VOV WorldVOV World
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ພົບປະສົນທະນາກັບປະທານາທິບໍດີ ສ.ເກົາຫຼີ
23/04/2026 11:50
[VOVWORLD] - ວັນທີ 23 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ, ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 21 – 24 ເມສາ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ພົບປະສົນທະນາກັບປະທານາທິບໍດີ ສ.ເກົາຫຼີ
22_23-4_am-sang_thu_tuong_anh_2.jpg (ທີ່ການພົບປະສົນທະນາ)         ​ເພ​ື່ອ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສ.ເກົາ​ຫຼີ ໃຫ້​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງກວ່າ, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ເລ​ມິນ​ຮຶງ ສະ​ເໜີໃຫ້ 2 ຝ່າຍສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ບົນ​ພື້ນ​ຖານ​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດໃຫ້​ແທດ​ຈິງ​ກວ່າ; ສະ​ເໜີ​ໃຫ້ 2 ຝ່າຍ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ໝວດ​ໜ້າ​ທີ່​ໃນ​ແຜນ​ການ​ກະ​ທຳ​ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃຫ້​ຂຶ້ນ​ເຖິງ 150 ຕື້ USD ຕາມ​ທິດ​ດຸ່ນ​ດ່ຽງ​ກວ່າ​ໃນ​ປີ 2030; ສື​ບ​ຕໍ່​ເປີດກວ້າງຕະ​ຫຼາດ​ໃຫ້​ແກ່​ສິນ​ຄ້າ​ຂອງ 2 ປະ​ເທດ; ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈ​ີ​ຕອນ…         ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lee Jae Myung ຢືນ​ຢັນ​ວ່າ ສ.ເກົາ​ຫຼີ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ ບົນ​ເສັ້ນ​ທາງ​​ຫັນ​ບ​ັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ ມີ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ​ເມື່ອ​ຮອດ​ປີ 2030, ແລະ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາຍ​ຮັບ​ສູງ​​ເມື່ອຮອດ​ປີ 2045.
TAG
VOV/VOVWORLD/​ເປົ້າ​ໝາຍ/ວົງ​ເງິນ​/ການ​ຄ້າ