ໝູ່ບ້ານຕາແທງອວາຍ-ເອກອ້າງທະນົງໃຈຕໍ່ມູນເຊື້ອມັກຮຽນ
03/08/2017 17:00
(VOVWORLD) - ຕາແທງອວາຍ ແມ່ນໝູ່ບ້ານທີ່ມີມູນເຊື້ອມັກຮຽນ, ທັງເປັນແຫ່ງທີ່ໄດ້ກຳເນີດຜູ້ມີຄວາມເກັ່ງກ້າສາມາດ ແລະ ມີບຸນຄຸນອັນໃຫຍ່ຫຼວງຕໍ່ປະເທດຊາດ. ໝູ່ບ້ານແຫ່ງນີ້ຍັງມີບັນດານັກກະວີທີ່ມີຊື່ສຽງຢູ່ເມືອງຫຼວງ ທັງລອງ ອີກດ້ວຍ.

ໝູ່ບ້ານ ຕາແທງອວາຍ ໝູ່ບ້ານ ຕາແທງອວາຍ ຍັງມີຊື່ດ້ວຍພາສານົມວ່າແມ່ນໝູ່ບ້ານແກຕໍ໋, ຂຶ້ນກັບຕາແສງ ຕາແທງອວາຍ, ເມືອງ ແທງຈີ່, ຊານນະຄອນ ຮ່າໂນ້ຍ. ໃນສະໄໝສັກດີນາກ່ອນນີ້ໄດ້ກຳນົດວ່າໝູ່ບ້ານໃດມີປະລິຍາເອກແຕ່ 10 ຄົນຂຶ້ນໄປຈະໄດ້ຮັບນາມມະຍົດວ່າໝູ່ບ້ານມັກຮຽນ. ຕາແທງອວາຍ ໄດ້ຮັບການຮັບຮອງວ່າແມ່ນໝູ່ບ້ານມັກຮຽນຍ້ອນມີປະລິຍາເອກ 12 ຄົນ. ນອກນັ້ນຍັງມີປະລິຍາຕີ 27 ຄົນໃນສະໄໝລາຊະວົງ ເລ (ສະຕະວັດທີ 14-17) ແລະ ມີປະລິຍາຕີ 10 ຄົນໃນສະໄໝລາຊະວົງ ຫງວຽນ (ສະຕະວັດທີ 18-19). ທ່ານ ລືວຊວນລອງ, ຜູ້ມີອາຍຸສູງໃນໝູ່ບ້ານ ຕາແທງອວາຍ, ໃຫ້ຮູ້ວ່າ:
TAG
VOV/VOVworld/ມູນເຊື້ອມັກຮຽນ
Related






