VOV WorldVOV World
ຕະຫລາດພື້ນບ້ານ- ຜະລິດຕະພັນທ່ອງທ່ຽວວົງຄະນາຍາດຢູ່ແຂວງເທື່ອທຽນເຫ້ວ
15/06/2018 09:46
(VOVWORLD) -ສອງປີເທື່ອຫນຶ່ງ ເມື່ອ ໂອກາດ Festival ວຽນມາ, ບັນຍາກາດ ຕະຫລາດພື້ນບ້ານ ແທງຖູຍແຈງ ຫລືເອີ້ນວ່າ ໝູ່ບ້ານ ແທງຕວານ ຢູ່ ຕາແສງ ຖູຍແທງ ເມືອງ ເຮືອງຖູຍ ແຂວງ ເທື່ອທຽນເຫ້ວ ພັດຟົດຟື້ນຂຶ້ນຕື່ມ. ຕະຫລາດພື້ນບ້ານນີ້ ແມ່ນຫນຶ່ງໃນບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ໂດຍຊາວບ້ານ ແທງຖູຍແຈງ ຈັດຕັ້ງ, ສ້າງຄວາມຮູ້ສຶກໃຫ້ນັກທ່ອງທ່ຽວຍາກທີ່ຈະຫລົງລືມໄດ້ເມື່ອມາຢ້ຽມຢາມແຫ່ງນີ້.
ຕະຫລາດພື້ນບ້ານ- ຜະລິດຕະພັນທ່ອງທ່ຽວວົງຄະນາຍາດຢູ່ແຂວງເທື່ອທຽນເຫ້ວ
ຕະຫລາດພື້ນບ້ານຖືກຈັດຂຶ້ນທຸກມື້ໃນໂອກາດດຳເນີນ Festival ເຫ້ວ ນັບແຕ່ປີ 2002 ມາຮອດປະຈຸບັນ, ໃນບໍລິເວນທີ່ກວ້າງໃຫຍ່ ຈາກຫົວບ້ານຕະຫລອດຮອດທ້າຍບ້ານແທງຖູຍແຈງ. ແຕ່ບັນຍາກາດຟົດຟື້ນ ແລະມ່ວນຊື່ນທີ່ສຸດແມ່ນຢູ່ເຂດໃຈກາງບ້ານ, ອ້ອມແອ້ມຂົວດິນຂໍ ແລະ ຫໍພິພິທະພັນວາງສະແດງອຸປະກອນຜະລິດກະສິກຳ ແທງຕວານ. ເມື່ອອອກຈາກເດີນຈອດລົດ ຍ່າງໄປຕາມເສັ້ນທາງເຂົ້າບ້ານ ນັກທ່ອງທ່ຽວອາດຈະໄດ້ຍິນນ້ຳສຽງທີ່ເປັນເອກະລັກສະເພາະຂອງການຂັບບ່າຍຈ່ອຍດັ່ງກ້ອງກັງວານອອກມາຈາກ 22 ຕູບ ອ້ອມແອ້ມຕະຫລາດ.  ນັກທ່ອງທ່ຽວຢ້ຽມຊົມຕະຫລາດພື້ນບ້ານ         ຢູ່ເຂດທາງທິດເຫນືອ ແລະ ທິດໃຕ້ ຂົວດິນຂໍ ແມ່ນໃຈກາງຂອງຕະຫລາດພື້ນບ້ານ ຊື່ງແມ່ນບ່ອນດຳເນີນບັນດາການເຄື່ອນໄຫວຕົ້ນຕໍ ລວມມີ ງານແຂ່ງຂັນຂັບບ່າຍຈອຍ, ງານແຂ່ງຂັນເຮັດເຂົ້າຫນົມ, ປຸງແຕ່ງບັນແກງ, ເຮັດກຸບ, ປັ້ນດິນດາກ… ພ້ອມກັບງານແຂ່ງຂັນຂັບບ່າຍຈອຍນັ້ນ, ບັນຍາກາດຢູ່ເຂດແຂ່ງຂັນຊ່ວງເຮືອທີ່ເປັນມູນເຊື້ອກໍ່ເຕັມໄປດ້ວຍນ້ຳສຽງທີ່ຟົດຟື້ນມ່ວນຊື່ນ.
TAG
VOV/VOVworld/ພື້ນບ້ານ