VOV WorldVOV World
ອາຊີບເຮັດເສັ້ນຮູ໋ຕ໊ຽວຢູ່ຕະຫຼາດນ້ຳ ກ໊າຍຣັງ
14/06/2019 13:04
(VOVWORLD) -ຢູ່ເມືອງ ກ໊າຍຣັງ, ນະຄອນ ເກິ່ນເທີ, ປັດຈຸບັນຍັງມີຫຼາຍຄອບຄົວ ໄດ້ຮັກສາອາຊີບເຮັດເສັ້ນຮູ໋ຕ໊ຽວ (ຄ້າຍຄືກັບເສັ້ນເຟີ) ທີ່ເປັນມູນເຊື້ອໄວ້ຢູ່, ເຊິ່ງແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະ ຂອງທາງທິດຕາເວັນຕົກສ່ຽງໃຕ້ຫວຽດນາມ. ໃນຈຳນວນບັນດາຄອບຄົວທີ່ເຮັດອາຊີບນັ້ນ ເປັນໜ້າສົນໃຈແມ່ນຄອບຄົວ ທ່ານ ເຈິ່ນວັນກື໋ວ ແລະຄອບຄົວ ທ່ານ ຮິງຫື໊ວງຽມ ຢູ່ເຂດ ຂົວ ກ໊າຍຣັງ. ນອກຈາກຮັບໃຊ້ວຽກຜະລິດໃນແຕ່ລະວັນແລ້ວ, ບັນດາຮາກຖານດັ່ງກ່າວ ກໍ່ກຽມຈິດກຽມໃຈ ຕ້ອນຮັບບັນດາແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດມາຢ້ຽມຢາມ, ໄດ້ເຫັນປະຈັກຕາຂັ້ນຕອນການຜະລິດຂອງເຂົາເຈົ້າ
ອາຊີບເຮັດເສັ້ນຮູ໋ຕ໊ຽວຢູ່ຕະຫຼາດນ້ຳ ກ໊າຍຣັງ
 ຮາກຖານການຜະລິດເສັ້ນຮູ໋ຕ໊ຽວ ໃນຂອບເຂດເນື້ອທີ່ກວ້າງປະມານ 300 ຕາແມັດ, ບັນດາຮາກຖານການຜະລິດຢູ່ໝູ່ບ້ານອາຊີບທີ່ເປັນມູນເຊື້ອ ກ໊າຍຣັງ ໄດ້ອອກແບບດ້ວຍການເຮັດຫຼັງຄາມຸງໃສ່, ຂອບເຂດສວນກວ້າງ ແລະປອດໂປ່ງ ເພື່ອຕາກເສັ້ນຮູ໋ຕ໊ຽວໃຕ້ແສງສະຫວ່າງທຳມະຊາດ. ດ້ວຍບັນດາເຄື່ອງມືອຸປະກອນທີ່ມີມາແຕ່ດົນນານ, ນາຍຊ່າງຫັດຖະກຳຢູ່ທີ່ນີ້ ຍັງໄດ້ແກ້ໄຂບັນດາຂັ້ນຕອນການຜະລິດທີ່ເຮັດດ້ວຍມື, ຮັກສາຈຸດທີ່ເປັນເອກະລັກສະເພາະ ຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອໄວ້ ເພື່ອໃຫ້ເສັ້ນຮູ໋ຕ໊ຽວທີ່ເຮັດອອກມານັ້ນອ່ອນ, ນຸ້ມ ແລະມີລົດຊາດແຊບນົວ.         