VOV WorldVOV World
ບັນ​ດາ “​ປັດ​ໄຈ” ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ​ຢູ່​ບ້ານ​ເຂດ​ພູ​ສູງ ອຽນ​ບາຍ
24/11/2023 07:48
(VOVWORLD) - ໃນຊຸມປີທີ່ຜ່ານມາ, ຊີວິດການເປັນຢູ່ຂອງ ປຊຊ ບັນດາເຜົ່າຢູ່ເມືອງ ຈ້າມເຕົາ ແຂວງ ອຽນບາຍ ນັບມື້ນັບໄດ້ຮັບການພັດທະນາ. ໃນການປ່ຽນແປງເຫຼົ່ານັ້ນ, ມີການປະກອບສ່ວນຂອງບັນດານາຍບ້ານ, ເຈົ້າກົກເຈົ້າເຫຼົ່າຜູ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈໃນວົງຄະນາຍາດ ຊື່ງແມ່ນບັນດາ “ປັດໄຈ” ສ້າງນ້ຳໃຈສາມັກຄີ, ຊ່ວຍສ້າງຊີວິດການປັນຢູ່ຂອງ ປຊຊ ບັນດາເຜົ່າຢູ່ທີ່ນີ້ ພັດທະນາດີຂຶ້ນ, ຊີວິດມີຄວາມອີ່ມໜຳສຳລານ ແລະ ຜາສຸກ.
ບັນ​ດາ “​ປັດ​ໄຈ” ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ​ຢູ່​ບ້ານ​ເຂດ​ພູ​ສູງ ອຽນ​ບາຍ
ທ່ານ ຊົວ ພັດທະນາເສດຖະກິດຄອບຄົວ (ພາບ: VOV )    ເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານບ້ານລື່ວ 2, ຕາແສງ ຮາດລື່ວ ກັບບ້ານຕ່າຈື່ ຕາແສງ ບານກົງ, ເມືອງຈ້າມເຕົາ, ແຂວງອຽນບາຍ ຫາກໍ່ໄດ້ປູດ້ວຍເບຕົງໃນໄລຍະມໍ່ໆມານີ້ ດ້ວຍຄວາມຍາວ 2 ກມ, ກ້ວາງ 3.5 ມ. ໃນຫຼາຍປີກ່ອນ, ເສັ້ນທາງໄປມາຫຍຸ້ງຍາກທີ່ສຸດ. ອຳນາດການປົກຄອງ, ບັນດາໝູ່ຄະນະທ້ອງຖີ່ນ ແລະ ບັນດາຜູ້ມີອິດທິພົນຊື່ສຽງໃນຕາແສງ ໄດ້ສຸມໃສ່ໂຄສະນາ, ຂົນຂວາຍ ປຊຊ ພ້ອມກັນປະກອບເຫື່ອແຮງ, ເງິນຄຳ, ບໍລິຈາກທີ່ດິນ…..ເພື່ອເປີດທາງໃໝ່. ທ່ານ ລໍ່ວັນດິງ ຜູ້ມີອິດທິພົນຊື່ງສຽງຢູ່ບ້ານລື່ວ 2 ແບ່ງປັນວ່າ:    ກ່ອນ ອື່ນ ໝ ົດ , ເຮົາຕ້ອງ ເປັນ ແບບ ຢ່າງ , ຂົນ ຂວາຍ ລູກຫຼານ ຂອງ ຕົນ ກ່ອນ , ແລ້ວ ຈຶ່ງ ຂົນ ຂວາຍ ປ ຊ ຊ . ເຂົາ ເຈົ້າ ເຫັນ ໄດ້ ຈຶ່ງຈະ ເຮັດ ຕາ ມ . ປ ຊ ຊ ໄດ້ ຕອບ ສະ ໜອງ ເປັນ ຢ່າງ ດີ ທີ່ ສຸດ . ຜູ້ມີອິດທິພົນຊື່ສຽງຢູ່ເຂດພູສູງ ຈ້າມເຕົາ ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພັດທະນາທ້ອງຖິ່ນ  (ພາບ: