ໝູ່ບ້ານຫັດຖະກຳຈັກສານເຄື່ອງມືຫາປາທີ່ເປັນມູນເຊື້ອ ຮຶງຮອັກ ຢູ່ ກວ໋າງນິງ
24/07/2020 08:00
(VOVWORLD) -ເຄີຍມີຊ່ວງເວລາໜຶ່ງ, ບັນດາອຸປະກອນຫາປາຄື ເຮືອ, ສຸ່ມ, ໄຊ, ກະດຸ້ງ... ຂອງໝູ່ບ້ານຫັດຖະກຳຈັກສານເຄື່ອງມືຫາປາ ຮຶງຮອັກ ຢູ່ຕາແສງ ນາມຮວ່າ, ເທດສະບານເມືອງກວ໋າງອຽນ, ແຂວງກວ໋າງນິງ ຫວຽດນາມ ມີຊາວປະມົງຢູ່ຫຼາຍທ້ອງຖິ່ນມາຊອກຊື້ເປັນຈຳນວນຫຼາຍ ຈົນເຮັດບໍ່ທັນ. ປັດຈຸບັນ, ອາຊີບຈັກສານເຄື່່ອງມືຫາປາ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກສູນຫາຍໄປ ແຕ່ບັນດາຄອບຄົວຢູ່ ຮຶງຮອັກ ພວມມານະພະຍາຍາມຮັກສາອາຊີບທີ່ເປັນມູນເຊື້ອນີ້ໄວ້.

ເມື່ອມາຢ້ຽມຢາມ ໝູ່ບ້ານ ຮຶງຮອັກ ໃນເດືອນກໍລະກົດ ກໍ່ແມ່ນໄລຍະທີ່ປະຊາຊົນໃນໝູ່ບ້ານຕາກເຮືອທີ່ເຮັດດ້ວຍໄມ້ໄຜ່. ເຮືອທີ່ຂວໍ້າຕາກແດດຢູ່ນັ້ນ ປະຊາຊົນໄດ້ເອົາຢາງໝາກຕອຍມາທາໃສ່ເພື່ອໃຫ້ມັນມີສີດໍາເຫຼື້ອມ ແລະ ເຄື່ອງມືຫາປາປະເພດຕ່າງໆ ກໍ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາຢ້ຽມຢາມຄັ້ງທໍາອິດ. ໝູ່ບ້ານຈັກສານເຄື່ອງມືຫາປາ ຮຶງຮອັກ ມີຊື່ສຽງມານັບຮ້ອຍປີແລ້ວ ດ້ວຍຜະລິດຕະພັນທີ່ເຮັດດ້ວຍໄມ້ໄຜ່, ໄມ້ເຮ້ຍ, ມີຄວາມທົນທານດີ, ງາມຕາ. ພາຍຫຼັງທີ່ໄປເອົາໄມ້ໄຜ່, ໄມ້ເຮ້ຍມາ ແລ້ວຜ່າເປັນເສັ້ນຍາວສາກ່ອນ, ຫຼັງຈາກນັ້ນແມ່ນຂຶ້ນກັບຜະລິດຕະພັນ ແລ້ວຈຶ່ງຕັດໃຫ້ເໝາະສົມ. ເອື້ອຍ ດັ້ງທິທໍ໊າ ໃຫ້ຮູ້ວ່າ ຄອບຄົວເອື້ອຍເຮັດອາຊີບນີ້ມາໄດ້ 3 ເສັ່ນຄົນແລ້ວ. ເຖິງຢ່າງໃດກໍຕາມ, ເຮັດເຮືອໄມ້ໄຜ່ ແມ່ນຍາກ ແລະ ລໍາບາກທີ່ສຸດ ສ່ວນຄຸນນະພາບນັ້ນກໍ່ຂຶ້ນກັບດິນຟ້າອາກາດ. “ເພື່ອສາມາດເຮັດເຮືອລໍາໜຶ່ງ ໄດ້ແມ່ນຕ້ອງຜ່ານຫຼາຍຂັ້ນຕອນ ຄື ເລືອກໄມ້ໄຜ່, ເຫຼົາດີ້ວໄມ້ໄຜ່, ສານໃຫ້ເປັນແຜ່ນ ແລ້ວເຮັດເປັນຂອບເຮືອ, ຫຼັງຈາກນັ້ນຈຶ່ງມັດໃສ່ກັນ, ເອົາຢາງໝາກຕອຍທາໃສ່ ແລ້ວຕາກແດດໃຫ້ແຫ້ງດີ. ເມື່ອກ່ອນ ພໍ່ແມ່ປະຊາຊົນເຮັດນາ ກໍໃຊ້ເຮືອຊະນິດນີ້ໄປກ່ຽວເຂົ້າ, ແຕ່ມາໃນປັດຈຸບັນ ເສັ້ນທາງໄປມາສະດວກສະບາຍແລ້ວ, ເຮືອຊະນິດນີ້ຂາຍໃຫ້ແຕ່ສະເພາະຜູ້ໄປຫາປາຢູ່ຕາມແມ່ນໍ້າ ຫຼື ທະເລ ເທົ່ານັ້ນ”.
TAG
VOV/VOVworld/ເຄື່ອງມືຫາປາ/ໝູ່ບ້ານ ຮຶງຮອັກ/ກວ໋າງນິງ/ໄມ້ໄຜ່/ກະດຸ້ງ/ສຸ່ມ
Related






