ເມືອງທາບເມື່ອຍ ແຂວງດົ່ງທາບ ຊອກຫາທິດຈຳໜ່າຍຜະລິດຕະພັນກະເສດໃຫ້ແກ່ຊາວກະສິກອນ
09/09/2021 09:15
(VOVWORLD) - ເລື່ອງຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນກະເສດໃນສະພາບທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ 19 ແມ່ນບັນຫາທີ່ບັນດາທ້ອງຖິ່ນໃນບໍລິເວນແຂວງດົ່ງທາບ ພວມຜັນຂະຫຍາຍຢ່າງຂ້ຽວຂາດ. ເພື່ອປະກອບສ່ວນຮັບປະກັນຊີວິດດ້ານເສດຖະກິດຂອງ ປຊຊ ຕໍ່ຜົນສະທ້ອນ ຈາກໂລກລະບາດໂຄວິດ 19, ເມືອງທາບເມື່ອຍ ໄດ້ ແລະ ພວມສ້າງຫຼາຍວິທີການເພື່ອຊອກຫາຕະຫຼາດ ຈຳໜ່າຍບັນດາປະເພດຜະລິດຕະພັນກະເສດຂອງເມືອງ.

ໜູນຊ່ວຍຈຳໜ່າຍຜະລິດຕະພັນກະເສດຢູ່ເມືອງທາບເມື່ອຍ ແຂວງດົງທາບ (ພາບ: VOV ) ເມືອງທາບເມື່ອຍ ໄດ້ສ້າງຕັ້ງໜ່ວຍເຊື່ອມຕໍ່ ການຈຳໜ່າຍຜະລິດຕະພັນກະເສດໃຫ້ແກ່ ປຊຊ. ບັນດາສະມາຊິກໃນໜ່ວຍຈະກວດກາ, ກຳສະພາບການຜະລິດ, ປະລິມານ, ເວລາເກັບກ່ຽວ, ຄວາມສາມາດເກັບຊື້ຂອງພໍ່ຄ້າ. ສຳລັບບັນດາປະເພດຜະລິດຕະພັນກະເສດທີ່ມີປະລິມານຫຼາຍນັ້ນ, ທາງທ້ອງຖິ່ນຈະອັບເດດ ແລະ ຂໍຄວາມຊ່ວຍເຫຼືອຈາກແຂວງ ເພື່ອຈຳໜ່າຍໃຫ້ ປຊຊ ຢ່າງທັນການ. ຢູ່ຕາແສງໝີ້ຮົ່ວ, ເມືອງທາບເມື່ອຍ, ຈຳນວນໝາກນາວຂອງຊາວກະສິກອນບໍ່ມີຫຼາຍ ຄືຕາແສງອື່ນໃນບໍລິເວນເມືອງ ແຕ່ກໍ່ຍັງປະສົບກັບຄວາມຫຍຸ້ງຍາກດ້ານສົ້ນອອກ. ຕໍ່ໜ້າສະພາບການດັ່ງກ່າວ, ຄະນະຊາວໜຸ່ມຕາແສງ ໄດ້ເກັບຊື້ ເພື່ອມາປຸງແຕ່ງເປັນຜະລິດຕະພັນຄື: ນ້ຳຢາລ້າງຖ້ວຍ, ນ້ຳໝາກນາວເກືອ ເພື່ອຊ່ວຍ ປຊຊ ຈຳໜ່າຍຜະລິດຕະພັນໃນໄລຍະປະສົບກັບຄວາມຫຍຸ້ງຍາກ. ເອື້ອຍງອັກຕູ໊ ຮອງເລຂາຄະນະຊາວໜຸ່ມ ຕາແສງໝີ້ຮົ່ວ, ເມືອງທາບເມື່ອຍ ແບ່ງປັນວ່າ: ຄະນະຊາວໜຸ່ມຕາແສງ ໄດ້ຄິດອອກການຜະລິດນ້ຳ ຢາ ລ້າງຖ້ວຍຈາກໝາກນາວ ເພື່ອຊ່ວຍ ປຊຊ ຈຳໜ່າຍຜະລິດຕະພັນຂອງຕົນໄດ້. ເມື່ອຂາຍໄດ້ກໍ່ເອົາກຳໄລ ມາ ຊື້ຂອງຂວັນໃຫ້ ປຊຊ ທີ່ ປະສົບກັບຄວາມຫຍຸ້ງຍາກ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ. ໜ່ວຍໜູນຊ່ວຍຈຳໜ່າຍຜະລິດຕະພັນກະເສດໃຫ້ ປຊຊ (ພາບ: VOV ) ສຳລັບບັນດາຜະລິດຕະພັນທີ່ຈຳໜ່າຍງ່າຍ, ບັນດາອົງການຈັດຕັ້ງມະຫາຊົນຈະໄປຈ່າວຂາຍຢູ່ບ່ອນທີ່ມີຄວາມຕ້ອງການ, ໂຄສະນາທາງ Facebook ແລະ ຮັບໃບສັ່ງຊື້ສິນຄ້າຕາມຄຳຮຽກຮ້ອງຂອງຜູ້ຊື້. ຕາມທ່ານ ເລວັນງອດ, ຮອງປະທານຄະນະກຳມະການ ປຊຊ ເມືອງທາບເມື່ອຍແຂວງດົງທາບ, ທ້ອງຖິ່ນຍັງມີປະລິມານໝາກນາວ, ໂຕກົບ, ປາດຸກຄຳ ທີ່ພວມຢູ່ໃນໄລຍະເກັບກ່ຽວນັ້ນ, ໜ່ວຍເຊື່ອມຕໍ່ຈຳໜ່າຍຜະລິດຕະພັນຂອງທ້ອງຖິ່ນ ພວມມານະພະຍາຍາມຊ່ວຍຈຳໜ່າຍໃຫ້ຄອບຄົວດັ່ງກ່າວ: ປະຈຸບັນ, ທາງ ເມືອງໄດ້ສ້າງທຸກເງື່ອນໄຂທີ່ດີທີສຸດ ໃຫ້ແກ່ຜູ້ເກັບຊື້ຜະລິດຕະພັນກະເສດ, ມາຮອດຈຸດເວລານີ້, ຜູ້ຂົນສົ່ງສິນຄ້າກໍ່ໄດ້ອະນຸຍາດ ໃຫ້ ເຂົ້າ ໄປ ເກັບຊື້ ຢູ່ ບໍລິເວນ, ອະນຸຍາດ ໃຫ້ ຂົນສົ່ງຜະລິດຕະພັນກະເສດ ແຕ່ຕ້ອງຮັບປະກັນການປ້ອງກັນ ຕ້ານໂລກລະບາດຢ່າງມີຄວາມປອດໄພ, ເມືອງກໍ່ໄດ້ໜູນຊ່ວຍດ້ວຍການສັກວັກຊິນ, ກວດ ເຊື້ອໂຄວິດໄດ້ຜົນ ໄວ, ຫຼັງຈາກນັ້ນກຳລັງນີ້ຈຶ່ງໄດ້ເຂົ້າ ໄປ ເກັບຊື້ , ຂົນສົ່ ງ ແລະ ໄດ້ ສຳຜັດກັບຊາວກະສິກອນ ໃນ ບໍລິເວນ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກ ໃນການຈຳໜ່າຍຜະລິດຕະພັນກະເສດ, ແຂວງດົງທາບ ໄດ້ຈັດຕັ້ງການເຊື່ອມຕໍ່ການຈຳໜ່າຍໝາກລຳໄຍ, ຜະລິດຕະພັນ OCOP ກັບຮ່າໂນ້ຍ, ຄຽງຂ້າງນັ້ນ ກໍ່ໄດ້ນຳເອົາຜະລິດຕະພັນກະເສດປະເພດຕ່າງໆຂຶ້ນວາງຂາຍໃນ ລະດັບການຄ້າເອເລັກໂຕນິກ (ecommerce level) ເພື່ອແນໃສ່ໜູນຊ່ວຍສະຫະກອນ, ໜ່ວຍຮ່ວມມື, ຊາວກະສິກອນໂຄສະນາຜະລິດຕະພັນ, ເຊື່ອມຕໍ່ການຈຳໜ່າຍກັບບັນດາວິສາຫະກິດ, ລະບົບຮ້ານສັບພະສິນຄ້າ. ທ່ານຫວໍ້ຕ໊ຽນແທັງ, ຜູ້ອຳນວຍການສູນສົ່ງເສີມການຄ້າ, ການບໍລິການ ແລະ ການລົງທຶນແຂວງດົງທາບ ໃຫ້ຮູ້ວ່າ: ຜະລິດຕະພັນກະເສດມີປະລິມານຫຼາຍ ຕ້ອງການຈຳໜ່າຍໃນປະຈຸບັນ ແມ່ນໝາກລຳໄຍ, ໝາກນາວ, ໝາກກ້ຽງ, ປາຈາ, ປານິນແດງ, ກົບ…ປະຈຸບັນ, ບັນດາທ້ອງຖິ່ນພວມກວດກາຄືນ ຜະລິດຕະພັນກະເສດທີ່ຍັງຂາຍອອກບໍ່ໄດ້ ໃນບໍລິເວນ ເພື່ອແນະນຳໃຫ້ນັກແຈກຢາຍ, ເກັບຊື້ຜະລິດຕະພັນກະເສດ: ສູນສົ່ງເສີມການຄ້າ, ການບໍລິການ ແລະ ການລົງທຶນ ແລະ ພະແນກອຸດສາຫະກຳ - ການຄ້າ ແຂວງດົງທາບ ໄດ້ ແນະນຳບັນດາສິນຄ້ານັ້ນ ແລະ ພະແນກອຸດສາຫະກຳ - ການຄ້າ ກໍ່ໄດ້ ເຊື່ອມຕໍ່ກັບລະບົບຮ້ານສັບພະສິນຄ້າ ແລະ ສູນການຄ້າ ເພື່ອ ໃຫ້ ເຮົາມີການກຳນົດທິດ, ຄຽງຄູ່ກັນນັ້ນ ແມ່ນໄດ້ ສົມທົບກັບກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ - ການຄ້າ ເພື່ອ ແນະນຳສິນຄ້າ ຕ່າງໆໝເຫຼົ່າ ນັ້ນ. ພວກຂ້າພະເຈົ້າ ຈະ ກຳນົດໄວ້ວ່າ ໃນແຕ່ລະເດືອນ ຢູ່ແຂວງດົງທາບ, ເມືອງໃດໄດ້ເກັບກ່ຽວຜະລິດຕະພັນໃດ ນັ້ນ , ແມ່ນ ຈະເຊື່ອມຕໍ່ເພື່ອຈຳໜ່າຍບັນດາຜະລິດຕະພັນໃຫ້ທັນການ. ເພື່ອແກ້ໄຂບັນຫາຈຳໜ່າຍຜະລິດຕະພັນກະເສດໃຫ້ແກ່ຊາວກະສິດກອນ, ຂະແໜງມີໜ້າທີ່ແຂວງດົງທາບ ໄດ້ເຊື່ອມຕໍ່ຢ່າງແໜ້ນແຟ້ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດເພື່ອສະໜອງ, ຈຳໜ່າຍຜະລິດຕະພັນກະເສດໃນບໍລະເວນແຂວງ. ພ້ອມກັນນັ້ນ, ເຊື່ອມຕໍ່ກັບບັນດາວິສາຫະກິດ, ຮ້ານສັບພະສິນຄ້າ, ຮ້ານຄ້າຕ່າງໆ ຫຼືນຳຜະລິດຕະພັນກະເສດຂຶ້ນວາງຂາຍຢູ່ໃນ ລະດັບການຄ້າເອເລັກໂຕນິກ (ecommerce level) ເພື່ອຊ່ວຍ ປຊຊ ຊຸກຍູ້ການຈຳໜ່າຍໃນສະພາບການທີ່ໂລກລະບາດໂຄວິດ 19 ຍັງມີການຜັນແປຢ່າງສັບສົນ./.
TAG
VOV/VOVworld/ເມືອງທາບເມື່ອ/ແຂວງດົ່ງທາບ/ຜະລິດຕະພັນກະເສດ/ເອື້ອຍງອັກຕູ໊/ຕາແສງໝີ້ຮົ່ວ/ທ່ານຫວໍ້ຕ໊ຽນແທັງ/ecommerce level
Related
More