VOV )      ທ່ານ ວ່າງອາຊົວ, ຊາວເຜົ້າມົ້ງ ຢູ່ບ້ານ ຊາງປາວ, ຕາແສງຊ່າໂຮ່ ແມ່ນຜູ້ມີອາຍຸສູງກ່ວາໝູ່ຂອງເມືອງ ຈ້າມເຕົາ ໄດ້ຕັ້ງໜ້າແບ່ງປັນບົດຮຽນປະສົບການພັດທະນາເສດຖະກິດ ແລະ ຂົນຂວາຍ ປຊຊ ຍູ້ບັນດາຮີດຄອງປະເພນີຫຼ້າຫຼັງໃຫ້ຖອຍໄປ, ສ້າງແບບແຜນການດຳລົງຊີວິດວັດທະນະທຳໃໝ່, ລະອຽດຄື: ຂົນຂວາຍ ປຊຊ ປູກຝັງ, ລ້ຽງສັດຕາມເຕັກນິກໃໝ່, ພັດທະນາອາຊີບຫັດຖະກຳທີ່ເປັນມູນເຊື້ອ, ຂົນຂວາຍບັນດາຄອບຄົວທີ່ມີລູກໃນເກນອາຍຸໄປຮຽນຢູ່ໂຮງຮຽນ… ດັ່ງນັ້ນ, ຊີວິດການເປັນຢູ່ຂອງ ປຊຊ  ຢູ່ທີ່ນີ້ ນັບມື້ນັບໄດ້ຮັບການປົວແປງໃຫ້ດີຂຶ້ນ.     ທ່ານ ວ່າງອາຊົວ ແບ່ງປັນວ່າ:    ເຮົາ ໄດ້ ຮັບຄວາມ ໄວ້ ເນື້ອ ເຊື່ອ ໃຈ ຈາກ ປ ຊ ຊ ກໍ່ ຕ້ອງ ເຮັດ ແນວ ໃດ ໃຫ້ ສົມ ກັບ ຄວາມ ຫວັງ ຂອງ ປ ຊ ຊ . ຢາກ ເຮັດ ໄດ້ ຄືແນວນັ້ນ ເຮົາ ກໍ່ ຕ້ອງ ເປັນ ແບບ ຢ່າງ ຍາມ ໃດ ກໍ່ ປະ ຕິ ບັດ ວຽກ ງານ ທຸກ ຢ່າງ ໃຫ້ ເປັນ ຢ່າງ ດີ , ນັບ ແຕ່ ການ ພັດ ທະ ນາ ເສດ ຖະ ກິດ ຄອບ ຄົວ ຕະຫຼອດ ຮອດ ການ ເຂົ້າ ຮ່ວມ ບັນ ດາ ການ ເຄື່ອນ ໄຫວ ສັງ ຄົມ .    ເມື່ອຕີລາຄາກ່ຽວກັບ ທ່ານ ວ່າງອາຊົວ ແລະ ບັນດາຜູ້ມີອິດທິພົນຊື່ງສຽງຂອງທ້ອງຖິ່ນ, ທ່ານ ຢ່າງອາໄຊ, ປະທານຄະນະກຳມະການ ປຊຊ ຕາແສງ ຊ່າໂຮ່, ເມືອງ ຈ້າມເຕົາ ໄດ້ແບ່ງປັນວ່າ:   ບັນ ດາ ທ່ານ ລ້ວນ ແຕ່ ແມ່ນແບບ ຢ່າງ ດີ ເດັ່ນ , ແຕ່ ລະ ປີ , ເມື່ອ ທາງ ຕາ ແສງ ມີ ແຜນ ການ ກ່ຽວ ກັບ ການ ໂຄ ສະ ນາ , ຂົນ ຂວາຍ ປ ຊ ຊ ທຳ ການ ຜະ ລິດ , ປະ ຕິ ບັດ ແບບ ແຜນ ການ ດຳ ລົງ ຊີ ວິດ ວັດ ທະ ນະ ທຳ ຢູ່ເຂດ ຊຸມ ຊົນ , ບັນ ດາ ເຈົ້າ ກົກ ເຈົ້າ ເຫຼົ່າ ໃນ ບ້ານ , ຜູ້ ມີ ອິດ ທິ ພົນ ຊື່ງ ສຽງ ລ້ວນ ແຕ່ ເປັນ ແບບ ຢ່າງ ນຳ ໜ້າ .     