ເຂົ້າໜົມໄຢ່ ກວ໋ານແກ໋ງ ເຂົ້າໜົມທີ່ເປັນເອກະລັກພິເສດ
17/08/2018 10:26
(VOVWORLD) -ເຂົ້າໜົມໄຢ່ ກວ໋ານແກ໋ງ ມີຊື່ສຽງມາແຕ່ດົນນານແລ້ວ ບໍ່ພຽງແຕ່ສຳລັບປະຊາຊົນໃນເຂດເທົ່ານັ້ນ ຫາກຍັງກາຍເປັນເຄື່ອງຕ້ອນຂອງຝາກທີ່ເປັນເອກະລັກພິເສດຂອງ ຮ່າໂນ້ຍ ໂດຍໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ. ຈາກຮ່າໂນ້ຍ ລົງໄປທາງທິດໃຕ້, ໄປຕາມເສັ້ນທາງຫຼວງ 1A, ເຖິງກິໂລແມັດທີ 16 ແມ່ນຖະໜົນ ກວ໋ານແກ໋ງ, ຢູ່ຕາມສອງຟາກທາງໄດ້ວາງຂາຍເຂົ້າໜົມໄຢ່ ກວ໋ານແກ໋ງ ເຂົ້າໜົມທີ່ເປັນເອກະລັກພິເສດນີ້. ໝູ່ບ້ານ ເທື້ອງດິ່ງ, ຕາແສງ ຍິເຄ, ເມືອງ ເທື່ອງຕີ້ນ ແມ່ນໝູ່ບ້ານເຮັດສະເພາະເຂົ້າໜົມໄຢ່ນີ້.
ການເຮັດເຂົ້າໜົມໄຢ່ແມ່ນຫຍຸ້ງຍາກ, ໃຊ້ເວລາຫຼາຍ ພາບ: toquoc ໂດຍແຕກຕ່າງກັບເຂົ້າໜົມໄຢ່ ຢູ່ບັນດາເຂດພາກອື່ນທີ່ເຮັດເຂົ້າໜົມໄຢ່ບໍ່ມີໄສ້, ບໍ່ມີຖົ່ວຂຽວ ຕາມປົກກະຕິ ມັກກິນກັບຢໍ່ໝູ ຫຼື ຢໍ່ໝູຈືນນັ້ນ ແມ່ນເຂົ້າໜົມໄຢ່ ຢູ່ ກວ໋ານແກ໋ງ ພັດມີ 3 ປະເພດຄື ເຂົ້າໜົມໄຢ່ໄສ້ຫວານ, ໄສ້ເຄັມ ແລະ ບໍ່ມີໄສ້, ແຕ່ລະປະເພດມີກິ່ນ ແລະ ລົດຊາດສະເພາະ. ເຂົ້າໜົມໄຢ່ ຂອງໝູ່ບ້ານ ກວ໋ານແກ໋ງ ມີຄວາມໜຽວ ແລະ ຫອມຂອງເຂົ້າໜຽວ, ກິ່ນຫອມມັນຂອງຖົ່ວຂຽວ, ຊີ້ນໄດ້ປົນກັບບັນດາວັດຖຸດິບອື່ນໆ ເຊິ່ງມີພຽງແຕ່ຊາວ ກວ໋ານແກ໋ງ ຈຶ່ງມີເຄັດລັບໃນການເຮັດໃຫ້ມີກິ່ນ ແລະ ລົດຊາດທີ່ເປັນເອກະລັກພິເສດນັ້ນ. ຈຸດທີ່ເປັນເອກະລັກສະເພາະຂອງເຂົ້າໜົມໄຢ່ ແມ່ນວິທີຫໍ່ເຂົ້າໜົມ, ຫໍ່ຢ່າງພິຖີພິຖັນຄືຫໍ່ເຂົ້າຕົ້ມ, ເບິ່ງເຂົ້າໜົມເປັນຮູບສີ່ແຈສາກ ແລະ ງາມຫຼາຍ. ເພື່ອໃຫ້ມີເຂົ້າໜົມສີຂາວ ແລະ ອ່ອນໜຽວໄປເຖິງມືຜູ້ຊື້ນັ້ນ, ເຂົ້າໜົມຕ້ອງໄດ້ຜ່ານຫຼາຍຂັ້ນຕອນທີ່ລະອຽດລະອໍ ແລະ ພິຖີພິຖັນ. ເຂົ້າສານເຂົ້າໜຽວ, ຖົ່ວຂຽວ ໄດ້ມ່າໄວ້ກ່ອນມື້ໜຶ່ງ, ໃບຕອງຈິງ ໄດ້ລ້າງໃຫ້ສະອາດແລ້ວປະໄວ້ໃຫ້ສະເດັດນ້ຳ, ຫຼັງຈາກນັ້ນແມ່ນຕຳເຂົ້າ, ເຮັດໄສ້ເຂົ້າໜົມ, ປັ້ນເຂົ້າໜົມ… ເອື້ອຍ ຫງວຽນທິຕັວດ, ຜູ້ເຮັດເຂົ້າໜົມໄຢ່ໃນໝູ່ບ້ານ ເທື້ອງດິ່ງ ໃຫ້ຮູ້ວ່າ: “ ຂອດ ສຳຄັນທີ່ສຸດໃນການ ເຮັດເຂົ້າ ໜົມ ແມ່ນ ຂອດ ການ ເລືອກ ເຂົ້າ ສານ . ເຂົ້າ ສານ ຕ້ອງ ເລືອກ ເອົາ ເຂົ້າ ສານ ເຂົ້າ ໜຽວ ແຊບ ທີ່ເປັນເອກະລັກສະເພາະ ຢູ່ ເມືອງ ຫາຍ ເຫົ້າ , ແຂວງ ນາມ ດິງ . ມ່າ ເຂົ້າ ປະ ມານ 2 ຊົ່ວ ໂມງ . ສິ່ງ ສຳ ຄັນ ທີ່ ສຸດ ແມ່ນ ຂອດ ການ ເລືອກ ເຂົ້າ ສານ , ເລືອກຖົ່ ວ ຂຽວ . ເຂົ້າ ສານ ແລະ ຖົ່ ວ ຂຽວແຊບ ແມ່ນ ເຂົ້າ ໜົມ ຈຶ່ງ ແຊບ . ຖົ່ວ ຂຽວ ແມ່ນ ເອົາ ຊະ ນິດ ເມັດ ນ້ອຍ ຢູ່ ແທັງ ຮ໋ ວາ ມີ ຖົ່ວ ຂຽວ ຊະ ນິດນີ້ຫຼາຍ . ມ່າເຂົ້າ ສານ ແລະ ຖົ່ ວ ຂຽວແລ້ວ ນຳໄປ ໜຶ້ງ ” . ເຂົ້າໜົມໄຢ່ ກວ໋ານແກ໋ງ ແມ່ນເຂົ້າໜົມທີ່ເປັນເອກະລັກພິເສດຂອງ ຮ່າໂນ້ຍ ການເຮັດເຂົ້າໜົມໄຢ່ແມ່ນຫຍຸ້ງຍາກ, ໃຊ້ເວລາຫຼາຍ, ຕ້ອງນອນເດິກລຸກເຊົ້າ, ຜົນກຳໄລກໍບໍ່ຫຼາຍ. ຍ້ອນອາຍຸການນຳໃຊ້ເຂົ້າໜົມໄຢ່ມີພຽງແຕ່ 24 ຊົ່ວໂມງ ສະນັ້ນ ໃນລະດູໜາວ ຕາມປົກກະຕິ ບັນດາຄອບຄົວທີ່ເຮັດເຂົ້າໜົມຈະເລີ່ມເຮັດແຕ່ 21 ໂມງກາງຄືນ, ລະດູຮ້ອນ ຕ້ອງເຮັດແຕ່ 1 – 2 ໂມງຮຸ່ງເຊົ້າ ເພື່ອນຳໄປບໍລິໂພກຢູ່ແຫ່ງຕ່າງໆໃນຕອນເຊົ້າ. ປະຊາຊົນໝູ່ບ້ານ ເທື້ອງດິ່ງ ເຮັດເຂົ້າໜົມຕາມໃບສັ່ງຈອງເຂົ້າໜົມຂອງບັນດາງານດອງ, ງານບຸນ ຫຼື ບັນດາໂຮງແຮມ, ພັດຕະຄານ ຮ້ານອາຫານ ເປັນຕົ້ນຕໍ. ພໍ່ເຖົ້າ ຫງວຽນວັນວິງ, ຜູ້ສູງອາຍຸໃນໝູ່ບ້ານ ເທື້ອງດິ່ງ ເລົ່າວ່າ: “ ໝູ່ ບ້ານ ເທື້ອງ ດິ່ງ ເຮັດ ເຂົ້າ ໜົມ ເພື່ອນ ຳ ອອກ ໄປ ຂາຍ ຢູ່ ເຂດ ກວ໋ານ ແກ໋ງ ເປັ ນຕົ້ນ ຕໍ . ໃນ ໂອ ກາດ ວັນ ບຸນ ແມ່ນ ໄດ້ ຂາຍ ດີຫຼາຍ . ປັດ ຈຸ ບັນ ທັງ ໝູ່ ບ້ານ ມີ ປະ ມານ 50 ຄອບ ຄົວ ເຮັດ ເຂົ້າ ໜົມ , ດຽວນີ້ເຮັດ ເຂົ້າ ໜົມ ລ້ວນແຕ່ ມີ ເຄື່ອງ ຈັກ ໜູນ ຊ່ວຍ ສະນັ້ນຮູ້ສຶກເຮັດເຂົ້າຫນົມ ບໍ່ ຫຍຸ້ງ ຍາກ ຄື ເມື່ອ ກ່ອນ . ແຕ່ ລະ ມື້ ຢູ່ ເຮືອນ ຂອງ ຂ້າ ພະ ເຈົ້າ ເຮັດ ເຂົ້າ ໜົມ ປະ ມານ 20 ກິ ໂລ . ເຂົ້າ ໜົ ມໄສ້ ຫວານ ແມ່ ນ ເຮັດ ດ້ວຍ ນ້ຳ ຕານ ຂາວ , ເອົ າ ໝາກ ພ້າວ , ໝາກ ງາ ແລະ ນົ ມ ແມ ວ ( ນຳ ້ ມັນ ກ້ວຍ ) ໃສ່ ອີກ . ສ່ວນເຂົ້າ ໜົ ມໄສ້ ເຄັມ ເມື່ ອ ກ່ອນ ແມ່ນ ມີ ແມງ ດາ ແຕ່ ດຽວນີ້ ແມ່ນ ໃຊ້ ພິກ ໄທ , ນຳ ້ ມັນ ໝູ , ເກືອ , ແປ້ງ ນົ ວ , ຫົວ ບົ່ວ ແຫ້ງ ” . ຕາມປະສົບການໃນການເຮັດເຂົ້າໜົມຂອງບັນດາຄອບຄົວໃນໝູ່ບ້ານແລ້ວ, ປົກກະຕິ ເຂົ້າສານໜຽວ 1 ກິໂລ ຄວນໃສ່ຖົ່ວຂຽວ 0,5 ກິໂລ, ເຮັດເຂົ້າໜົມໄດ້ປະມານ 2 ກິໂລ ຫຼື ເທົ່າກັບເຂົ້າໜົມ 20 ກ້ອນ. ໃນໂອກາດວັນບຸນບູຊາເຈົ້າຊີວິດຮຸ່ງ ປີ 2002, ປະຊາຊົນໝູ່ບ້ານ ເທື້ອງດິ່ງ ເຄີຍໄດ້ເຮັດເຂົ້າໜົມໄຢ່ໃຫຍ່ທີ່ສຸດຢູ່ ຫວຽດນາມ ເພື່ອຖະຫວາຍໃຫ້ເຈົ້າຊີວິດ ຮຸ່ງ. ເອື້ອຍ ຫງວຽນທິຕັວດ, ຜູ້ເຮັດເຂົ້າໜົມໄຢ່ໃນໝູ່ບ້ານ ເລົ່າສູ່ຟັງວ່າ: “ ປີ 2002, ປະ ຊາ ຊົນ ໝູ່ ບ້ານ ໄດ້ເຮັດ ເຂົ້າ ໜົມ ໄຢ່ ບໍ່ ມີ ໄສ້ ກ້ອນ ໃຫ ຍ່ ຖະ ຫວາຍ ຂຶ້ນ ບູ ຊາ ເຈົ້າ ຊີ ວິດ ຮຸ່ງ . ປຸກ ລະ ດົມ ໝົດ ໝູ່ ບ້ານ ເຮັດ ຕະຫຼອດ ຄືນ ເພື່ອ ເຮັດ ເຂົ້າ ໜົມ ໄຢ່ ບໍ່ ມີ ໄສ້ ບັນ ລຸ ສ ະ ຖິ ຕ ິ ເຊິ່ງ ມີ ນ້ຳ ໜັກ 1,8 ໂຕນ , ໃນ ນັ້ນ ໃຊ້ ເຂົ້າ ສານ ໜຽວ 1,3 ໂຕນ . ເຂົ້າ ໜົມ ດັ່ງ ກ່າວ ໄດ້ ຮັບ ການ ບັນ ທຶກ ສະ ຖິ ຕິ ຫວຽດ ນາມ . ແຕ່ ລະ ປີ ວັນ ທີ 7 ເດືອນ 2 ໄລ່ ຕາມ ຈັນ ທະ ປະ ຕິ ທິນ ແມ່ນ ວັນ ງານ ບຸນ ຂອງ ໝູ່ ບ້ານ , ບັນ ດາ ຄອບ ຄົວ ກ ໍ ເຮັດ ເຂົ້າ ໜົມ ນ ຳ ໄປ ຖະ ຫວ າຍ ຂຶ້ນ ຫໍ ສາ ລາ ບ້ານ ” . ແຕ່ຫຼາຍຮ້ອຍປີມານີ້ ຍາມໃດເຂົ້າໜົມໄຢ່ກໍໄດ້ຮັບຖືວ່າແມ່ນເຍື່ອງອາຫານທຳມະດາສາມັນ ແຕ່ ໄດ້ຮັບຄວາມນິຍົມຈາກປະຊາຊົນເປັນຈຳນວນຫລວງຫລາຍ, ເຊິ່ງໄດ້ບັນທຶກເຂົ້າໃນບັນຊີອາຫານການກິນຂອງ ຫວຽດນາມ. ເຂົ້າໜົມໄຢ່ ກວ໋ານແກ໋ງ ແມ່ນເຂົ້າໜົມທີ່ເປັນເອກະລັກພິເສດຂອງດິນແດນ ຮ່າໂນ້ຍ, ເປັນສັນຍະລັກໃຫ້ແກ່ຄວາມຍອດຍິ່ງຂອງອາຫານການກິນ ຮ່າໂນ້ຍ.
TAG
VOV/VOVworld/ເຂົ້າໜົມ/ຖົ່ວຂຽວ
Related






