ເມືອງຮ່າກວາງ, ແຂວງກາວບັ່ງ ສູ້ຊົນຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2025
29/08/2024 17:00
(VOVWORLD) - ເມືອງຮ່າກວາງ, ແຂວງກາວບັ່ງ ແມ່ນເມືອງເຂດພູດອຍຊາຍແດນທາງທິດເໜືອ ຫວຽດນາມ. ເມືອງຮ່າກວາງ ມີ 21 ຕາແສງ, ປຊຊ ສ່ວນຫຼາຍແມ່ນຊາວຊົນເຜົ່າສ່ວນໜ້ອຍ. ໂດຍຕັ້ງຢູ່ເຂດພູສູງ, ການໄປມາຫຍຸ້ງຍາກ, ປະລິມານນ້ຳຝົນສະເລ່ຍແຕ່ລະປີຕ່ຳ ໄດ້ເກີດການຂາດແຄນນ້ຳໃນການທຳການຜະລິດ, ເຮັດໃຫ້ຊີວິດການເປັນຢູ່ຂອງ ປຊຊ ຢູ່ທີ່ນີ້ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ທາງເມືອງພວມມານະພະຍາຍາມສູ້ຊົນ ຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2025.

ຕາແສງເທື້ອງໂທນ, ເມືອງຮ່າກວາງ ເບິ່ງ ຈາກມູມສູງ (ພາບ: ງອກແອັງ) ກ່ອນນີ້, ຄອບຄົວອ້າຍ ຫຼີວັນນໍ ຢູ່ຕາແສງເທື້ອງໂທນ, ເມືອງຮ່າກວາງ ໄດ້ດຳລົງຊີວິດໃນເຮືອນທີ່ຄັບແຄບ, ກໍ່ດ້ວຍໄມ້ທີ່ເກົ່າເພ ແລະ ເສົາໄມ້ໃຜ່, ປະຈຸບັນ, ອຳນາດການປົກຄອງທ້ອງຖິ່ນໄດ້ໜູນຊ່ວຍກໍ່ສ້າງເຮືອນທີ່ກ້ວາງ, ພື້ນປູດ້ວຍເບຕົງ, ເສົາໄມ້, ຫຼັງຄາມຸງດ້ວຍສັງກະສີ, ຄອບຄົວອ້າຍກໍ່ສ້າງຊີວິດການເປັນຢູ່ຢ່າງໝັ້ນຄົງ, ອຸ່ນອຽນໃຈທຳມາຫາກິນ: ຄອບຄົວຂ້າພະເຈົ້າໄດ້ຮັບຈຳນວນເງິນໜູນຊ່ວຍ 40 ລ້ານດົ່ງຈາກລັດເພື່ອກໍ່ສ້າງເຮືອນຢູ່. ລັດໜູນຊ່ວຍງົວພັນ 1 ໂຕ. ເມື່ອມີເຮືອນໃໝ່ກໍ່ດີໃຈຫຼາຍ, ເຮືອນເກົ່າຮົ່ວຫຼາຍ, ເມື່ອຝົນຕົກໜັກລົມແຮງກໍ່ຢ້ານກົວ, ເປັນ ອັນຕະລາຍ, ປະຈຸບັນກໍ່ອຸ່ນອຽນໃຈແລ້ວ. ອ້າຍ ຫຼີວັນນໍ ໃຫ້ຄວາຍກິນ ອາຫານ (ພາບ: ງອກແອັງ) ຄອບຄົວອ້າຍ ຫຼີວັນນໍ ແມ່ນໜຶ່ງໃນຫຼາຍຄອບຄົວຊາວຊົນເຜົ່າສ່ວນໜ້ອຍຂອງເມືອງຮ່າກວາງ ທີ່ໄດ້ຮັບການໜູນຊ່ວຍຈາກໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຢູ່ທີ່ຮົ່ວໂຊມ. ປີ 2020, ຈາກແຫຼ່ງເງິນຂອງກະຊວງຕຳຫຼວດ ແລະ ຄະນະກຳມະການ ປຊຊ ນະຄອນ ຮ່າໂນ້ຍ, ແຂວງກາວບັ່ງ ໄດ້ໜູນຊ່ວຍ 826 ຄອບຄົວທຸກຍາກໃນບໍລິເວນເມືອງ ໃຫ້ມີເຮືອນໃໝ່. ເມືອງຮ່າກວາງ ແມ່ນຈຸດພົ້ນເດັ່ນ, ນຳໜ້າໃນຂະບວນການ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຢູ່ຖືທີ່ຮົ່ວໂຊມຢູ່ແຂວງກາວບັ່ງ. ທ່ານນາງ ຫງວຽນທິເຟືອງ, ຮອງປະທານຄະນະກຳມະການ ປຊຊ ເມືອງຮ່າກວາງ ໃຫ້ຮູ້ວ່າ: ປີ 2024, ເມືອງຮ່າກວາງ ໄດ້ຮັບໜ້າທີ່ຕ້ອງລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຢູ່ ທີ່ ຮົ່ວ ໂຊມ ໃຫ້ໄດ້ 1 . 134 ຫຼັງ. ໃນ 6 ເດືອນຕົ້ນປີ, ພວກຂ້າພະເຈົ້າປະຕິບັດໄດ້ເກືອບ 450 ຫຼັງແລ້ວ. ການປະຕິບັດແຜນຮ່າງລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຢູ່ ທີ່ ຮົ່ວ ໂຊມ ແມ່ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຫ້ວຍ ເລນິນ ຢູ່ເມືອງຮ່າກວາງ (ພາບ: ງອກແອັງ) ໃນການກໍ່ສ້າງຊົນນະບົດໃໝ່, ເມືອງຮ່າກວາງ ໄດ້ຊີ້ນຳສຸມໃສ່ຕາມຫຼັກຕຳລາ 3 ຕົ້ນ + 2 ສັດ (3 ຕົ້ນແມ່ນ: ຕົ້ນຢາສູບ, ສາລີ, ຖົ່ວດິນ; 2 ສັດແມ່ນ: ງົວ ແລະ ໝູດຳ). ມາຮອດປະຈຸບັນ, ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ເມືອງ ຮ່າກວາງ ບັນລຸເກືອບ 1.000 USD /ຄົນ/ປີ, ເພີ່ມຂຶ້ນເກືອບ 100 USD ເມື່ອທຽບກັບປີ 2021. ທ່ານ ຮ່ວາງວັນຊີ ປຊຊ ຕາແສງເທື້ອງໂທນ, ເມືອງຮ່າກວາງ ໃຫ້ຮູ້ວ່າ: ກ່ອນນີ້, ຄອບຄົວຂ້າພະເຈົ້າປະສົບກັບຄາມຫຍຸ້ງຍາກທີ່ສຸດ. ນັບແຕ່ປີ 2016, ຄອບຄົວຂ້າພະເຈົ້າໄດ້ຫັນປ່ຽນຜົນລະປູກ, ປູກຕົ້ນສາລີ ຊ ອດ , ລ້ຽງໝູ, ໄກ່ ເພື່ອພັດທະນາເສດຖະກິດ. ໄລຍະຜ່ານມາ, ຄອບຄົວຂ້າພະເຈົ້າໄດ້ຮັບຄວາມເອົາໃຈໃສ່ຈາກລັດ ໜູນຊ່ວຍ ໃຫ້ການ ກູ້ຢືມທຶນຈາກທະນາຄານນະໂຍບາຍ ເພື່ອຊື້ແນວພັນສັດລ້ຽງ, ກໍ່ສ້າງເຮືອນຢູ່. ຍ້ອນເຫດນັ້ນ, ຄອບຄົວຂ້າພະເຈົ້າກໍ່ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກແລ້ວ. ຍ້ອນທ່າໄດ້ປຽບມີເຂດປູ່ສະນີຍະສະຖານແຫ່ງຊາດພິເສດ ປາກບໍ ແລະ ຫຼາຍສະຖານທີ່ມໍລະດົກ ໃນສວນສາທາລະນະທໍລະນີສາດທົ່ວໂລກ UNESCO ເຂດກາວບັ່ງ ນັ້ນ, ເມືອງຮ່າກວາງ ໄດ້ຖືການພັດທະນາການທ່ອງທ່ຽວເປັນສຳຄັນ. ທາງເມືອງກໍ່ສຸມໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ໂດຍສະເພາະແມ່ນສ້າງເຄືອຄ່າຍຄົມມະນາຄົມ, ໂທລະຄົມມະນາຄົມ, ນ້ຳສະອາດ… ທ່ານນາງ ດ່າມມາຍຮວາ, ຮອງປະທານຄະນະກຳມະການ ປຊຊ ຕາແສງເທື້ອງໂທນ ໃຫ້ຮູ້ວ່າ: ໃນໄລຍະທີ່ຈະມາເຖິງ ພວກຂ້າພະເຈົ້າຈະສືບຕໍ່ເຮັດບັນດາເສັ້ນທາງຄົມມະນາຄົມລະຫວ່າງບ້ານເພື່ອໃຫ້ ປຊຊ ໄປມາໄດ້ຢ່າງສະດວກສະບາຍ ກວ່າ . ພ້ອມກັນນັ້ນແມ່ນບັນດາຮູບແບບປູກຕົ້ນໄມ້ປາຍແຫຼມ ແລະ ລ້ຽງງົວພັນ, ຄວາຍພັນ, ຫັນປ່ຽນຜົນລະປູກ. ປະຈຸບັນ, ໃນບໍລິເວນຕາແສງມີໂຄງການໃຫ້ຄອບຄົວທຸກຍາກກູ້ຢືມທຶນ ຜ່ານທະນາຄານນະໂຍບາຍສັງຄົມ. ໃນທັງ 