VOV WorldVOV World
ບັນ​ດາ​ເມືອງ​ເຂດ​ພູ​ດອຍ​ແຂວງກວາງ​ນາມ ເສີມ​ຂະ​ຫຍາຍ​ທ່​າແຮງ ” 1 ຕາ​ແສງ 1 ຜະ​ລິດ​ຕະ​ພັນ”
26/06/2020 07:41
(VOVWORLD) -ໃນໄລຍະທີ່ຜ່ານມາ, ບັນດາເມືອງເຂດພູດອຍຂອງແຂວງກວາງນາມ ໄດ້ຜັນຂະຫຍາຍໂຄງການ “1 ຕາແສງ 1 ຜະລິດຕະພັນ” (OCOP). ນີ້ຖືກຖືວ່າ ແມ່ນທິດເດີນທີ່ຖືກຕ້ອງ ໃນການຍົກສູງລາຍຮັບໃຫ້ແກ່ປະຊາຊົນ, ສ້າງໃຫ້ມີບັນດາຜະລິດຕະພັນທີ່ດີ, ມີເຄື່ອງໝາຍການຄ້າໄດ້ຮັບການຮັບຮອງ….ປະກອບສ່ວນພັດທະນາເສດຖະກິດກະສິກຳຕາມທິດໝັ້ນຄົງ.
ບັນ​ດາ​ເມືອງ​ເຂດ​ພູ​ດອຍ​ແຂວງກວາງ​ນາມ  ເສີມ​ຂະ​ຫຍາຍ​ທ່​າແຮງ ” 1 ຕາ​ແສງ 1 ຜະ​ລິດ​ຕະ​ພັນ”
ຕົ້ນໂສມຢູ່ເມືອງໄຕຢາງ ແຂວງກວາງນາມ (ພາບ: ເຟືອງກຸກ)    ຄອບຄົວອ້າຍອາລັງເຍດ ຢູ່ຕາແສງ ຈເອີມ ,  ເມືອງໄຕຢາງ ມີເນື້ອທີ່ປູກຕົ້ນໂສມ 1 ເຮັກຕາ. ອ້າຍເຍດ ໃຫ້ຮູ້ວ່າ: ກ່ອນນີ້, ຄອບຄົວອ້າຍຂາຍໂສມສ່ວນຫຼາຍແມ່ນໄດ້ຂາຍຍ່ອຍໃຫ້ທຸກຄົນເພື່ອປອງເຫຼົ້າເທົ່ານັ້ນ, ຂາຍແຕ່ລະເທື່ອກໍ່ໄດ້ 2-3 ແສນດົ່ງ. ນັບແຕ່ເຂົ້າຮ່ວມການຜະລິດເຂົ້າກັບສະຫະກອນກະສິກຳ ຈເອີມ, ສະຫະກອນໄດ້ເກັບຊື້ຕົ້ນໂສມຂອງຄອບຄົວອ້າຍດ້ວຍລາຄາສູງ, ຍ້ອນເຫດນັ້ນ ອ້າຍກໍ່ມີລາຍຮັບເກືອບ 60 ລ້ານດົ່ງ. ອ້າຍເຍດ ແບ່ງປັນວ່າ, ບັນດາການປ່ຽນແປງຂອງບ້ານໃນທຸກວັນນີ້ ແມ່ນຍ້ອນຕົ້ນໂສມ. ອ້າຍເຍດ ເວົ້າວ່າ   ບັນດາສະມາຊິກເຂົ້າຮ່ວມສະຫະກອນລ້ວນແຕ່ເຫັນວ່າ: ວິທີປູກຕົ້ນໂສມ ແລະ ບົວລະບັດຕົ້ນໂສມຕາມຂັ້ນຕອນ ແລະ ປະຕິບັດຖືກຕ້ອງຕາມການແນະນຳເຕັກນິກຈະນຳມາເຊິ່ງປະສິດທິພາບສູງກ່ວາ, ສະນັັັັ້ນ ລາຍຮັບຂອງບັນດາສະມາຊິກສະຫະກອນກໍ່ສູງພໍສົມຄວນ. ປະຈຸບັນ, ຍ້ອນໄດ້ປູກຕົ້ນໂສມ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ດີຂຶ້ນຫຼາຍແລ້ວ.   ຕົ້ນໂສມແມ່ນຢາສະໝູນໄພທີ່ມີຫຼາຍຢູ່ບັນດາຕາແສງ A Xan, Tr’Hy, Gari, Ch’Ơm, ເມືອງໄຕຢາງ ແຂວງກວາງນາມ. ແຕ່ໄດ້ປູກຢູ່ກະແຈກກະຈາຍ ແລະ ການບົວລະບັດກໍ່ຖືກຈຳກັດ. ໂດຍໄດ້ປະຕິບັດໂຄງການ
TAG
VOV/VOVworld/​ແຂວງກວາງ​ນາມ/ຕາແສງ ຈເອີມ/ເມືອງໄຕຢາງ/“ 1 ຕາ​ແສງ 1 ຜະ​ລິດ​ຕະ​ພັນ”/ກາວໂສມ/ຊາຖົງໂສມ/ຢາສະມູນໄພ/ຕົ້ນ​ໂສມ