ເສັ້ນທາງລະດູບານໃໝ່ຢູ່ບ້ານເກີດເມືອງນອນຂອງນັກວິລະຊົນ ນຸບ
07/05/2020 08:41
(VOVWORLD) - ບ້ານ Stơr, ຕາແສງ Tơ Tung, ເມືອງ Kbang, ແຂວງຢາລາຍ (ເຂດໄຕງວຽນ) ແມ່ນບ້ານເກີດເມືອງນອນຂອງນັກວິລະຊົນ ນຸບ. ແຕ່ກ່ອນ, Kbang ແມ່ນໜຶ່ງໃນບັນດາເມືອງເຂດຫ່າງໄກສອກຫລີກ, ປະສົບກັບຄວາມຫຍຸ້ງຍາກກ່ວາໝູ່ຂອງແຂວງຢາລາຍ ແຕ່ມາໃນປະຈຸບັນ, ພື້ນຖານໂຄງລ່າງຢູ່ທີ່ນີ້ ໄດ້ຮັບການຍົກລະດັບ, ການຈໍລະຈອນໄປມາສະດວກສະບາຍດີ.

ເສັ້ນທາງດົງເຈື່ອງເຊີນ ດິງນຸບ (ຫຼືມັກເອີ້ນວ່ານັກວິລະຊົນນຸບ) ແມ່ນບຸກຄົນທີ່ມີຊື່ງສຽງໃນປະຫວັດສາດຫວຽດນາມ, ແມ່ນຊາວເຜົ່າບານາ, ອະດີດສະມາຊິກສະພາແຫ່ງຊາດ, ກຳມະການຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊຸດທີ 6. ໃນໄລຍະຕໍ່ຕ້ານຕ້້ານພວກລ່າເມືອງຂຶ້ນຝະລັ່ງຮຸກຮານ, ນັກວິລະຊົນ ນຸບ ແລະ ຊາວບ້ານ Stơr ໄດ້ກາຍເປັນເລື່ອງເທບນິຍາຍໃນດວງໃຈຂອງປະຊາຊົນບັນດາເຜົ່າຢູ່ເຂດໄຕງວຽນ, ກາຍເປັນສັນຍາລັກຂອງເຂດໄຕງວຽນແຫ່ງຄວາມພິລະອາດຫານ. ດິງນຸບ ເປັນຊາວເຂດໄຕງວຽນ ຜູ້ທຳອິດ ທີ່ໄດ້ຮັບນາມມະຍົດເປັນນັກວິລະຊົນກຳລັງປະກອບອາວຸດປະຊາຊົນຈາກລັດຫວຽດນາມ. ແຕ່ກ່ອນ, ບັນດາເສັ້ນທາງເຂົ້າໄປເມືອງ Kbang ລ້ວນແຕ່ແມ່ນເສັ້ນທາງໃນປ່າ, ເສັ້ນທາງນ້ອຍ, ໄປມາຍາກທີ່ສຸດ ປະຈຸບັນ, ກໍ່ມີເສັ້ນທາງເຮັດດ້ວຍເບຕົງຜ່ານປ່າແກ່ທີ່ມີຕົ້ນໄມ້ຂຽວອຸ່ມທຸ່ມແຫ່ງຕ່າງໆ. Kon Pne ແລະ Đăk Roong ແມ່ນ 2 ຕາແສງປະສົບກັບຄວາມຫຍຸ້ງຍາກພິເສດ ແລະ ຫ່າງໄກທີ່ສຸດຂອງເມືອງ Kbang. ການຄົມມະນາຄົມບໍ່ອຳນວຍຄວາມສະດວກ, 2 ຕາແສງດັ່ງກ່າວ ເຄີຍຖືກຖືວ່າ ແມ່ນເຂດທີ່ບໍ່ມີການພົວພັນດ້ານການຄ້າ, ເສດຖະກິດແບບກຸ້ມຕົນເອງ. ມາຮອດປະຈຸບັນ, ເສັ້ນທາງລະຫວ່າງຕາແສງ Kon Pne, Đăk Roong ໄດ້ເຊື່ອມຕໍ່ໃສ່ກັບເສັ້ນທາງ ດົງເຈື່ອງເຊີນ (ສາຍພູຫຼວງເບື້ອງຕາເວັນອອກ) ທີ່ໄດ້ຮັບການລົງທຶນກໍ່ສ້າງ, ມີການພົວພັນດ້ານການຄ້າທີ່ສະດວກສະບາຍກ່ວາ. ຈາກນັ້ນ, ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອຊຸກຍູ້ພໍ່ແມ່ປະຊາຊົນຜະລິດສິນຄ້າ, ປູກຕົ້ນໄມ້ປະເພດຕ່າງໆຄື: ກາເຟ, ໝາກພິກໄທ, ໝາກນອດ… ກໍ່ຄ່ອຍໆໄດ້ເປີດກ້ວາງ. ທ່ານດິງນາວ ປະທານຄະນະກຳມະການປະຊາຊົນຕາແສງ Đăk Roong ໃຫ້ຮູ້ວ່າ: ມີເສັ້ນທາງຄົມມະນາຄົມໄປມາສະດວກສະບາຍ, ການຂົນສົ່ງສິນຄ້າ, ໄປມາຫາສູ່ກັນ, ສົ່ງລູກຫຼານໄປຮຽນ, ປະຊາຊົນໄປມາຄ້າຂາຍ, ແລກປ່ຽນສິນຄ້າກໍ່ສະດວກກ່ວາເມື່ອທຽບກັບກ່ອນນີ້. ປະຊາຊົນພວກຂ້າພະເຈົ້າຂໍຂອບອົກຂອບໃຈນຳລັດ ທີ່ໄດ້ລົງທຶນກໍ່ ສ້າ ງເສັ້ນທາງຜ່ານຕາແສງ. ປະຊາຊົນຕາແສງ ເຊີນລາງ ເມືອງ Kbang ກໍ່ມີຄວາມ ເບີກ ບານມ່ວນຊື່ນຍ້ອນ ບັນດາ ເສັ້ນ ທາງເຊື່ອມຕໍ່ໝູ່ບ້ານ ໃສ່ ກັບເສັ້ນທາງຕົ້ນຕໍ ໄປ ຜ່ານຕາແສງ ແມ່ນເສັ້ນທາງດົງເຈື່ອງເຊີນ ລ້ວນແຕ່ໄດ້ຮັບການລົງທຶນຈາກແຫຼ່ງທຶນຂອງໂຄງການຫລຸດຜ່ອນຄວາມທຸກຍາກເຂດໄຕງວຽນ. ທ່ານເລຢຸຍຮອກ ປະຊາຊົນຕາແສງ ເຊີນລາງ ແບ່ງປັນວ່າ: ຂ້າພະເຈົ້າໄດ້ກໍ່ຮ່າງສ້າງຕົວຢູ່ທີ່ນີ້ ມາ ໄດ້ 30 ປີແລ້ວ, ກ່ອນນີ້ເສັ້ນທາງດິນເປັນຕົມ, ລູກຫຼານໄປຮຽນກໍ່ຫຍຸ້ງຍາກ, ປະຊາຊົນໄປມາ ກໍ່ເຊັ່ນດຽວກັນ, ໂດຍສະເພາະແມ່ນໃນລະດູເກັບກ ່ ຽວເຂົ້າ, ມັກ ລົ້ມຕະຫຼອດ. ປະຈຸບັນ, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ ກໍ່ຄືອຳນາດການປົກຄອງທ້ອງຖິ່ນ ແລະ ກໍ່ສ້າງ ເສັ້ນທາງນີ້ໃຫ້ແກ່ປະຊາຊົນ, ປະຊາຊົນມີຄວາມພາກພູມໃຈທີ່ສຸດ. ກ່ອນນີ້, ແຫຼ່ງກຳລັງລົງທຶນໃຫ້ແກ່ພື້ນຖານໂຄງລ່າງຄົມມະນາຄົມຢູ່ທ້ອງຖິ່ນແມ່ນມີຄວາມຈຳກັດພໍສົມຄວນ, ປະຈຸບັນໄດ້ຜັນຂະຫຍາຍໂຄງການຫລຸດຜ່ອນຄວາມທຸກຍາກເຂດໄຕງວຽນ, ເມືອງ Kbang ມີແຫຼ່ງກຳລັງຕື່ມອີກ ເພື່ອ ສົມ ທົບກັບບັນດາລາຍການ, ໂຄງການອື່ນຂອງລັດ ເພື່ອລົງທຶນກໍ່ສ້າງບັນດາ ເສັ້ນ ທາງ ທີ່ ຈຳເປັນສາຍອື່ນໆຢູ່ບັນດາຕາແສງເຂດຫ່າງໄກສອກຫລີກ ຊື່ງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົ ນ ມີການປ່ຽນແປງຫຼາຍພໍສົມຄວນ. ທ່ານເລກົງໂງນ ຮອງປະທານຄະນະກຳມະການປະຊາຊົນເມືອງ Kbang ໃຫ້ຮູ້ວ່າ: ນັບແຕ່ເວລາໂຄງການຫລຸດຜ່ອນຄວາມທຸກຍາກເຂດໄຕງວຽນ ໄດ້ຜັນຂະຫຍາຍຢູ່ເມືອງ Kbang , ຊື່ງໄດ້ລົງທຶນ ແລະ ປະກອບສ່ວນແກ້ໄຂການໄປມາຢ່າງສະດວກສະບາຍໃຫ້ແກ່ປະຊາຊົນ. ໂຄງການຍັງໄດ້ຮັບໃຊ້ການຂົນສົ່ງສິນຄ້າໃຫ້ປະຊາຊົນທຳການຜະລິດ. ສະນັ້ນໂຄງ ກ ານ ຈຶ່ງສາມາດ ແກ້ໄຂບັນຫາ ໄດ້ ໂດຍພື້ນຖານ, ສ້າງເງື່ອນໄຂດ້ານເສດຖະກິດ, ສັງຄົມພັດທະນາ, ລາຍຮັບຂອງປະຊາຊົນໄດ້ຍົກສູງຂຶ້ນ. ໝູ່ບ້ານຕໍ່ຕ້ານ Stơr ເວົ້າສະເພາະ , ເມືອງ K’Bang ເວົ້າລວມ ແມ່ນອູ່ການປະຕິວັດຢູ່ແຂວງຢາລາຍ, ປະຈຸບັນກໍ່ມີໂສມໜ້າໃໝ່ແລ້ວ. K’ban g ແມ່ນ 1 ໃນຈຳນວນ 5 ເມືອງທຳອິດ ໃນ ທົ່ວປະເທດ ຖືກ ລັດຖະບານຄັດເລືອກ ເປັນບ່ອນ ທົດລອງກ່ຽວກັບໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່. ວັນປົດປ່ອຍພາກໃຕ້ຫວຽດນາມ ຢ່າງ ສົມບູນ, ທ້ອນໂຮມ ປະເທດຊາດເປັນເອກະພາບ ໄດ້ຜ່ານພົ້ນໄປ ເປັນເວລາ 45 ປີ ແລ້ວ (30/4/1975 - 30/4/2020), ບ້ານເກີດເມືອງນອນຂອງນັກວິລະຊົນ ນຸບ ກໍ່ ມີການປ່ຽນແປງຫຼາຍແລ້ວ. ບັນດາເສັ້ນທາງສາຍຕ່າງໆໄດ້ຮັບການກໍ່ສ້າງໃໝ່ ຢ່າງ ໃຫ່ຍໂຕ , ສວຍງາມ , ແລະ ກວ້າງ ຂວາງ ຊື່ງພວມເປີດໂອກາດ ເພື່ອໃຫ້ບັນດາໝູ່ບ້ານຢູ່ແຂວງຢາລາຍ ສາມາ ດ ບື ່ ນຕົວຂຶ້ນ, ພັດທະນາເສດຖະກິດສັງຄົມ.
TAG
VOV/VOVworld/ນັກວິລະຊົນ ນຸບ ເສັ້ນທາງດົງເຈື່ອງເຊີນ/ເມືອງ K’Bang/ຕາແສງ Đăk Roong/ຊາວບ້ານ Stơr
Related