ເມືອງ ຈ້າມເຕົາ ມີຜູ້ມີອິດທິພົນຊື່ງສຽງ 55 ທ່ານ, ໃນນັ້ນ ສ່ວນຫຼາຍແມ່ນນາຍບ້ານ, ເຈົ້າກົກເຈົ້າເຫຼົ່າ, ພະນັກງານບຳນານ, ຜູ້ທຳການຜະລິດ, ດຳເນີນທຸລະກິດເກັ່ງ… ບັນດາຜູ້ມີອິດທິພົນຊື່ງສຽງຢູ່ເມືອງພູສູງ ຈ້າມເຕົາ ຍາມໃດກໍ່ຮັກສາບົດບາດນຳໜ້າ ໃນການຮັກສາກຸ່ມກ້ອນມະຫາສາມັກຄີ, ສ້າງຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຊຸກຍູ້ການພັດທະນາການຜະລິດ… ທ່ານ ຄາງອາຈົວ ຮອງປະທານຄະນະກຳມະການ ປຊຊ ເມືອງ ຈ້າມເຕົາ, ແຂວງອຽນບາຍ ໃຫ້ຮູ້ວ່າ:     ໃນ ໄລ ຍະ ທີ່ ຜ່ານ ມາ , ຖັນ ແຖວຜູ້ ມີ ອິດ ທິ ພົນ ຊື່ງ ສຽງ ໃນ ເມືອງ ໄດ້ ເສີມ ຂະ ຫຍາຍບ ົດ ບາດ ໃນ ເຂດ ຊຸມ ຊົມ ໄດ້ ເປັນ ຢ່າງ ດີ ທີ່ ສຸດ ; ເປັນ ເຈ ົ້າ ການ ໃນ ການ ໂຄ ສະ ນາ , ຂົນ ຂວາຍ ປ ຊ ຊ ຕັ້ງ ໜ້າ ອອກ ແຮງ ງານ ທຳ ການ ຜະ ລິດ , ຫລຸດ ຜ່ອນ ຄວາມ ທຸກ ຍາກ ແບບ ຍືນ ຍົງ ກໍ່ ຄື ສ້າງ ຄວາມ ຮັ່ງ ມີ . ພ້ອມ ທ ັງ ໄດ້ ຂົນ ຂວາຍ ປ ຊ ຊ ປ້ອ ງ ກັນ ຕ້ານ ໄພ ສັງ ຄົມ , ລົບ ລ້າງ ຮີ ດ ຄອງ ປະ ເພ ນີຫຼ້າຫຼັງ , ເປັນ ເຈົ້າ ການ ປະ ຕິ ບັດ ແບບ ແຜນ ການ ດຳ ລົງ ຊີ ວິດ ແບບ ໃໝ່ ໃນ ການ ຈັດ ງານດອງ , ງານ ສົບ ແລະ ງານ ບຸນ .      ໃນຊຸມປີມໍ່ໆມານີ້, ເມືອງເຂດພູສູງ ຈ້າມເຕົາ ໄດ້ມີການຫັນປ່ຽນຢ່າງໃຫ່ຍຫຼວງ ໃນການພັດທະນາເສດຖະກິດ ສັງຄົມ, ອັດຕາສ່ວນຄອບຄົວທຸກຍາກຫລຸດລົງແຕ່ 7-8%/ປີ. ໝາກຜົນນີ້ແມ່ນຍ້ອນມີການປະກອບສ່ວນຂອງບັນດາຜູ້ມີອິດທິພົນຊື່ສຽງ, ເມື່ອໄດ້ຮ່ວມແຮງຮ່ວມໃຈ ເຫັນດີເຫັນພ້ອມກັບອຳນາດການປົກຄອງ ຂົນຂວາຍ ປຊຊ ສ້າງຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ມີຄວາມຜາສຸກ. ພ້ອມກັນນັ້ນ, ບັນດາຜູ້ມີອິດທິພົນຊື່ງສຽງ ກໍ່ກຳແໜ້ນຄວາມໃນໃຈ, ອາລົມຈິດ, ຄວາມມຸ່ງຫວັງຂອງ ປຊຊ ບັນດາເຜົ່າ ເພື່ອຝາກໄປຍັງອົງການມີໜ້າທີ່ຮັບຜິດຊອບ ເພື່ອສ້າງບັນດານະໂຍບາຍ, ມາດຕະການພັດທະນາທີ່ເໝາະສົມກັບຕົວຈິງ, ຊ່ວຍ ປຊຊ ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີແບບຍືນຍົງ./.
TAG
VOV/VOVworld/​ບ້ານ​ເຂດ​ພູ​ສູງ ອຽນ​ບາຍ/ເຂດພູສູງ ຈ້າມເຕົາ//ທ່ານ ວ່າງອາຊົວ/ຊາວເຜົ້າມົ້ງ ຢູ່ບ້ານ ຊາງປາວ/ຕາແສງຊ່າໂຮ່/ບ້ານລື່ວ 2/ຕາແສງ ຮາດລື່ວ