3 ໂຄງການເປົ້າໝາຍແຫ່ງຊາດຄື: ໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ, ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ; ໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ; ໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່), ເມືອງຮ່າກວາງ ລ້ວນແຕ່ໄດ້ຜັນຂະຫຍາຍໂຄງການ, ໂຄງການນ້ອຍເປັນຈຳນວນຫຼາຍພໍສົມຄວນ. ທ່ານ ຟ້າມຊັວນຕຸ່ງ ຮອງເລຂາຄະນະພັກເມືອງ, ປະທານຄະນະກຳມະການ ປຊຊ ເມືອງຮ່າກວາງ ໃຫ້ຮູ້ວ່າ: ການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດໃນບໍລະເວນເມືອງຮ່າກວາງ ແຕ່ປີ 2021 ມາຮອດປະຈຸບັນ ມີຄວາມກ້າວໜ້າທີ່ແນ່ນອນ. ມາຮອດປະຈຸບັນ, 100% ຕາແສງມີທາງລົດໂອໂຕໄປຮອດໃຈກາງຕາແສງ, 97% ກຸ່ມບ້ານມີຕາແໜ່ງໄຟຟ້າແຫ່ງຊາດ, ເກືອບ 100% ຕາແສງໄດ້ສຳຜັດກັບຄື້ນສື່ສານ. ລະບົບໜອງນ້ຳ ແລະ ລະບົບຄອງ ເໝືອງ ໄດ້ຊ່ວຍ ປຊຊ ເຂດພູດອຍມີນ້ຳໃຊ້ຢ່າງພຽງພໍ ແລະ ສ່ວນໜຶ່ງໜູນຊ່ວຍການຜະລິດ. ພວກຂ້າພະເຈົ້າຍັງໄດ້ໜູນຊ່ວຍ ປຊຊ ກ່ຽວກັບດ້ານທຶນຮອນຮັບໃຊ້ການຜະລິດ, ກ່ຽວກັບບັນດາຮູບແບບການຜະລິດຕາມລະບົບ ມູນ ຄ່າຮ່ວມສຳພັນກັບບັນດາວິສາຫະກິດ, ສະຫະກອນ, ບັນຮູບແບບການຜະລິດຕິດພັນກັບປະຊາຄົມ. ບັນດາການເຄື່ອນໄຫວນີ້ ໄດ້ສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ ປຊຊ. ອັດຕາສ່ວນຄອບຄົວທຸກຍາກຂອງເມືອງຮ່າກວາງ ແຕ່ປີ 2020 ມາຮອດປະຈຸບັນ ກໍ່ມີການຫັນປ່ຽນຢ່າງເຫັນໄດ້ຊັດ. ທາງເມືອງສູ້ໄດ້ຊົນຮອດປີ 2025 ກາຍເປັນເມືອງຫລຸດພົ້ນອອກຈາກຄວາມທຸກຍາກໂດຍພື້ນຖານ. ເມືອງຮ່າກວາງ ແຂວງກາວບັງ ໄດ້ຜັນຂະຫຍາຍ ບັນດາມາດຕະການພັດທະນາເສດຖະກິດສັງຄົມຢ່າງຄົບຊຸດ. ຍ້ອນເຫດນັ້ນ, ອັດຕາສ່ວນຄອບຄົວທຸກຍາກຢູ່ທ້ອງຖິ່ນ ໄດ້ຫລຸດລົງຫຼາຍພໍສົມຄວນ, ແຕ່ 4%-6% ຄອບຄົວທຸກຍາກ/ປີ. ຊີວິດການເປັນຢູ່ຂອງ ປຊຊ ໄດ້ຫັນປ່ຽນຢ່າງຕັ້ງໜ້າ, ຊີວິດສັງຄົມໄດ້ຮັບປະກັນໂດຍພື້ນຖານ. ໝາກຜົນນີ້ ແມ່ນກຳລັງໜູນເພື່ອໃຫ້ເມືອງສາມາດບືນຕົວຂຶ້ນ ຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2025./.
TAG
VOV/VOVworld/ເມືອງຮ່າກວາງ/ແຂວງກາວບັ່ງ/ທ່ານນາງ ຫງວຽນທິເຟືອງ/ທ່ານນາງ ດ່າມມາຍຮວາ/ທ່ານ ຟ້າມຊັວນຕຸ່ງ/ທ່ານ ຮ່ວາງວັນຊີ ປຊຊ ຕາແສງເທື້ອງໂທນ/
Related





