ເລື່ອງລາວຢູ່ໝູ່ບ້ານປູກຕົ້ນໄມ້ປະດັບວິເຄ
16/08/2019 07:03
(VOVWORLD) - ໝູ່ບ້ານປູກຕົ້ນໄມ້ປະດັບຕັ້ງຢູ່ເຂດດິນແດນແຄມແມ່ນ້ຳແດງ, ຂຶ້ນກັບຕາແສງດ່ຽນຊາ, ເມືອງນາມຈຶກ, ແຂວງນາມດິ້ງ ແມ່ນໝູ່ບ້ານອາຊີບມູນເຊື້ອມາໄດ້ 800 ປີແລ້ວ ແລະ ຖືກຂະໜານນາມວ່າ ແມ່ນກົກເຄົ້າເຫງົ້າກໍຂອງອາຊີບປູກດອກໄມ້, ຕົ້ນໄມ້ປະດັບຢູ່ຫວຽດນາມ. ວິເຄ ກໍ່ແມ່ນບ່ອນສະໜອງດອກໄມ້ຫຼາຍຊະນິດໃຫ້ແກ່ປະຊາຊົນໃນທົ່ວປະເທດໃນຍາມບຸນເຕັດວຽນມາ.

ເຂດເຮືອນສວນຂຽວອຸ່ມທຸ່ມດ້ວຍຕົ້ນໄມ້ປະດັບຫຼາຍຊະນິດ ( ພາບ: tintucnamdinh.vn ) ຕາມການບັນທຶກໄວ້ຢູ່ສາລາບ້ານວິເຄ ແລ້ວ, ອາຊີບປູກດອກໄມ້, ຕົ້ນໄມ້ປະດັບຢູ່ແຫ່ງນີ້ມີມາແຕ່ສະຕະວັດທີ 13 (ປີ 1211) ໂດຍອາດຍາເຈົ້ານາຍຜູ້ໜຶ່ງໃນສະໄໝລາຊະວົງຫຼີ ຊື່ ໂຕຈູງຕຶ ໄດ້ຖ່ອຍຖອດໃຫ້ຊາວບ້ານ. ທ່ານຫງວຽນວັນຣິ ຜູ້ຄຸ້ມຄອງສາລາວິເຄ ເລົ່າສູ່ຟັງວ່າ: ປະຫວັດຄວາມເປັນມາຂອງໝູ່ບ້ານປູກຕົ້ນໄມ້ປະດັບວິເຄ ໄດ້ມີມາແຕ່ກ່ອນນີ້ກ່ວາ 1000 ປີແລ້ວ. ມາຮອດປະຈຸບັນ, ເຖິງວ່າ ໝູ່ບ້ານປູກດອກໄມ້, ຕົ້ນໄມ້ປະດັບໄດ້ຜ່ານພົ້ນໄປ 8 ສະຕະວັດ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກນາໆປະການແລ້ວກໍ່ຕາມ ແຕ່ໝູ່ບ້ານຂອງພວກຂ້າພະເຈົ້າຍັງຄົງຮັກສາອາຊີບທີ່ເປັນມູນເຊື້ອຂອງໝູ່ບ້ານໄວ້ໄດ້. ນາຍຊ່າງກຳລັງດັດຕົ້ນໄມ້
TAG
VOV/VOVworld/ຕົ້ນໄມ້ປະດັບ/ວິເຄ/ເຮືອນສວນຂຽວອຸ່ມທຸ່ມ/ອາຊີບປູກດອກໄມ້/ຕົ້ນໄມ້ປະດັບ
Related