ເພື່ອແນໃສ່ເພີ່ມລັກສະນະແກ້ງແຍ້ງ ແຕ່ຍັງຄົງຮັກສາ “ເຄື່ອງໝາຍການຄ້າ” ໄວ້ໄດ້ຄືເກົ່າ, ແຕ່ລະຄອບຄົວກໍ່ມີເຄັດລັບການສືບທອດພາຍໃນວົງຕະກຸນສະເພາະຂອງໃຜລາວ, ໄດ້ສ້າງເປັນເອກະລັກໃຫ້ແກ່ຜະລິດຕະພັນຂອງຕົນ. ເກິ່ນເທີ ໄດ້ຮັບການເລົ່າຂານກັນມາແຕ່ດົນນານແລ້ວວ່າ ແມ່ນດິນແດນ “ເຂົ້າຂາວນ້ຳໃສ” ສະນັ້ນ, ເຂົ້າທີ່ເອົາມາເຮັດເສັ້ນຮູ໋ຕ໊ຽວນັ້ນ ຈຶ່ງຮັບປະກັນຄວາມຂາວ, ໃສ. ຫຼັງຈາກນັ້ນ, ເຂົ້າໄດ້ເອົາມາຮ່ອນ, ໝ່າ, ໂມ້ໃຫ້ລະອຽດ, ແລ້ວເອົາໄປໃສ່ຖັງທີ່ບັນຈຸນ້ຳຄົນໃຫ້ເປັນແປ້ງ. ນາຍຊ່າງໄດ້ໃຊ້ແປ້ງນີ້ມາລາດໃສ່ປາກໝໍ້ເຮັດໃຫ້ເປັນແຜ່ນບາງໆ. ຂັ້ນຕອນນີ້ສຳຄັນທີ່ສຸດ ຮຽກຮ້ອງຕ້ອງມີສີມືທີ່ຄ່ອງແຄ້ວ ແລະເຮັດແນວໃດເພື່ອໃຫ້ແຜ່ນແປ້ງນັ້ນ ມີຄວາມໜາ-ບາງສະເໝີກັນ. ຫຼັງຈາກນັ້ນ, ເອົາຝາໝໍ້ມາປົກໄວ້ ເພື່ອໃຫ້ແປ້ງສຸກຈາກອາຍນ້ຳ. ອ້າຍ ເຈິ່ນວັນກື໋ວ, ຢູ່ໝູ່ບ້ານອາຊີບເຮັດເສັ້ນຮູ໋ຕ໊ຽວ ເກິ່ນເທີ, ໄດ້ແບ່ງປັນສູ່ຟັງວ່າ:         ຮູ໋ ຕ໊ຽວ ອ່ອນ ຫຼື ຍັງ ເອີ້ນ ວ່າ ແມ່ນ ຮູ໋ ຕ໊ຽວ ເຟີ . ປະ ເພດນີ້ ແມ່ນບໍ່ ຕ້ອງ ການ ຕາກ ສາ ມາດເອົາ ໄວ້ ໄດ້ພຽງ ແຕ່ ມື້ ດຽວ ເທົ່າ ນັ້ນ . ສ່ວນ ຮູ໋ ຕ໊ຽວ ແຫ້ງ ແປ້ງ ຕອງນັ້ນ ແມ່ນ ຕ້ອງ ໄດ້ ເອົາ ໄປຕາກ . ເມື່ອ ຕາກ ໃຫ້ນຸ້ມ ແລ້ວ ກໍ່ນຳ ມາ ຕັດ ເປັນ ປ່ຽງ , ເປັນເສັ້ນ ນ້ອຍ . ປະ ເພດນີ້ ແມ່ນ ສາ ມາດເອົາ ໄວ້ ໄດ້ ຮອດ ເຄິ່ງ ເດືອນ . ແຕ່ ລະ ມື້ ຄອບ ຄົວ ຂອງ ຂ້າ ພະ ເຈົ້າ ຂາຍ ເສັ້ນ ຮູ໋ ຕ໊ຽວ ໄດ້ ປະ ມານ 600-700 ກິ ໂລ .         ພາຍຫຼັງຂັ້ນຕອນການລາດແປ້ງອອກມາເປັນແຜ່ນແລ້ວ ນຳເອົາໄປຕາກປະໄວ້ປະມານສອງສາມຊົ່ວໂມງ. ນີ້ແມ່ນຂັ້ນຕອນສຳຄັນທີ່ສຸດ ຮຽກຮ້ອງໃຫ້ນາຍຊ່າຍຕ້ອງມີຄວາມຄ່ອງແຄ້ວ ແລະມີຈັ່ງຫວະ. ແຜ່ນແປ້ງຖືກຈັດລຽງ ໃສ່ແຕະໄມ້ໄຜ່, ຮັບປະກັນໃຫ້ທາງໜ້າມີຄວາມລຽບພຽງ, ບໍ່ມີຈຸດໂນຂຶ້ນມາ. ບັນດານາຍຊ່າງທີ່ມີຄວາມຊຳນານງານ ເມື່ອເຮັດເສັ້ນຮູ໋ຕ໊ຽວໃນແຕ່ລະຂັ້ນຕອນ ແມ່ນຊັດເຈນຕາມເວລາທີ່ສຸດ ໂດຍບໍ່ຕ້ອງການເບິ່ງໂມງ.         ທ່ານ ຮິງຫື໊ວງຽມ ເຮັດອາຊີບນີ້ມາໄດ້ 45 ປີແລ້ວ, ທ່ານໃຫ້ຮູ້ວ່າ, ອາຊີບເຮັດເສັ້ນຮູ໋ຕ໊ຽວແມ່ນລຳບາກທີ່ສຸດ ແລະສ່ວນຫຼາຍແມ່ນໄດ້ອີງໃສ່ດິນຟ້າອາກາດ, ຖ້າບໍ່ມີຄວາມອົດທົນນັ້ນ ກໍ່ຢາກທີ່ຈະໄປລອດ. ທ່ານກໍ່ຖືວ່າ ເສັ້ນຮູ໋ຕ໊ຽວແຊບທີ່ສຸດນັ້ນ ຕ້ອງເຮັດດ້ວຍເຂົ້າຂາວທີ່ມີຢູ່ໃນທ້ອງຖິ່ນ. ຮູ໋ຕ໊ຽວທີ່ເຮັດຈາກເຂົ້າຂາວນຸ່ງນັ້ນ ເສັ້ນຂອງມັນຈະນຸ້ມໜຽວ, ໃສ ແລະຫຍ້ຳຜ່ອຍກວ່າເສັ້ນຮູ໋ຕ໊ຽວທີ່ເຮັດຈາກເຂົ້າປະເພດອື່ນ. ເຖິງຢ່າງໃດກໍ່ຕາມ ປັດຈຸບັນເຂົ້າຂາວນຸ່ງ ກໍ່ຫາຊື້ໄດ້ຍາກແລ້ວ ແລະບໍ່ສາມາດຕອບສະໜອງຄວາມຕ້ອງການຜະລິດຮູ໋ຕ໊ຽວໄດ້ຢ່າງພຽງພໍຕື່ມອີກແລ້ວ. ສະນັ້ນ, ບັນດາຮາກຖານທີ່ເຮັດເສັ້ນຮູ໋ຕ໊ຽວຢູ່ ເກິ່ນເທີ ຕ້ອງໄດ້ໄປຮອດ ຊາແດັກ, ດົ່ງທ໊າບ ເພື່ອເລືອກຊື້ແປ້ງເຂົ້າທີ່ເໝາະສົມ.         ແຕ່ວ່າເພື່ອຮັກສາຈຸດທີ່ເປັນເອກະລັກຂອງເສັ້ນຮູ໋ຕ໊ຽວ, ເຂົ້າປະເພດຕ່າງໆ ທີ່ຖືກບັນດາຮາກຖານຜະລິດຄັດເລືອກມານັ້ນ ຜູ້ເປັນນາຍຊ່າງຢູ່ທີ່ນີ້ ກໍ່ມີວິທີປະສົມສະເພາະ ຄືໃຊ້ ໃບຢາງ, ເຊິ່ງແມ່ນຕົ້ນທີ່ເກີດຂຶ້ນຕາມທຳມະຊາດຢູ່ໃນປ່າ, ເພື່ອເອົາມາແກ້ໄຂແປ້ງເຂົ້າ. ເມື່ອເວົ້າກ່ຽວກັບຂັ້ນຕອນເຮັດເສັ້ນຮູ໋ຕ໊ຽວສຳຄັນທີ່ສຸດນັ້ນ, ທ່ານ ຮິງຫື໊ວງຽມ ໃຫ້ຮູ້ວ່າ:         ທີໜຶ່ງ ແມ່ນ ການ ຄັດເລືອກ ເຂົ້າ , ທີ ສອງ ແມ່ນ ວິ ທີ ປະ ສົມ ແປ້ງ ລະ ຫວ່າງ ແປ້ງ ເຂົ້າ ແລະ ແປ້ງ ມັນ ຕົ້ນ ເຮັດ ແນວ ໃດ ເພື່ອ ໃຫ້ ມີ ອັດ ຕາ ສ່ວນ ທີ່ ເໝາະ ສົມ . ຂ້າ ພະ ເຈົ້າ ປະ ສົມ ໄປ ມາຫຼາຍ ເທື່ອ ແລະ ແຕ່ ລະ ເທື່ອ ລ້ວນ ແຕ່ ທົດ ລອງ ຊີມ ຈົນ ຮອດ ຍາມ ໃດ ເມື່ອ ເຫັນ ວ່າ ໄດ້ ຕາມ ມາດ ຕະ ຖານ ແລ້ວ ຂ້າ ພະ ເຈົ້າ ຈຶ່ງ ຮັກ ສາ ສູດປະ ສົມນັ້ນ ໄວ້ ເພື່ອ ຜະ ລິດ ເສັ້ນ ຮູ໋ ຕ໊ຽວ .         