VOV WorldVOV World
ອາ​ຊີບ​ເຮັດ​ເຂົ້າ​ໜົ​ມ​ເປ໊ຍ ທີ່​ເປັນ​ມູນ​ເຊື້ອ​ຢູ່​ແຂ​ວງ ຊອັກ​ຈັງ
19/07/2019 03:56
(VOVWORLD) - ໄປຢາມແຂວງ ຊອັກຈັງ ທາງພາກໃຕ້ ຫວຽດນາມ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ເຫັນປະຈັກຕາບັນດາວັດວາອາຮາມເກົ່າແກ່ຂອງພໍ່ແມ່ປະຊາຊົນ ຊາວເຜົ່າຂະແມ ຢູ່ທາງພາກໃຕ້ ຫຼື ເຊື່ອມຕົວເຂົົ້າກັບບັນດາງານບຸນທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ເບີກບານມ່ວນຊື່ນເທົ່ານັ້ນ ຫາກຍັງໄດ້ຊີມບັນດາສິ່ງທີ່ເປັນເອກະລັກຂອງທ້ອງຖິ່ນທີ່ເຂັ້ມຂຸ້ນໄປດ້ວຍສີສັນການປະສົມປະສານກັນລະຫວ່າງພື້ນຖານວັດທະນະທຳບັນດາຊົນເຜົ່າ ກິງ, ຮວາ (ຈີນ), ຂະແມ ຄື ເຂົ້າປຸ້ນນ້ຳແລ່ວ, ໄສ້ອົ່ວໄສ້ກອກ, ເຂົ້າໜົມເປ໊ຍ, ເຂົ້າໜົມໜາກງາ ແມ່ລ໊າວ, ເຂົ້າໜົມຈືນ ບັນກ໊ອງ… ໃນນັ້ນ ມີເຍື່ອງເຂົ້າໜົມເປ໊ຍ ໄດ້ຂ້າມຊາຍແດນ ເພື່ອມີໜ້າຢູ່ແຫ່ງຕ່າງໆໃນໂລກ.
ອາ​ຊີບ​ເຮັດ​ເຂົ້າ​ໜົ​ມ​ເປ໊ຍ ທີ່​ເປັນ​ມູນ​ເຊື້ອ​ຢູ່​ແຂ​ວງ ຊອັກ​ຈັງ
        ໃນສະຕະວັດທີ XVII, ຊາວ ໝິງຊຽງ (ຈີນ) ຈຳນວນໜຶ່ງ ເມື່ອອົບພະຍົບມາ ຫວຽດນາມ ເພື່ອຫົບໄພສົງຄາມຍາດແຍ່ງຊີງບັນລັງ ກໍໄດ້ຖືເອົາທັງບັນດາວັດຖຸສິ່ງຂອງທີ່ເປັນເອກະລັກທ້ອງຖິ່ນເພື່ອແຕ່ງເປັນສະບຽງອາຫານມານຳ, ໜຶ່ງໃນນັ້ນແມ່ນເຂົ້າໜົມ “ເປ໊ຍ” ເຊິ່ງທີ່ເປັນທີ່ຮູ້ຈັກຂອງປະຊາຊົນໃນປັດຈຸບັນ. ເມື່ອອະທິບາຍກ່ຽວກັບຕົ້ນກຳເນີດຂອງເຂົ້າໜົມປະເພດນີ້ . ທ່ານ ປະລິນຍາເອກ ຈິ໋ງກົງລີ໊ ປະທານສະມາຄົມວິທະຍາສາດປະຫວັດສາດ ຊອັກຈັງ ໃຫ້ຮູ້ວ່າ:         “ພາກໃຕ້ມີຊື່ສຽງຮຽງນາມຍດ້ວຍເຫດການ ເຈົ້າກະສັດ ຫງວຽນ ຍອມອະນຸຍາດໃຫ້ບັນດາພົນທະຫານ ລາຊະວົງໝິງ ໃນຂະບວນການຕໍ່ຕ້ານ ລາຊະວົງຊິງ ແລະ ຮັບໃຊ້ ລາຊະວົງໝິງ ແຕ່ເຂົາເຈົ້າບໍ່ສາມາດຟື້ນຟູສຳເລັດ ສະນັ້ນ ເຂົາເຈົ້າໄດ້ລົງໄປດຳລົງຊີວິດຢູ່ພາກໃຕ້.ມີນາຍທະຫານກອງທະຫານຂອງເຈິ່ນເຖື້ອງຊວຽນ ປະມານ 3.000 ຄົນ ໄດ້ຖືກ ເຈົ້າກະສັດຫງວຽນ ຈັດໃຫ້ໄປຢູ່ ໝີ໊ທໍ, ບຽນຮວ່າ ແຕ່ປີ 786. ໃນຈຳນວນນັ້ນ ມີທັງຊາວຈີນ ໄປນຳອີກ. ອາດຈະແມ່ນເຂົາເຈົ້າເອງ ໄດ້ສ້າງອາຊີບຢູ່ເຂດ ວູ໊ງເທີມ, ເຂົາເຈົ້າເຫັນເຂດນີ້ ອາດສາມາດເປັນບ່ອນປັກຫຼັກຖິ່ນຖານເພື່ອພັດທະນາອາຊີບເຮັດ ເຂົ້າໜົມເປ໊ຍ ຂອງຕົນ”.
TAG
VOV/VOVworld/ເຂົ້າໜົມເປ້ຍ/ຊອັກຈັງ