງ​ປະຊາຊົນບັນດາເຜົ່າຫວຽດ​ບັກ ກັບ​ປະ​ທານ​ໂຮ່​ຈີ​ມິນຍັງເໜືອນເດີມ
  ສາລາເຕິນຈ່າວ ເມືອງເຊີນເຢືອງ ແຂວງຕວຽນກວາງ (ພາບ: VOV )    ເດືອນພຶດ ສະ ພາ ປີ 1945, ບົນ ເສັ້ນ ທາງ ຈາກ ປາກ ບໍ ແຂວງ ກາວ ບັ່ງ ກັບ ມາ ເຕິນ ຈ່າວ ແຂວງ ຕວຽນ ກວາງ , ປະ ທານ ໂຮ່ ຈີມິນ ພ້ອມ ກັບ ຄະ ນະ ປະ ຕິ ບັດ ງານ ໄດ້ຢຸດ ພັກ ຢູ່ ບ້ານ ນ່າ ກຽນ , ຕາ ແສງ ເຫງັ້ຍ ຕາ , ເມືອງ ເຈິໂດ່ນ , ແຂວງ ບັກ ກ້ານ . ເພິ່ນ ໄດ້ ນອນ ພັກ ຊົ່ວ ຄາວ ຢູ່ ເຮືອນລຸງ ຂອງ ບ່າວ ນ້ອຍ ມາ ວັນ ວ່າງ , ໃນ ຄາວນັ້ນ ອາ ຍຸຫາກໍ່ໄດ້ 13 ປີ ແຕ່ ບ່າວ ນ້ອຍ ຜູ້ນ ີ້ ໄດ້ພ້ ອມ ກັບ ປ ຊ ຊ ຢູ່ ບ້ານ ນ່າ ກຽນ ໄດ້ປົກ ປ້ອງ ປະ ທານ ໂຮ່ ຈີ ມິນ ແລະ ບັນ ດາ ພະ ນັກ ງານ ໃນ ຄະ ນະ . ລຸງ ມາວັນວ່າງ ເລົ່າ ສູ່ ຟັງ ວ່າ : ປະ ທານໂຮ່ຈີມິນ ໄດ້ ມາພັກຢູ່ ເຮືອນ 3 ວັນ ແລ້ວເພິ່ນຈຶ່ງ ອອກໄປ, ໃນຈຸດເວລານັ້ນ, ເອື້ອຍນ້ອງແມ່ຍິງທີ່ກຳລັງແຕ່ງກິນ ເພື່ອຮັບໃຊ້ກອງຫຼອນຂອງເມືອງ ທີ່ມາຝຶກ ແອບຢູ່ນີ້ ໄດ້ລຽນ ກັນເປັນແຖວຍາວ ລຽບ ໄປຕາມ ແຄມທາງ. ປະທານໂຮ່ຈີມິນ ໄດ້ຈັບມືທຸກຄົນ ແລະ ຂ້າພະເຈົ້າຍັງຈື່ ໄດ້ວ່າ ເພ ິ່ນໄດ້ ສັ່ງສອນ ໃຫ້ທຸກ ຄົນຕ້ອງສາມັກຄີກັນ. ທຸກຄົນຕ່າງກໍ່ເຊື່ອໝັ້ນວ່າ ເພິ່ນຈະຍາດ ເອົາເອ ກະລາດ, ຄວາມເສລີມາໄດ້, ປຊຊ ຫວຽດນາມ ບໍ່ຕ້ອງເປັນຂ້ອຍຂ້າອີກແລ້ວ.   ທ່ານມາວັນວ່າງ ອາຍຸ 90 ປີຢູ່ຕາແສງເຫງັ້ຍຕາ ເມືອງເຈີ້ໂດນ ແຂວງບັກກ້ານ (ພາບ: VOV ) ຫຼັງ ຈາກນັ້ນ ພຽງ 2, 3 ວັນ , ປະ ທານ ໂຮ່ ຈີ ມິນ   ພ້ອມ ກັບ ບັນ ດາ ການ ນຳ ພັກ ໄດ້ ໄປ ຢູ່ ບ້ານ ກີມ ລອງ ( ປະ ຈຸ ບັນ ແມ່ນ ບ້ານ ເຕິນເລິບ ), ຕາ ແສງ ເຕິນ ຈ່າວ , ເມືອງ ເຊີນ ເຢືອງ , ແຂວງ ຕວຽນ ກວາງ ເພື່ອ ນຳ ພາ ຂະ ບວນ ການ ລຸກ ຮື້ຂຶ້ນໂດຍ ກົງ . ເຮືອນ ຮ້ານ ທີ່ ເພິ່ນ ຢູ່ ກ່ອນທີ່ຈະຍົກ ຍ້າຍ ໄປ ຢູ່ ນ່າ ເນືອ ຕັ້ງ ຢູ່ ຂ້າງ ເຮືອນ ຂອງ ທ່ານ ຮ່ ວາ ງງອກ , ຄາວ ນັ້ນ ອາ ຍຸຫາກໍ່ໄດ້ 9 ປີ . ເມື່ອ ໂອ້ ລົມ ກັບ ປ ຊ ຊ ໃນ ບ້ານ , ເພິ່ນໄດ້ແນະນຳໃຫ້ ປ່ຽນ ຊື່ ບ້ານ ກີມ ລອງ ເປັນເຕິນ ເລິບ ດ ວ້ຍ ຄວາມ ປາດ ຖະ ໜາ ຢາກ ໃຫ້ ປ ຊ ຊ ມີ ຊີ ວິດ ຢ່າງ ອີ່ມ ໜຳ ສຳ ລານ ແລະ ມີ ຄວາມ ຜາ ສຸກກ ວ່າ ອີກ . ທ່ານ ຮ່ ວາງງອກ ຍັງ ຈື່ ດີກ່ຽວກັບເລື່ອງໃນ ວັນ ທີ 16 ເດືອນ ສິງ ຫາ ປີນັ້ນ ຢູ່ :   ຕອນບ່າຍມື້ນັ້ນ, ບັນດານັກຮົບໄດ້ລຽນແຖວ ຢູ່ກ້ອງຕົ້ນ ໂພນີ້, ເລີ່ມຮ້ອງບົດເພງ ຕ໊ຽນ ກວັນກາ, ຮ້ອງ ຈົບແລ້ວ ທ່ານ ພົນເອກ ຫວໍງວຽນຢາບ ກໍ່ໄດ້ ອ່ານ ຄຳສັ່ງທະຫານເລກທີ 1, ອ່ານແລ້ວທຸກຄົນກໍ່ຍົກມື ປະຕິຍານຕົນ . ສຽງ ປະຕິຍານ ໄດ້ດັງກ້ອງກັງວານ ໄປທົ່ວ ເຂດພູຜາ ແລະ ຫຼັງຈາກນັ້ນ ທ່ານພົນເອກ ຫວໍງວຽນຢາບ ກໍ່ໄດ້ຍິງ ປືນ ສັ່ງການ 3 ລູກ, ຂະບວນທະຫານກໍ່ເຄື່ອນທັບໄປແຂວງ ທ໊າຍງວຽນ ແລະ ກັບ ເມືອຮ່າໂນ້ຍ ປົກປ້ອງການ ລຸກ ຮື້ຂຶ້ນ , ມີ ປ ຊຊ ຢູ່ທີ່ນີ້ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍ ເປັນສັກຂີພິຍານ ຢູ່ ກ້ອງຕົ້ນ ໂພແຫ່ງນີ້.   ທ່ານ ຫງວນຈຶກ ຢູ່ຕາແສງເລລາຍ ເມືອງແທັກອານ ແຂວງກາວບັ່ງ (ພາບ: VOV )   ພ້ອມ ກັ ບ ບັນ ຍາ ກາດທີ່ ຟົດ ຟື້ນ ຍາດ ເອົາ ສິດ ອຳ ນາດ ຂອງ ທົ່ວ ປະ ເທດ , ປ ຊ ຊ ບັນ ດາ ແຂວງ ຫວຽດ ບັກ ໄດ້ ພ້ອມ ກັນ ລຸກ ຮື້ຂຶ້ນ ແລະ ໃນ ເວ ລາ ພຽງແຕ່ 3 ວັນ ( ຄື ແຕ່ ວັນ ທີ 20-23 ສິງ ຫາ ປີ 1945), ບັນ ດາ ແຂວງ ທາຍງວຽນ , ຕວຽນ ກວາງ , ກາວ ບັ່ງ , ບັກ ກ້ານ …. ລ້ ວນ ແຕ່ ຍາດ ໄດ້ ໄຊ ຊະ ນະ ຢ່າງ ໄວ ວາ . ທ່ານ ຫງວຽນ ຈຶກ , ປ ຊ ຊ ຕາ ແສງ ເລ ລາຍ , ເມືອງ ແທັກ ອານ , ແຂວງ ກາວ ບັ່ງ ຫວນ ຄືນ ວ່າ :   ໄລຍະການປະຕິວັດເດືອນສິງຫາປະສົບຜົນສຳເລັດ ຕອນນັ້ນຂ້າ ພະເຈົ້າຍັງນ້ອຍ, ອາຍຸພຽງ ແຕ່ 11 ປີເທົ່ານັ້ນ ແຕ່ກໍ່ໄດ້ເຫັນປະຈັກຕາຂະບວນການປະຕິ ວັດໃນ ຄາວນັ້ນ. ດ້ວຍຈິດໃຈຂອງບ້ານເກີດເມືອງນອນແຫ່ງການປະຕິວັດ, ປຊຊ ຢູ່ ແທັກອານ ລ້ວນແຕ່ມີຄວາມພາກພູມໃຈ ເຂົ້າຮ່ວມຂະບວນການປະຕິວັດເດືອນສິງຫາ. ພວກຂ້າພະເຈົ້າຍາມໃດກໍ່ມີຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອຂອງບ້ານເກີດເມືອງນອນແຫ່ງການປະຕິວັດ, ໂດຍສະເພາະແມ່ນແຫ່ງ ທີ່ເຄ ີຍໄດ້ຕ້ອນຮັບປະທານ ໂຮ່ຈີມິນ ກັບ ມາປະ ເທດ ເພື່ອເຄື່ອນໄຫວ ການປະ ຕິວັດ. ໃນ ຕະຫຼອດ ວິ ວັດ ທະ ນາ ການ ຕໍ່ ສູ້ ຍາດ ເອົາ ເອ ກະ ລາດ ຂອ ງຊາດ ແລະ ໃນ ແຕ່ ລະ ບາດ ກ້າວ ເດີນ ຂອງ ການ ປະ ຕິ ວັດ ຫວຽດ ນາມ , ຍາມ ໃດ ປ ຊ ຊ ບັນ ດາ ຊົນ ເຜົ່າ ສ່ວນ ໜ້ອຍ ຫວຽດ ບັກ ກໍ່ ເປັນ ຈິດ ໜຶ່ງ ໃຈ ດຽວໄປ ພ້ອມ ກັບ ພັກ , ກັບ ການ ປະ ຕິ ວັດ , ຂັບ ໄລ່ ພວກ ລ່າ ເມືອງ ຂຶ້ນ , ສັກ ດີ ນາ . ເມື່ອ ປະ ເທດ ຊາດ ໄດ້ ຮັບ ຄວາມ ເປັນ ເອ ກະ ລາດ , ປ ຊ ຊ ໄດ້ ສ້າງ ສາ ບ້ານ ເກີດ ເມືອງນອນ ໃຫ້ ນັບ ມື້ ນັບ ຮັ່ງ ມີ ສວ ຍງາມ , ມີ ຄວາມ ອີ່ມ ໜຳ ສຳ ລານ ເພື່ອໃຫ້ ສົມ ກັບ ການ ເສຍ ສະຫຼະ ຂອງ ບັນ ດາ ນັກ ວິ ລະ ຊົນ , ນັກ ຮົບ ເສຍ ສະຫຼະ ຊີ ວິດ ເພື່ອ ຊາດ ເພື່ອ ຜືນ ແຜ່ ດິນ ອັນ ຄົບ ຖ້ວນ , ທ້ອນ ໂຮມ ປະ ເທດ ຊາດ ເປັນ ເອ ກະ ພາບ ໃນ ທຸກວັນ ນີ້ ./.
TAG
VOV/VOVworld/ອາ​ລົມ​ຈິດ/ຂອງ​ປະຊາຊົນບັນດາເຜົ່າຫວຽດ​ບັກ/ສາລາເຕິນຈ່າວ/ເມືອງເຊີນເຢືອງ/ແຂວງຕວຽນກວາງ/ທ່ານມາວັນວ່າງ/ທ່ານ ຫງວນຈຶກ

More