ບ່າເຣັ້ຍ-ຫວຸ້ງເຕົາ ຍູ້ແຮງການຫັນເປັນດີຈີຕອນໃນການພັດທະນາກະສິກຳ
15/12/2024 07:16
(VOVWORLD) - ແຂວງ ບ່າເຣັ້ຍ-ຫວຸ້ງເຕົາ ໄດ້ຕັ້ງໜ້າໝູນໃຊ້ການຫັນເປັນດີຈີຕອນ ແລະ ບັນດາຄວາມກ້າວໜ້າທາງວິທະຍາສາດເຕັກນິກ ຈາກຂອດຜະລິດຕະຫຼອດຮອດການປຸງແຕ່ງ, ແຈກຢາຍ ແລະ ຈຳໜ່າຍຜະລິດຕະພັນກະເສດ. ການຫັນເປັນດີຈີຕອນ ພວມນຳຂະແໜງການກະສິກຳຂອງ ບ່າເຣັ້ຍ-ຫວຸ້ງເຕົາ ຫັນຈາກວິທີການແບບດັ້ງເດີມໄປສູ່ຂະແໜງກະສິກຳສິນຄ້າທີ່ທັນສະໄໝເທື່ອລະກ້າວ, ຈາກນັ້ນ ກໍ່ປະກອບສ່ວນເຂົ້າໃນການພັດທະນາລວມຂອງທົ່ວແຂວງ.

ໃນຂັ້ນຕອນຜັນຂະຫຍາຍການຫັນຂະແໜງກະສິກຳເປັນດີຈີຕອນ, ໃນໄລຍະຜ່ານມາ, ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ບ່າເຣັ້ຍ-ຫວຸ້ງເຕົາ ໄດ້ຜັນຂະຫຍາຍທົດລອງການຕັ້ງໂປຼແກຼມປື້ມຄູ່ມືຕິດຕາມສະພາບການຜະລິດປູກຝັງສຳລັບວິສາຫະກິດ, ສະຫະກອນ, ໜ່ວຍຮ່ວມມືຜະລິດປູກຝັງຈຳນວນໜຶ່ງໃນບໍລິເວນແຂວງ. ພ້ອມກັນນັ້ນກໍ່ໄດ້ສະໜອງຂໍ້ມູນຜະລິດຕະພັນ ໄດ້ຮັບໃບຢັ້ງຢືນ OCOP ຂອງແຂວງ ຝາກໄປຍັງພະແນກຖະແຫຼງຂ່າວ ແລະ ການສື່ສານ, ໄປສະນີແຂວງ, ໄປສະນີ Viettel ສາຂາ ຫວຸ້ງເຕົາ ໜູນຊ່ວຍສ້າງບັນຊີດີຈີຕອນ ແລະ ຂາຍສິນຄ້າໃນຮ້ານການຄ້າເອເລກໂຕນິກ. ທ່ານ ຫງວຽນກີມຈວຽນ, ປະທານສະຫະກອນກະສິກຳ ກວຽດທັງ, ຕາແສງ ລອງເຮືອງ, ນະຄອນ ບ່າເຣັ້ຍ-ຫວຸ້ງເຕົາ ໃຫ້ຮູ້ວ່າ: ໃນຍຸກສະໄໝ 4.0 ພວກເຮົາກໍ່ຕ້ອງໄປຕາມເພື່ອຮັບປະກັນຄວາມຮຽກຮ້ອງຕ້ອງການໄດ້ ພ້ອມທັງຫລຸດຜ່ອນພາກສ່ວນຕ່າງໆທີ່ເຮົາຕ້ອງຄຸ້ມຄອງໃນເມື່ອກ່ອນ. ໃນບັນຫາຈຳໜ່າຍ, ທາງສະຫະກອນກໍ່ໄດ້ຂຶ້ນຮ້ານຄ້າເອເລກໂຕນິກ. ນັ້ນກໍ່ແມ່ນບາດກ້າວເດີນໃນການຜະລິດ, ຫັນປ່ຽນສູງ ເພື່ອໃຫ້ກະສິກຳເຊື່ອມໂຍງກັບຍຸກສະໄໝ 4.0 ໄດ້.
TAG
VOV/VOVworld/OCOP/ແຂວງ ບ່າເຣັ້ຍ-ຫວຸ້ງເຕົາ/ຫັນເປັນດີຈີຕອນ
Related





