VOV WorldVOV World
ອາຊີບແກະສະຫຼັກພະພຸດທະຮູບຂອງໝູ່ບ້ານ ຫວູລັງ
12/10/2017 17:00
(VOVWORLD) - ໝູ່ບ້ານ ຫວູລັງ ຢູ່ຕາແສງ ເຢິນຮ່ວາ, ເມືອງ ແທງອວາຍ, ຮ່າໂນ້ຍ, ມີອາຊີບແກະສະຫຼັກພະພຸດທະຮູບທີ່ເປັນມູນເຊື້ອທີ່ມີມາກ່ອນນີ້ນັບຮ້ອຍປີ. ນີ້ແມ່ນແຫ່ງຜະລິດເຄື່ອງບູຊາທີ່ມີຊື່ສຽງຢູ່ພາກເໜືອ. ຜະລິດຕະພັນຂອງໝູ່ບ້ານ ຫວູລັງ ມີໜ້າຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ແລະ ສົ່ງອອກຕ່າງປະເທດ.
ອາຊີບແກະສະຫຼັກພະພຸດທະຮູບຂອງໝູ່ບ້ານ ຫວູລັງ
ປັດຈຸບັນ, ໝູ່ບ້ານ ຫວູລັງ ມີປະມານ 450 ຄອບຄົວເຮັດອາຊີບເປັນຊ່າງໄມ້, ດ້ວຍຊ່າງແກະສະຫຼັກທີ່ມີສີມືແຮງງານ 500 ຄົນ. ໃນໝູ່ບ້ານມີໂຮງຈັກ, ໂຮງງານ, ຮາກຖານຜະລິດຂະໜາດໃຫຍ່ນັບສິບແຫ່ງ. ມາຢ້ຽມຢາມໝູ່ບ້ານ ຫວູລັງ, ເຮົາສາມາດເຫັນແຈ້ງບັນຍາກາດອອກແຮງງານທຳການຜະລິດຢ່າງຫ້າວຫັນ, ຟົດຟື້ນ, ດ້ວຍຮູບແກະສະຫຼັກທີ່ວາງຕາກຢູ່ລຽບຕາມສອງພາກທາງໃນໝູ່ບ້ານ, ສຽງອຶກກະທຶກຄຶກໂຄມຂອງຈັກເລື່ອຍ, ຈັກຜ່າ ແລະ ສຽງເຈາະດັງກ້ອງກັງວານໄປທົ່ວ.  ປະຕູໂຂງໝູ່ບ້ານ ຫວູລັງ ເພື່ອແກະສະຫຼັກພະພຸດທະຮູບໃຫ້ມີຄວາມໝັ້ນ ແລະ ສວຍງາມ, ຂອດທຳອິດແມ່ນຕ້ອງເລືອກເອົາໄມ້. ໄມ້ເພື່ອແກະສະຫຼັກພະພຸດທະຮູບ ແລະ ບັນດາເຄື່ອງບູຊາຕ້ອງແມ່ນໄມ້ອ່ອນ, ເພື່ອເຈາະງ່າຍ, ບໍ່ເປັນປວກເປັນມອດ, ບໍ່ຖືກແຕກແຫງ. ທ່ານ ດ່າວຈ້ອງດຽມ, ຊ່າງໄມ້ຢູ່ໝູ່ບ້ານ ຫວູລັງ, ໃຫ້ຮູ້ວ່າ: “ ສະເພາະຮູບແກະສະຫຼັກທີ່ໃຊ້ເປັນເຄື່ອງບູຊາຕົ້ນຕໍແມ່ນຕ້ອງເຮັດດ້ວຍໄມ້ 3 ປະເພດຄື ຕົ້ນໝາກມີ້, ຕົ້ນ
TAG
VOV/VOVworld/ອາຊີບແກະສະຫຼັກພະພຸດທະຮູບ/ໝູ່ບ້ານ ຫວູລັງ