VOV WorldVOV World
ຮ່າໂນ້ຍເຊື່ອມຕໍ່ການແລກປ່ຽນຊື້ - ຂາຍ ບັນດາຜະລິດຕະພັນ OCOP
31/07/2020 07:26
(VOVWORLD) - ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) ໂດຍລັດຖະບານຫວຽດນາມ ໄດ້ອະນຸມັດຜ່ານເມື່ອເດືອນພຶດສະພາ ປີ 2018 ຜ່ານມາ ເພື່ອແນໃສ່ປະກອບສ່ວນເຂົ້າໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ຮ່າໂນ້ຍ, ສູນ OCOP ໃຫຍ່ທີ່ສຸດໃນທົ່ວປະເທດ, ພວມຮູ້ແຮງການເຊື່ອມຕໍ່ແລກປ່ຽນຊື້ - ຂາຍຜະລິດຕະພັນ OCOP ກັບທ້ອງຖິ່ນຕ່າງໆ.
ຮ່າໂນ້ຍເຊື່ອມຕໍ່ການແລກປ່ຽນຊື້ - ຂາຍ ບັນດາຜະລິດຕະພັນ OCOP
        ຈຸດສຸມຂອງໂຄງການ OCOP ແມ່ນພັດທະນາຜະລິດຕະພັນກະເສດ ແລະ ບໍ່ແມ່ນກະເສດ, ການບໍລິການຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ແລະ ຕາມລະບົບມູນຄ່າ. ຜະລິດຕະພັນ OCOP ໄດ້ຮັບການຕີລາຄາຕາມ 5 ລະດັບ ແຕ່ 1 ດາວ ຫາ 5 ດາວ, ໃນນັ້ນ, ລະດັບ 5 ດາວ ແມ່ນສູງສຸດ, ຮັບປະກັນຄຸນນະພາບຕາມມາດຖານສາກົນ. ຕາມເປົ້າໝາຍແລ້ວ, ຮອດປີ 2020 ສາມາດຜະລິດບັນດາຜະລິດຕະພັນ OCOP ແຫ່ງຊາດໃຫ້ໄດ້ປະມານ 2.500 ຢ່າງ, ໃນນັ້ນ, ຮ່າໂນ້ຍກວມເອົາເປັນສ່ວນຫຼາຍ ດ້ວຍຈໍານວນ 1000 ຢ່າງ.  ຜະລິດຕະພັນ  OCOP ຂອງໝູ່ບ້ານອາຊີບຫັດຖະກໍາ ຖຸ້ຍອຶ໊ງ (ພາບ: VOV5)         ໂຄງການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ” ພັດທະນາ ໄດ້ເປີດກາລະໂອກາດທີ່ດີໃຫ້ແກ່ບັນດາຫົວໜ່ວຍ ນັບແຕ່ໝູ່ບ້ານຫັດຖະກໍາ ຕະຫຼອດຮອດບັນດາຮາກຖານຜະລິດກະສິກໍາໄດ້ເສີມຂະຫຍາຍ, ຂຸດຄົ້ນຈົນສຸດຄວາມສາມາດບ່ົມຊ້ອນ, ສິ່ງຍອດຍິ່ງຂອງທ້ອງຖ່ິນຕ່າງໆ. ເມື່ອເຂົ້າຮ່ວມລາຍການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ” ບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງແຕ່ລະທ້ອງຖິ່ນໄດ້ຜະລິດຕາມມາດຕະຖານ. ທ່ານ ຕະວັນເຕື່ອງ, ຮອງຫົວໜ້າພະແນກກະສິກໍາ ແລະ ພັດທະນາຊົນນະບົດ ນະຄອນຮ່າໂນ້ຍ ເນັ້ນໜັກວ່າ:         “ລາຍການ OCOP ແມ່ນລາຍການສ້າງບັນດາຜະລິດຕະພັນໃຫ້ມີຄວາມສົມບູນແບບ ເພື່ອໃຫ້ບັນດາຜະລິດຕະພັນມີເຄື່ອງໝາຍ, ມີເປົ້າໝາຍ, ມີຊື່ສະເພາະ. ເມື່ອຜະລິດຕະພັນໜຶ່ງຢັ້ງຢືນໄດ້ຊື່ ແລະ ກາຍເປັນຜະລິດຕະພັນທີ່ສົມບູນແລ້ວ, ຜະລິດຕະພັນນັ້ນ ຈຶ່ງໄດ້ນໍາໄປແລກປ່ຽນຊື້ຂາຍໄດ້, ຖ້າຫາກແມ່ນຜະລິດຕະພັນທໍາມະດາ ກໍໄດ້ຊື້ຂາຍໂດຍກົງຢູ່ແຕ່ຕະຫຼາດທີ່ເປັນມູນເຊື້ອເທົ່ານັ້ນ. ບັນດາຜະລິດຕະພັນ OCOP ຈະໄດ້ນໍາເຂົ້າໃນລະບົບຈໍາໜ່າຍທີ່ທັນສະໄໝຄື ຮ້ານສັບພະສິນຄ້າ, ສູນການຄ້າ ແລະ ຮ້ານສະດວກຊື້, ພິເສດແມ່ນລະບົບການຄ້າເອເລັກໂຕນິກ, ອັນໄດ້ເຮັດໃຫ້ເພີ່ມມູນຄ່າຂອງຜະລິດຕະພັນ ແລະ ໄດ້ເຖິງມືຜູ້ບໍລິໂພກອຸປະໂພກໄດ້ເປັນຢ່າງດີທີ່ສຸດ”.         ໃນແຕ່ລະປີ, ພາຍຫຼັງບັນດາຜະລິດຕະພັນໄດ້ຮັບຮອງວ່າແມ່ນຜະລິດຕະພັນ OCOP, ນະຄອນ ຮ່າໂນ້ຍ ຈະຈັດຕັ້ງການເຄື່ອນໄຫວສົ່ງເສີມການຄ້າຫຼາຍຢ່າງຂຶ້ນ ເປັນຕົ້ນແມ່ນ ຈັດຕັ້ງກອງປະຊຸມສໍາມະນາເຊື່ອມຕໍ່ການບໍລິໂພກຜະລິດຕະພັນທີ່ເປັນເອກະລັກຂອງເຂດ, ພາກ ແລະ ບັນດາຜະລິດຕະພັນ OCOP, ຈັດຕັ້ງງານຕະຫຼາດນັດວາງສະແດງຂາຍຜະລິດຕະພັນ OCOP ຮ່າໂນ້ຍ ກັບທ້ອງຖິ່ນຕ່າງໆ, ງານບຸນຜະລິດຕະພັນໝູ່ບ້ານອາຊີບຫັດຖະກໍາ, ຜະລິດຕະພັນກະເສດ ແລະ ສະບຽງອາຫານ ຮ່າໂນ້ຍ ເປີດກວ້າງ. ນະຄອນຮ່າໂນ້ຍ ຈະກໍ່ສ້າງສູນປະດິດຄິດສ້າງ, ອອກແບບ ແລະ ແນະນໍາບັນດາຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ, ການບໍລິການທ່ອງທ່ຽວໂດຍໄວ. ສູນດັ່ງກ່າວ ຈະໄດ້ກໍ່ສ້າງຢູ່ໃກ້ກັບສະໜາມບິນສາກົນໂນ້ຍບ່າຍ. ທ່ານນາງ ຮ່າທິວິງ, ປະທານສະຫະສະມາຄົມສິລະປະຫັດຖະກໍາ ແລະ ໝູ່ບ້ານອາຊີບຫັດຖະກໍາ ຮ່າໂນ້ຍ, ຮອງປະທານສະຫະສະມາຄົມໝູ່ບ້ານອາຊີບຫັດຖະກໍາຫວຽດນາມ ໃຫ້ຮູ້ວ່າ:         “ຄຸນຄ່າຂອງການປ່ຽນແປງໃໝ່ປະດິດຄິດສ້າງຜະລິດຕະພັນ OCOP ແມ່ນສໍາຄັນ. ພວກເຮົາໄດ້ກໍ່ສ້າງສູນວາງສະແດງຜະລິດຕະພັນຍອດຍິ່ງຂອງໝູ່ບ້ານຫັດຖະກໍາຫວຽດ ຢູ່ບ້ານບາດຈ່າງ. ນີ້ແມ່ນຂົວເຊື່ອມຕໍ່ເພື່ອສົ່ງເສີມການຄ້າ. ຮ່າໂນ້ຍມີໝູ່ບ້ານອາຊີບຫັດຖະກໍານັບຮ້ອຍແຫ່ງ ແລະ ມີທ່າແຮງຈາກໝູ່ບ້ານອາຊີບສິລະປະຫັດຖະກໍາ. ບັນດາຜະລິດຕະພັນທີ່ຍອດຍິ່ງຂອງໝູ່ບ້ານອາຊີບສິລະປະຫັດຖະກໍາຮ່າໂນ້ຍ ສາມາດແກ້ງແຍ້ງກັບຕະຫຼາດໂລກໄດ້. ບັນດາໝູ່ບ້ານອາຊີບຫັດຖະກໍາພັດທະນາ ຈະດຶງດູດໄດ້ແຮງງານເປັນຈໍານວນຫຼາຍ”.  
TAG
VOV/VOVworld/ຜະລິດຕະພັນ OCOP/ໝູ່ບ້ານອາຊີບຫັດຖະກໍາ/ຮ້ານສັບພະສິນຄ້າ