ບັນດາເສດຖີເງິນຕື້ໜຸ່ມຢູ່ໝູ່ບ້ານດອກໄມ້ໃໝ່ ຊວນກວານ
14/09/2018 10:07
(VOVWORLD) -ພຽງແຕ່ສິບກວ່າປີ ນັບແຕ່ເມື່ອຫັນປ່ຽນອົງປະກອບເສດຖະກິດ ຈາກການປູກເຂົ້າ, ຜັກພືດມາປູກດອກໄມ້, ຕົ້ນໄມ້ປະດັບ, ຕາແສງ ຊວນກວານ, ເມືອງ ວັນຢາງ, ແຂວງ ຮຶງອຽນ ໄດ້ກາຍເປັນ “ໝູ່ບ້ານດອກໄມ້ໃໝ່” ໂດຍໄດ້ເປັນທີ່ຮູ້ຈັກຂອງຫຼາຍຄົນ. ຊວນກວານ ເກີດຂຶ້ນຕາມຫຼັງ ແຕ່ດ້ວຍຄວາມມີຫົວຄິດປະດິດສ້າງ, ຮອງຮັບບັນດາທ່າອ່ຽງໃໝ່ ສະນັ້ນ ໝູ່ບ້ານດອກໄມ້ແຫ່ງນີ້ພວມພັດທະນແຮງກວ່າເມື່ອທຽບໃສ່ໝູ່ບ້ານດອກໄມ້ແບບດັ້ງເດີມຫຼາຍແຫ່ງ. ດິນທົ່ງອັນກວ້າງໃຫຍ່ໄພສານ, ເຕັມໄປດ້ວຍສີສັນຂອງດອກໄມ້, ຕົ້ນໄມ້ປະດັບນາໆຊະນິດ ເຊິ່ງປັດຈຸບັນໄດ້ຮັບຄວາມນິຍົມທີ່ສຸດ ນັ້ນແມ່ນຜົນງານຂອງບັນດາຊາວກະສິກອນທີ່ກ້າຄິດ, ກ້າທຳ ຢູ່ເຂດຊົນນະບົດນີ້.

ໝູ່ບ້ານດອກໄມ້ໃໝ່ ຊວນກວານ ໂດຍເປັນຄົນທຳອິດໃນຕາແສງ ຊວນກວານ ທີ່ໄດ້ໄປທົ່ວທຸກສາລະທິດໃນທົ່ວປະເທດ ເພື່ອຊອກຊື້ບັນດາຕົ້ນກຸຫຼາບບູຮານມາບົວລະບັດ, ການ ແລະ ຕໍ່ກິ່ງໄມ້ (ຂະຫຍາຍພັນ) ແລ້ວຂາຍໃຫ້ບັນດາຄອບຄົວທີ່ມີຄວາມຕ້ອງການ. ພຽງໃນ 10 ປີເທົ່ານັ້ນ, ອ້າຍ ຫງວຽນວັນຕວຽນໄດ້ກາຍເປັນໜຶ່ງໃນຈຳນວນບັນດາເສດຖີເງິນຕື້ໜຸ່ມຂອງໝູ່ບ້ານດອກໄມ້ແຫ່ງນີ້. ອ້າຍ ຕວຽນ ເຄີຍຂາຍບັນດາຕົ້ນກຸຫຼາບບູຮານທີ່ມີດອກເກືອບເຖິງ 1.000 ດອກເຫລົ່ານີ້ ດ້ວຍມູນຄ່າເປັນຮ້ອຍໆລ້ານດົ່ງ. ອ້າຍ ຕວຽນ ເລົ່າສູ່ຟັງວ່າ ປີ 2003, ສອງຜົວເມຍອ້າຍຕ້ອງຕ່າງໂຖດອກໄມ້, ຕົ້ນໄມ້ປະດັບໄປຂາຍຢູ່ຕະຫຼາດ ເບື໋ອຍ ຫຼື ຖະໜົນ ຮວ່າງຮວາຖ໋າມ ຢູ່ ຮ່າໂນ້ຍ. ເວລານັ້ນ, ຕ້ອງໄປແຕ່ຮຸ່ງເຊົ້າ, ມີບາງມື້ລົດເພ, ຕ້ອງຈູງເປັນຫຼາຍຊົ່ວໂມງຈຶ່ງເຫັນຮ້ານສ້ອມແປງລົດເປີດຮ້ານ. ແຕ່ບັດນີ້ ພໍ່ຄ້າຊາວຂາຍໄດ້ມາຊື້ຢູ່ກັບເຮືອນຂອງອ້າຍ. ຄອບຄົວອ້າຍປຸກສ້າງໄດ້ເຮືອນວິນລາ 1 ຫຼັງ ແລະ ມີລົດໂອໂຕ 3 ຄັນແລ້ວ. ອ້າຍ ຕວຽນ ໃຫ້ຮູ້ວ່າ ທັງໜົດແມ່ນຍ້ອນອາໄສການປູກຕົ້ນກຸຫຼາບບູຮານ ແລະ ບັນດາແນວພັນດອກໄມ້ໃໝ່ທີ່ນຳເຂົ້າຈາກຕ່າງປະເທດດ້ວຍກວ່າ 7000 ຕາແມັດ: “ ມີ ເທື່ອ ໜຶ່ງ , ຂ້າ ພະ ເຈົ້າ ໄປ ຊາ ປາ ເຫັນ ມີ ບັນ ດາ ຕົ້ນ ດອກ ກຸຫຼາບ ບູ ຮານ ສະ ນັ້ນ ຈິ່ງ ໄດ້ ຊອກ ຮູ້ ກ່ຽວ ກັບ ຊະ ນິດດອກ ກຸຫຼາບ ຝະ ລັ່ງ ທີ່ ມີ ດອກ ໃຫຍ່ , ຕົ້ນ ໃຫຍ່ ແຂງ ແຮງນີ້ . ຫຼັງ ຈາກນັ້ນ , ຂ້າ ພະ ເຈົ້າໄດ້ ເກັບ ຊື້ , ທ້ອນໂຮມ ນຳ ເອົາ ກັບ ເມືອ ເພື່ອ ປູກ ແລະ ຂະ ຫຍາຍ ພັນ . ຫຼັງ ຈາກນັ້ນ ຂ້າ ພະ ເຈົ້າໄດ້ ຊອກ ຮູ້ ໃນ ເຄືອ ຂ່າຍ ອິນ ເຕີ ເນັດ ກ່ຽວ ກັບ ແນວ ພັນ ດອກ ໄມ້ ໃໝ່ ຂອງ ປະ ເທດ ໄທ ແລະ ລາ ຊະ ອາ ນາ ຈັກ ອັງ ກິດ ທີ່ ງົດ ງາມ ທີ່ ສຸດ ແລ້ວຂ້າ ພະ ເຈົ້າ ກໍ ໄປ ປະ ເທດ ໄທ , ຈີນ ເພື່ອ ຊອກ ຊື້ ແລະ ເອົາເມືອ ຂະ ຫ ຍາຍ ພັນ . ປັດ ຈຸ ບັນ ຕົ້ນ ດອກ ໄມ້ ຂອງ ຄອບ ຄົວຂ້າ ພະ ເຈົ້າ ໄດ້ ສົ່ງ ໄປ ຂາຍ ໃນທົ່ວ ປະ ເທດ , ໄກ ສຸດ ແມ່ນ ທາງ ພາກ ຕາ ເວັນ ຕົກ ” . ອ້າຍ ຫງວຽນວັນຕວຽນ ເສດຖີເງິນຕື້ຈາກອາຊີບປູກດອກໄມ້ ໃນແຕ່ລະປີ ລາຍຮັບເກັບມາໄດ້ຈາກອາຊີບປູກດອກໄມ້ເປັນຕື້ໆດົ່ງ , ຄອບຄົວຂອງອ້າຍ ຟານຮູຍຮວ່າງ ກໍໄດ້ຊອກເຫັນທິດເດີນໃໝ່. ໂດຍເລີ່ມມາຈາກຕົວຈິງ ປະຊາຊົນໃນໝູ່ບ້ານດອກໄມ້ຕ້ອງໄດ້ນຳເຂົ້າແນວພັນຕົ້ນໄມ້ຈາກຕ່າງປະເທດ, ອ້າຍ ຮູຍ ໄດ້ນຳເອົາບັນດາຄວາມຮູ້ທີ່ຮຽນໃນເວລາ 4 ປີຢູ່ ສະຖາບັນກະສິກຳ ຫວຽດນາມ ມາເພື່ອຄົ້ນຄວ້າການລ້ຽງເພາະຕໍ່, ການກິ່ງໄມ້ໃນຫ້ອງທົດລອງ. ສອງປີຜ່ານມາ, ຫ້ອງທົດລອງໄດ້ຮັບການລົງທຶນກວ່າ 2 ຕື້ດົ່ງ ຄອບຄົວອ້າຍ ຮູຍ ກໍໄດ້ສະໜອງຕົ້ນໄມ້ແນວພັນເປັນໝື່ນໆຕົ້ນໃຫ້ແກ່ປະຊາຊົນໝູ່ບ້ານດອກໄມ້ ດ້ວຍລາຄາຖືກ ແລະ ມີການຮັບປະກັນນຳອີກ. ອ້າຍ ຟານຮູຍຮວ່າງ ໃຫ້ຮູ້ວ່າ ຕົນເອງພວມຂຶ້ນແຜນສະໜອງຕົ້ນໄມ້ແນວພັນໃຫ້ໝູ່ບ້ານດອກໄມ້ຫຼາຍແຫ່ງ ແລະ ຈະສ້າງໃຫ້ມີເຄື່ອງໝາຍການຄ້າ ເພື່ອສົ່ງອອກ: “ ໝູ່ ບ້ານດອກ ໄມ້ ຊວນກວານ ນຳ ເຂົ້າ ແນວ ພັນ ຈາກ ດາຫຼາດ ຫຼາ ຍ ສົມ ຄວນ . ໂດຍ ເລີ່ມ ມາ ຈາກ ຄວາມ ຕ້ອງ ການ ຂອງ ພໍ່ ແມ່ ພີ່ ນ້ອງນັ້ນ ແລະ ຂ້າ ພະ ເຈົ້າກໍ ເຄີຍ ຮຽນ ຢູ່ ສະ ຖາ ບັນກະ ສິ ກຳ ຫວຽດ ນາມ , ມີຄວາມ ເມົາ ມົວ ກັບ ຕົ້ນ ໄມ້ ສະ ນັ້ນ ຂ້າ ພະ ເຈົ້າ ຈຶ່ງ ໄດ້ ເປີດ ຫ້ອງ ລ້ຽງເພາະຕໍ່ , ການ ກິ່ງ ໄມ້ ຮັບ ໃຊ້ ຕົ້ນ ໄມ້ ແນວ ພັນໃຫ້ ແກ່ ພໍ່ ແມ່ ພີ່ ນ້ອງ . ໃນ ໄລ ຍະ ຈະ ມາ ເຖິງ , ຂ້າ ພະ ເຈົ້າຈະ ສືບ ຕໍ່ ເປີດ ຫ້ອງ ລ້ຽງເພາະຕໍ່ ງ່າ , ຕໍ່ ກິ່ງ ໄມ້ ແລະ ຂະ ຫຍາຍ ພັນ ຕົ້ນ ດອກ ໄມ້ຫຼາຍ ຊະ ນິດ ໃນ ຍຸ ກ ສະ ໄໝ ໃໝ່ ທີ່ ມີ ຄ່າ ນິ ຍົມ ສູງ , ໂດຍ ສະ ເພາະແມ່ນ ບັນ ດາ ຕົ້ນ ດອກ ໄມ້ ທີ່ ປະ ຊາ ຊົນ ບໍ່ ສາ ມາດ ຂະ ຫຍາຍ ພັນ ໄດ້ ” . ຍັງມີເສດຖີເງິນຕື້ຢູ່ໝູ່ບ້ານດອກໄມ້ ຊວນກວານ ອີກຄົນຫນຶ່ງຕ້ອງເວົ້າເຖິງ ນັ້ນແມ່ນອ້າຍ ຫງວຽນງັອກຮ່າມ, ອ້າຍ ຫງວຽນງັອກຕ໋ວຽນ ຢູ່ບ້ານ 1, ອ້າຍ ຫງວຽນວັນເທີມ ຢູ່ບ້ານ 3, ອ້າຍ ຫງວຽນມິງດຶກ ຢູ່ບ້ານ 4. ນັບແຕ່ເມື່ອສະໂມສອນປູກດອກໄມ້ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2006 ດ້ວຍສະມາຊິກກວ່າ 10 ຄົນ ໂດຍໄດ້ຮັບການໜູນຊ່ວຍໃນການຝຶກອົບຮົມກ່ຽວກັບຫັນປ່ຽນອົງປະກອບຜົນລະປູກ ຈາກອຳນາດການປົກຄອງຕາແສງ ແລະ ເຈົ້າຂອງລົງທຶນສ້າງເຂດຕົວເມືອງການຄ້າ - ການທ່ອງທ່ຽວ ວັນຢາງ ໃນບໍລິເວນ, ມາຮອດປັດຈຸບັນ ຕາແສງ ຊວນກວານ ກໍໄດ້ມີສະຫະກອນປູກດອກໄມ້ ດ້ວຍສະມາຊິກ 36 ຄົນໃນຈຳນວນເກືອບ 900 ຄອບຄົວທີ່ເຮັດອາຊີບນີ້. ນີ້ແມ່ນບັນດາຄອບຄົວທີ່ນຳໜ້າໃນຂະບວນການພັດທະນາກະສິກຳ ເຕັກໂນໂລຊີສູງ ດ້ວຍມາດຖານ “ໂລກມີເຕັກໂນໂລຊີຫຍັງສຳລັບການປູກດອກໄມ້ ແມ່ນຢູ່ ຊວນກວານ ກໍມີໝົດ”. ປີກາຍ ແຕ່ລະຄອບຄົວສະມາຊິກສະຫະກອນປູກດອກໄມ້ ໄດ້ຮັບຜົນກຳໄລສະເລ່ຍ ຕ່ຳສຸດແມ່ນ ກວ່າ 300 ລ້ານດົ່ງ, ຄອບຄົວທີ່ມີຜົນກຳໄລສູງສຸດແມ່ນແຕ່ 2 – 4 ຕື້ດົ່ງ ອັນໄດ້ສ້າງວຽກເຮັດງານທຳທີ່ເປັນປົກກະຕິໃຫ້ແກ່ປະຊາຊົນຢູ່ໃນເຂດ. ທ່ານ ເລກູຍໂດນ, ປະທານຄະນະກຳມະການປະຊາຊົນຕາແສງ ຊວນກວານ, ໃຫ້ຮູ້ວ່າ: “ ປີ 2004, ໂດຍ ໄດ້ ຮັບ ການ ໜູນ ຊ່ວຍ ຈາກ ເຈົ້າ ຂອງ ໂຄງ ການ ໃນ ການ ຫັ ນປ່ຽນອາ ຊີບນັ້ນ , ປະ ຊາ ຊົນ ໄດ້ ນຳ ໃຊ້ ເງິນ ທີ່ ໄດ້ ຮັບ ຈາກ ການ ຊົດ ເຊີຍ ທີ່ ດິນ ເພື່ອ ໄປ ຊອກ ຮູ້ ຮ່ຳ ຮຽນ ຢູ່ ໝູ່ ບ້ານດອກ ໄມ້ແຫ່ງ ຕ່າງໆ ແລ້ວ ນຳ ມາໝູນ ໃຊ້ ເຂົ້າ ໃນ ທ້ອງ ຖິ່ນ ຕົນ , ລົງ ທຶນ ລະ ບົບ ເຮືອນ ຮົ່ ມ ດ້ວຍການນຳໃຊ້ ຕາ ໜ່າງ ທີ່ ມີ ຄ ວາມ ທົນ ທານ ແລະ ແຂງ ແຮງກວ່າ , ທັນ ສະ ໄໝ ກວ່າ ເມື່ອທຽບໃສ່ ບັນ ດາໝູ່ ບ້ານດອກ ໄມ້ ເມ ລິງ , ໄຕ ຕຶວ … ຊວນກວານ ກໍ ປູກ ດອກ ໄມ້ຫຼາຍ ຊະ ນິດກວ່າ ເມື່ອທຽບໃສ່ ບ້ານດອກ ໄມ້ ແຫ່ງ ອື່ນໆ ຄື : ດອ ກ ໄມ້ ປະ ດັບ ຕົບແຕ່ງພາຍໃນ , ເຮັດ ຜາມ ຫຼື ສາກດອກ ໄມ້ , ດອກ ໄມ້ ທີ່ ປູກ ຢູ່ ຕາມລະ ບຽງ ເຮືອນ , ດອກ ໄມ້ ໃນ ເດີ່ນ ສວນ … ເຊິ່ງ ມີ ລາຍ ຮັບ ສະ ເລ່ຍ 50 -70 ລ້ານ ດົ່ງ / ປີ ” . ຈາກທ້ອງຖິ່ນທີ່ປູກເຂົ້າ, ຜັກພືດເປັນຕົ້ນຕໍ, ມີລາຍຮັບບໍ່ເປັນປົກກະຕິ, ມາຮອດປັດຈຸບັນ ໝູ່ບ້ານດອກໄມ້ໃໝ່ ຊວນກວານ ພວມບືນຕົວຂຶ້ນຢ່າງແຮງດ້ວຍເນື້ອທີ່ປູກດອກໄມ້ເກືອບ 200 ເຮັກຕາ. ໃນລະດູດອກໄມ້ງາມທີ່ສຸດນັ້ນ, ໝູ່ບ້ານດອກໄມ້ ໄດ້ດຶງດູດແຂກທ່ອງທ່ຽວມາຊື້ ແລະ ຊົມດອກໄມ້ ນັບພັນໆເທື່ອຄົນ. ບັນດາເສດຖີເງິນຕື້ຢູ່ທີ່ນີ້ ພວມຝັກໄຝ່ຄວາມຄິດໃນການພັດທະນາຮູບແບບການທ່ອງທ່ຽວຂອງໝູ່ບ້ານອາຊີບ ດ້ວຍບັນດາຮ່ອມພູດອກໄມ້ທີ່ບໍ່ມີບ່ອນສິ້ນສຸດ ແລະ ບັນດາການບໍລິການດ້ານຄວາມບັນເທີງໃໝ່ອ່ຽມ ເພື່ອເຮັດໃຫ້ໝູ່ບ້ານດອກໄມ້ ພັດທະນາຢ່າງເຂັ້ມແຂງກວ່າອີກ.
TAG
VOV/VOVworld/ປູກເຂົ້າ/ຜັກພືດ
Related