ປັດຈຸບັນ, ການໂມ້ເຂົ້າເຮັດເສັ້ນຮູ໋ຕ໊ຽວ ແມ່ນບໍ່ໄດ້ໂມ້ໃສ່ໂມ້ຫີນຄືແຕ່ກ່ອນອີກແລ້ວ, ແລະໄດ້ຊອຍແຜ່ນແປ້ງດ້ວຍເຄື່ອງຈັກ, ແຕ່ບັນດາການຜະລິດຮູ໋ຕ໊ຽວປະເພດຕ່າງໆນັ້ນ ຍັງໄດ້ຮັກສາຂັ້ນຕອນການເຮັດດ້ວຍມືໄວ້ເກືອບທັງໝົດ ດ້ວຍຈຸດປະສົງແມ່ນຮັກສາຄຸນນະພາບຂອງເສັ້ນຮູ໋ຕ໊ຽວໄວ້ ຕາມສູດທີ່ໄດ້ສືບທອດຂອງວົງຕະກຸນ. ການສົມທົບກັນລະຫວ່າງເຄື່ອງຈັກ ແລະຂັ້ນຕອນການເຮັດດ້ວຍມື ໄດ້ຊ່ວຍເພີ່ມສະມັດຕະພາບໃນການຜະລິດ ແລະເພີ່ມລາຍຮັບຂຶ້ນ ທົບສອງເທົ່າເມື່ອທຽບໃສ່ກ່ອນນີ້. ທ່ານ ດ່າວຮົ່ງເຟືອກ, ຢູ່ໝູ່ບ້ານອາຊີບເຮັດເສັ້ນຮູ໋ຕ໊ຽວ, ນະຄອນ ເກິ່ນເທີ, ແບ່ງປັນວ່າ:         ສຳ ລັບຕົ້ນ ທຶນ , ພາກ ສ່ວນ ໜຶ່ງ ແມ່ນ ລັດ ໃຫ້ ກູ້ ຢືມ ສະ ນັ້ນ ຈຶ່ງໄດ້ ເອົາ ໄປ ລົງ ທຶນ ຊື້ ເຄື່ອງ ຈັກ , ອຸ ປະ ກອນ . ປັດ ຈຸ ບັນ ຮາກ ຖານ ສາ ມາດ ຜະ ລິດ ແຜ່ນ ແປ້ງ ຮູ໋ ຕ໊ຽວ ໄດ້ແຕ່ 500 ກິ ໂລ ຈົນ ຮອດ 1 ໂຕ່ນ ດ້ວຍ ຜູ້ ອອກ ແຮງ ງານ ຕົ້ນ ຕໍ 4 ຄົນ ເປັນ ຜູ້ ຜະ ລິດ ໂດຍ ກົງ . ນອກ ຈາກນັ້ນ ກໍ່ ມີ ຜູ້ ອອກ ແຮງ ງານສຳ ຮອງ ຕື່ມ ອີກ ດ້ວຍ ການ ຄິດ ໄລ່ ຄ່າ ແຮງ ງານ ເປັນ ຊົ່ວ ໂມງ ເພື່ອ ເປັນ ການ ຊ່ວຍ ໃຫ້ປະ ຊາ ຊົນ ທີ່ ຢູ່ ອ້ອມ ແອ້ມ ເຂດນີ້ ມີ ວຽກ ເຮັດ ງານ ທຳ ແລະ ມີ ລາຍ ຮັບໃຊ້ ຈ່າຍ ເຂົ້າ ໃນ ການ ດຳ ລົງ ຊີ ວິດ ປະ ຈຳ ວັນ ຕື່ມ ອີກ . ຜູ້ ເຖົ້າ ຜູ້ ແກ່ , ໄວ ໜຸ່ມ ລ້ວນ ແຕ່ ມີ ວຽກ ເຮັດ ງານ ທຳທີ່ ເໝາະ ສົມ .         ຮູ໋ຕ໊ຽວ ແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງທາງທິດຕາເວັນຕົກສ່ຽງໃຕ້ເວົ້າສະເພາະ ແລະພາກໃຕ້ເວົ້າລວມ. ເຖິງວ່າການເວລາມີການປ່ຽນແປງຫຼາຍຢ່າງກໍ່ຕາມ ແຕ່ອາຫານເຍື່ອງນີ້ ຍາມໃດ ນັກສິລະປະການຢູ່ໝູ່ບ້ານອາຊີບນີ້ ກໍ່ໄດ້ຮັກສາ ແລະພັດທະນາດ້ວຍບັນດາວັດຖຸດິບທີ່ມີຢູ່ໃນທ້ອງຖິ່ນ ແລະກໍ່ລ້ວນແຕ່ແມ່ນວັດຖຸດິບທີ່ໄດ້ມາຈາກທຳມະຊາດ. ສະນັ້ນ ຮູ໋ຕ໊ຽວ ຢູ່ທີ່ນີ້ ຈຶ່ງຮັກສາໄດ້ລົດຊາດແບບດັ້ງເດີມໄວ້ຢູ່ຕະຫຼອດເວລາ.
TAG
VOV/VOVworld/ອາ​ຫານ