VOV WorldVOV World
“ໝູ່​ບ້ານ​ມັກ​ການ​ຮ່ຳ​ຮຽນ​ ຢ໊າວ​ໃບ໋” ຢູ່​ແຫຼມ​ກ່າ​ເມົາ
13/12/2019 10:00
(VOVWORLD) -ມີສະຖານທີ່ແຫ່ງໜຶ່ງຢູ່ຕາແສງ ແຄັງບິນໄຕບັກ, ເມືອງ ເຈິ່ນວັນເທີ່ຍ ແຂວງ ກ່າເມົາ ຊາວທ້ອງຖິ່ນພາກັນເອີ້ນວ່າ “ໝູ່ບ້ານເຫ້ວ” ຊື່ງແມ່ນ 1 ໃນບັນດາແຫ່ງທີ່ມີຜູ້ຮຽນເກັ່ງຫຼາຍຄົນທີ່ມີຊື່ສຽງຂອງແຂວງ ກ່າເມົາ. ຢູ່ບ້ານແຫ່ງນີ້ມີຫຼາຍຄອບຄົວໄດ້ອົບພະຍົບມາຈາກພາກກາງຫວຽດນາມ ເຂົ້າມາກໍ່ຮ່າງສ້າງຕົວ ແລະ ເຂົາເຈົ້າຍັງຮັກສາມູນເຊື້ອດຸໝັ່ນຂະຫຍັນພຽນ, ເອົາໃຈໃສ່ເບິ່ງແຍງການຮ່ຳຮຽນຂອງລູກຫຼານ ເພື່ອສ້າງເປັນຊື່ສຽງຂອງ “ໝູ່ບ້ານມັກການຮ່ຳຮຽນ ຢ໊າວໃບ໋”.
“ໝູ່​ບ້ານ​ມັກ​ການ​ຮ່ຳ​ຮຽນ​ ຢ໊າວ​ໃບ໋” ຢູ່​ແຫຼມ​ກ່າ​ເມົາ
ພາບປະກອບ: VOV   ຄອບຄົວທ່ານ ເຈືອງແທັງບັ່ງ ແມ່ນໜຶ່ງໃນບັນດາຄອບຄົວທີ່ມີມູນເຊື້ອການຮ່ຳຮຽນທີ່ມີຊື່ສຽງ ຢູ່ ໝູ່ບ້ານມັກການຮ່ຳຮຽນ ຢ໊າວໃບ໋” ຂຶ້ນກັບບ້ານ ມຸ້ຍຈ່າມບີ, ຕາແສງ ແຄັງບິນໄຕບັກ. ທ່ານມີລູກທັງໝົດ 5 ຄົນ,  4 ຄົນແມ່ນຜູ້ຮຽນເກັ່ງ ແລະ ປະສົບຜົນສຳເລັດໃນການດຳລົງຊີວິດ. ທ່ານ ບັ່ງ ໃຫ້ຮູ້ວ່າ: ພໍ່ແມ່ຂອງທ່ານແມ່ນຊາວ ກ໋ວາງນາມ, ປີ 1961 ຄອບຄົວທ່ານໄດ້ໄປບຸກເບີກທີ່ດິນເປົາຫວ່າງ ແລະ ມາດຳລົງຊີວິດຢູ່ເຂດປ່າ ອູມິນຮ້າ ແຫ່ງນີ້. ນັບແຕ່ສະໄໝສົງຄາມ, ພໍ່ແມ່ປະຊາຊົນຢູ່ແຫ່ງນີ້ ກໍ່ໄດ້ສ້າງຕູບມຸງຫຍ້າຂຶ້ນ ເພື່ອໃຫ້ລູກຫຼານໄປຮ່ຳຮຽນ. ເມື່ອ “ໂຮງຮຽນ” ຖືກລູກລະເບີດທຳລາຍເປັນຫຼາຍເທື່ອ, ພໍ່ແມ່ປະຊາຊົນກໍ່ສ້າງຂຶ້ນຄືນໃໝ່ເພື່ອໃຫ້ລູກຫຼານສາມາດຮ່ຳຮຽນໄດ້. ນີ້ກໍ່ແມ່ນກຳລັງໜູນເພື່ອໃຫ້ທ່ານ ເຈືອງແທັງບັ່ງ ເອົາໃຈໃສ່ເບິ່ງແຍງການຮ່ຳຮຽນຂອງລູກຕົນ: ພໍ່ ຂອງ ຂ້າ ພະ ເຈົ້າ ແມ່ນ ຜູ້ ລ້ຽງ ດູ ເບິ່ງ ແຍງຂ້າ ພະ ເຈົ້າໃຫ້ ໄດ້ ຮ່ຳ ຮຽນ ເມື່ອ ຄອບ ຄົວ ຍັງ ທຸກ ຍາກ . ເພິ່ນ ສັ່ງ ສອນ ວ່າ ເມື່ອ ມີ ເມຍ ມີ ລູກກໍ່ຕ້ອງ ໃຫ້ ລູກ ໄປ ຮ່ຳ ຮຽນ . ພ້ອມກັບຄອບຄົວທ່ານ ເຈືອງແທັງບັ່ງ ກໍ່ຍັງມີ 55 ຄອບຄົວອື່ນກໍ່ມີບ້ານເກີດເມືອງນອນມາຈາກ ກ໋ວາງນາມ. ເຂົ້າເຈົ້າມີຄວາມດຸໝັ່ນຂະຫຍັນພຽນໃນການບຸກເບີກທີ່ດິນ, ສ້າງດິນແດນແຫ່ງນີ້ນັບແຕ່ໄລຍະເບື້ອງຕົ້ນທີ່ປະສົບກັບຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ. ທ່ານ ຫງວຽນແທັງຈອງ ແບ່ງປັນວ່າ: ຕອນຫາກໍ່ມາຢູ່ໃໝ່, ປະຊາຊົນໄດ້ປູກເຂົ້າພຽງແຕ່ລະດູດຽວເທົ່ານັ້ນ. ປີໃດລະດູເກັບກ່ຽວໄດ້ຮັບຜົນດີກໍ່ແບ່ງເຄິ່ງ, ສ່ວນໜຶ່ງແມ່ນເອົາໄວ້ກິນໃນລະດູຕໍ່ໄປ, ສ່ວນໜຶ່ງຈະຂາຍເອົາເງິນເພື່ອໃຫ້ລູກໄປຮຽນ. ສຳລັບຄອບຄົວທ່ານ ຈອງ, ນອກຈາກການປູກເຂົ້າແລ້ວ, ຜົວເມຍທ່ານຍັງຕ້ອງໄປຫາປາ, ເຮັດວຽກງານຮັບຈ້າງເພື່ອຫາເງິນລ້ຽງລູກຕື່ມອີກ. ປະຈຸບັນ, ລູກຂອງທ່ານ 4 ຄົນກໍ່ໄດ້ເປັນພະນັກງານລັດຖະກອນຢູ່ທ້ອງຖິ່ນ. ລູກຂອງທ່ານກໍ່ພະຍາຍາມລ້ຽງລູກຂອງຕົນເອງເພື່ອສືບທອດຂະບວນການມັກການຮ່ຳຮຽນເໝືອນກັບລຸ້ນກ່ອນໆ. ທ່ານ ຫງວຽນແທັງຈອງ ແບ່ງປັນວ່າ: ຂ້າ ພະ ເຈົ້າມີ ຫຼານ ຝາ ແຟດສອງ ຄົນ , ປີນີ້ ຮຽນຢູ່ ຫ້ອງ ມໍ  5 ແລ້ວ , ຍາມ ໃດ ຜົວ ເມຍ ພວກ ຂ້າ ພະ ເຈົ້າ ກໍ່ ປຸກ ລະ ດົມ ກຳ ລັງ ໃຈ ລູກໃນ ການ ລ້ຽງ ດູ ລູກໃຫ້ ໄດ້ ໄປ ຮຽນຢ່າງ ເຖິງ ຖອງ . ຕາມ ມູນ ເຊື້ອ ມັກ ການ ຮ່ຳ ຮຽ ນຂອງ ຄອບ ຄົວ , ປະ ຈຸ ບັນ , ຫຼານ ສອງ ຄົນ ກໍ່ ເປັນຫຼານ ຄຳ ຮູ້ ແລະ ຮຽ ນເກັ່ງ . ມາຮອດປະຈຸບັນ, “ໝູ່ບ້ານເຫວ້” ມີຜູ້ຮຽນຈົບຈາກມະຫາວິທະຍາໄລ, ວິທະຍາໄລນັບສິບຄົນແລ້ວ, ພິເສດມີບາງຄົນກໍ່ໄດ້ປະລິນຍາເອກ, ປະລິນຍາໂທ,  ປະສົບຜົນສຳເລັດໃນວຽກງານທີ່ແຕກຕ່າງກັນ ແລະ ພ້ອມກັນປະກອບເຫື່ອແຮງສະຕິປັນຍາຂອງຕົນເພື່ອກໍ່ສ້າງບ້ານເກີດເມືອງນອນ. ທ່ານ ບຸ່ຍຈີ໊ງ້ານ ຮອງປະທານຄະນະກຳມະການປະຊາຊົນຕາແສງ ແຄັງບິນໄຕບັກ ໃຫ້ຮູ້ວ່າ: ບ້ານ ມຸ້ຍ ຈ່າມ ບີ ແມ່ນ ບ້ານ ທີ່ ດີ ເດັ່ນ ໃນ ຂະ ບວນ ການ ມັກ ການ ຮ່ຳ ຮຽ ນ , ລະ ອຽດ ແມ່ນ ຄອງ ເໝືອງ ຢ໊າວໃບ໋ ມີ ໝູ່ ບ້ານ ມັກ ການ ຮ່ຳ ຮຽ ນ . ມີຫຼາຍ ຄອບ ຄົວ ໄດ້ ລ້ຽງລູກໃຫ້ ເປັນ ຄົນ ດີ , ປະ ສົບ ຜົນ ສຳ ເລັດ ໃນໜ້າ ທີ່ ວຽກ ງານ ຂອງ ຕົນ . ລຸ້ນກ ອ່ນ ໄດ້ ເອົາ ໃຈ ໃສ່ , ແນະ ນຳ ເພື່ອ ໃຫ້ ລຸ້ນຫຼັງ ບືນ ຕົວ ຂຶ້ນ , ພ້ອມ ກັນ ພັດ ທະ ນາ ການ ຮຽ ນ . ຈາກນັ້ນ , ຂະ ບວນ ການ ຮ່ຳ ຮຽນ ໄດ້ ກຳ ເນີດ ເກີດ ຂຶ້ນ ແລ ະ ຄ່ອຍໆ ພັດ ທະ ນາ . ບໍ່ ພຽງ ແຕ່ ໃນບ້ານ ມຸ້ຍ ຈ່າມ ບີ ເທົ່ານັ້ນ ຫາກ ຍັງໄດ້ ແຜ່ ຂະ ຫຍາຍ ອອກ ໄປສູ່ ບ້ານຕ່າງ ໆ ອີກ ດ້ວຍ . ຍ້ອນມີຄວາມດຸໝັ່ນຂະຫຍັນພຽນໃນການເຮັດເສດຖະກິດ ແລະ ມີຄວາມຕັດສິນໃຈສູງໃນການລ້ຽງລູກໃຫ້ເປັນຄົນດີ, ຜົນສຳເລັດຂອງລູກໆຢູ່ເຂດ ດິນແດນກວາງນາມ ນັ້ນ ໄດ້ຊ່ວຍໃຫ້ລູກຫຼານຂອງຕົນສາມາດບືນຕົວຂຶ້ນ ປະສົບຜົນສຳເລັດໃນເຂດປ່າ ອູມິນຮ້າ ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສ້າງເປັນມູນເຊື້ອມັກການຮ່ຳຮຽນ ແລະ ຊື່ສຽງ ໝູ່ບ້ານມັກການຮ່ຳຮຽນ ຢ໊າວໃບ໋” ໃນທຸກວັນນີ້.
TAG
VOV/VOVworld/ໝູ່​ບ້ານ​ມັກ​ການ​ຮ່ຳ​ຮຽນ​ ຢ໊າວ​ໃບ໊/ກ່າ​ເມົາ