VOV WorldVOV World
ບ້ານ​ຟຽງ​ກາຍ​ປ່ຽນ​ແປງ​ໃໝ່
08/10/2021 10:22
(VOVWORLD) -ໃນຊຸມວັນນີ້, ເມື່ອມາຢ້ຽມຢາມບັນດາຕາແສງເຂດຊາຍແດນບ້ານຟຽງກາຍ, ຕາແສງລອງເຊິບ, ເມືອງມົກເຈົາ, ແຂວງເຊີນລາ, ຊື່ງແມ່ນບ້ານໜຶ່ງມີແຕ່ຊາວເຜົ່າມົ້ງ ດຳລົງຊີວິດຢູ່ຮ່ວມກັນເທົ່ານັ້ນ, ແຂກທັງຫຼາຍຈະເຫັນໄດ້ການປ່ຽນແປງໃໝ່ ດ້ວຍບັນດາຮ້ານຂາຍເຄື່ອງບໍລິການທີ່ມີຫຼາຍຮູບຫຼາຍແບບ, ມີເຮືອນຫຼາຍຊັ້ນທີ່ໃຫ່ຍໂຕ ແລະ ສວຍງາມໄດ້ສ້າງຂຶ້ນ, ເຂດພົນລະເມືອງຕິດຕໍ່ກັນ ແລະ ມີສີສັນໃໝ່. ເສັ້ນທາງລະຫວ່າງຕາແສງ, ບ້ານຕໍ່ບ້ານໄດ້ປູດ້ວຍເບຕົງ...
ບ້ານ​ຟຽງ​ກາຍ​ປ່ຽນ​ແປງ​ໃໝ່
     .....ເຮັດໃຫ້ການໄປມາຂອງ ປຊຊ ມີຄວາມສະດວກສະບາຍ; ສີຂຽວຂອງຕົ້ນໝາກພຸກ, ໝາກກ້ຽງ, ໝາກລຳໄຍ, ໄຮ່ສາລີ, ໄຮ່ຊາ….ໄດ້ປົກຄຸມໄປທົ່ວໂນນພູ ຊື່ງສະແດງໃຫ້ເຫັນຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຂອງ ປຊຊ ຢູ່ທີ່ນີ້. ສິ່ງພິເສດນັ້ນແມ່ນ, ປຊຊ ຢູ່ທີ່ນີ້ ໄດ້ຫັນມາປູກພືດ ລ້ຽງສັດທີ່ນຳມາເຊິ່ງປະສິດທິຜົນທີ່ດີທີ່ສຸດ, ຊີວິດໄດ້ ແລະ ພວມປ່ຽນແປງໄປຕາມແຕ່ລະມື້.
TAG
VOV/VOVworld/ບ້ານ​ຟຽງ​ກາຍ​ປ່ຽນ​ແປງ​ໃໝ່/ຕາ​ແສງ​ລອງ​ເຊິບ/ເມືອງ​ມົກ​ເຈົາ/ແຂວງ​ເຊີນລາ/ປ້າ ຟ້າມ​ທິ​ຍູງ/ທ່ານຈາງ​ລາວ​ຕູ/ຊາວເຜົ່າມົ້ງ

More