VOV WorldVOV World
ຄວາມປະທັບໃຈໝູ່ບ້ານວັດທະນະທຳທ່ອງທ່ຽວວົງຄະນາຍາດ ບ້ານເລິມດົງ ຢູ່ ຮ່າຢາງ
29/06/2018 07:22
(VOVWORLD) -ໃນໄລຍະຜ່ານມາ ດ້ວຍຈຸດໝາຍອະນຸລັກຮັກສາວັດທະນະທຳບັນດາເຜົ່າຢູ່ບໍລິເວນ, ແຂວງ ຮ່າຢາງໄດ້ຂະຫຍາຍຫລາຍໝູ່ບ້ານທ່ອງທ່ຽວວົງຄະນາຍາດ, ໃນນັ້ນ ມີໝູ່ບ້ານວັດທະນະທຳວົງຄະນາຍາດຊາວເຜົ່າໄຕ ຢູ່ ບ້ານ ເລິມດົງ ຕາແສງ ເຟືອງທ້ຽນ, ນະຄອນ ຮ່າຢາງ. ນີ້ບໍ່ພຽງແຕ່ແມ່ນບ່ອນຕ້ອນຮັບ ແລະ ແມ່ນບ່ອນພັກອາໄສໃຫ້ນັກທ່ອງທ່ຽວຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງແມ່ນສະຖານທີ່ເພື່ອໃຫ້ນັກທ່ອງທ່ຽວຕ່າງປະເທດມາຄົ້ນຫາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າອີກດ້ວຍ.
ຄວາມປະທັບໃຈໝູ່ບ້ານວັດທະນະທຳທ່ອງທ່ຽວວົງຄະນາຍາດ ບ້ານເລິມດົງ ຢູ່ ຮ່າຢາງ
ບ້ານເລິມດົງ ຢູ່ ຕາແສງ ເຟືອງທ້ຽນ ຕັ້ງຢູ່ທາງທິດໃຕ້ຂອງນະຄອນ ຮ່າຢາງ ແມ່ນແຫ່ງດຳລົງຊີວິດຂອງຊາວເຜົ່າໄຕ. ບັນດາເຮືອນຮ້ານຢູ່ທີ່ນີ້ແມ່ນຕັ້ງສະຫລັບສັບຊ້ອນລະຫວ່າງທົ່ງນາ, ຮົ່ມໄມ້ທີ່ມີອາຍຸຫຼາຍປີຂຽວເຢັນສະບາຍ. ຍ່າງຕາມເສັ້ນທາງເບຕົງເຂົ້າໄປໃຈກາງຕາແສງ, ຢູ່ທາງໄກ ນັກທ່ອງທ່ຽວສາມາດໄດ້ຍິນສຽງຂັບຮ້ອງພ້ອມກັບບັນດາທຳນອງຂັບແທນທີ່ມ່ວນອ່ອນຊອນຂອງປະຊາຊົນບັນດາເຜົ່າຢູ່ທີ່ນີ້. ສຳລັບປະຊາຊົນຊາວເຜົ່າໄຕ, ບັນດາທຳນອງຂັບແທນແມ່ນສິ່ງທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນ ສະນັ້ນ ແຕ່ລະບ້ານລ້ວນແຕ່ມີສະໂມສອນຂັບແທນ ທັງເປັນການອະນຸລັກຮັກສາ ທັງຖ່າຍທອດໃຫ້ລຸ້ນຫນຸ່ມ ແລະ ເພື່ອແນະນຳໃຫ້ນັກທ່ອງທ່ຽວຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຜົ່າຕົນ. ທ່ານ ຫງວຽນທາຍຮອັກ ຢູ່ ບ້ານເລິມດົງ ໃຫ້ຮູ້ວ່າ:         “ທຳນອງຂັບແທນ, ພິນຕີງແມ່ນສິ່ງທີ່ຂ້າພະເຈົ້າຮູ້ສຶກຈັບອົກຈັບໃຈທີ່ສຸດ. ກ່ອນນີ້ ຂ້າພະເຈົ້າກໍ່ໄດ້ຮຽນຂັບແທນຈາກພໍ່ເຖົ້າ. ປະຈຸບັນ ຂ້າພະເຈົ້າແມ່ນຫົວຫນ້າສະໂມສອນຂັບແທນພິນຕີງເຕົ້າໂຮມຜູ້ອາຍຸສູງໄດ້ 16 ຄົນເຂົ້າຮ່ວມ. ນອກນັ້ນ ຂ້າພະເຈົ້າຍັງແນະນຳໃຫ້ຊາວຫນຸ່ມ, ແມ່ຍິງລຸ້ນຕ່າງໆເຂົ້າຮ່ວມອີກດ້ວຍ.” ປີ 2014, ບ້ານເລິມດົງ ເລີ່ມຕົ້ນການກໍ່ສ້າງໝູ່ບ້ານວັດທະນະທຳທ່ອງທ່ຽວວົງຄະນາຍາດ. ວຽກທຳອິດ ພໍ່ແມ່ປະຊາຊົນໄດ້ກໍ່ສ້າງເສັ້ນທາງເບຕົງ ຈາກທາງຫລວງຮອດຫໍວັດທະນະທຳ ແລະ ເສັ້ນທາງນ້ອຍໄປເຖິງບັນດາຄອບຄົວ. ຕໍ່ມາແມ່ນຮັກສາບັນດາເຮືອນຮ້ານພື້ນເມືອງ, ຮີດຄອງປະເພນີ ແລະ ບັນດາທຳນອງເພງພື້ນເມືອງ. ພາຍຫລັງເກືອບ 3 ປີແຫ່ງການກໍ່ສ້າງ ຕົ້ນເດືອນຕຸລາປີ 2017 ບ້ານເລິມດົງ ໄດ້ຮັບຮອງເປັນໝູ່ບ້ານວັດທະນະທຳທ່ອງທ່ຽວວົງຄະນາຍາດຈາກ ແຂວງ ຮ່າຢາງ. ຕາມທ່ານ ມາຍແທງນາມ, ພະນັກງານຢູ່ບ້ານເລິມດົງໃຫ້ຮູ້ວ່າ: ນັບແຕ່ເມື່ອໄດ້ຮັບການຮັບຮອງແມ່ນໝູ່ບ້ານວັດທະນະທຳທ່ອງທ່ຽວວົງຄະນາຍາດ ມາຮອດປະຈຸບັນ ຈຳນວນແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ມາຢ້ຽມຢາມນັບມື້ນັບເພີ່ມຂຶ້ນ.         “ຢາກດຶງດູດນັກທ່ອງທ່ຽວ ກ່ອນອື່ນໝົດ ແມ່ນກ່ຽວກັບຮີດຄອງປະເພນີ ຍາມໃດກໍ່ຕ້ອງຮັກສາ ເສີມຂະຫຍາຍ. ເມື່ອນັກທ່ອງທ່ຽວພັກອາໄສຢູ່ທີ່ນີ້ ພວກຂ້າພະເຈົ້າມີກອງສິລະປະກອນເພື່ອສະແດງໃຫ້ເຂົາເຈົ້າຊົມ. ນັກທ່ອງທ່ຽວມານີ້ສ່ວນຫລາຍແມ່ນມັກທີ່ສຸດ. ນອກນັ້ນ ນັກທ່ອງທ່ຽວຍັງໄດ້ເຂົ້າຮ່ວມການດຳເນີນຊີວິດປະຈຳວັນກັບຊາວບ້ານເລິມດົງອີກດ້ວຍ.” ບ້ານເລິມດົງ ມີກວ່າ 200 ຄອບຄົວ, ໃນນັ້ນ ມີ 14 ຄອບຄົວຈົດທະບຽນເຮັດບໍລິການທ່ອງທ່ຽວວົງຄະນາຍາດ, 10 ຄອບຄົວມີແຂກມາພັກອາໄສເປັນປະຈຳ. ທ່ານ ດາມດຶກສຽມ ຊື່ງແມ່ນຜູ້ເຮັດບໍລິການທ່ອງທ່ຽວວົງຄະນາຍາດໃຫ້ຮູ້ວ່າ: ຄອບຄົວຂອງທ່ານ ໄດ້ລົງທຶນດ້ວຍມູນຄ່າກວ່າ 1 ຕື້ດົງ ເພື່ອສ້ອມແປງເຮືອນຮ້ານ, ຊື້ວັດຖຸເຄື່ອງຂອງຮັບໃຊ້ນັກທ່ອງທ່ຽວ. ທ່ານແບ່ງປັນວ່າ ບ້ານເລິມດົງ ມີທິວທັດທຳມະຊາດສວຍງາມ ອາກາດປອດໂປ່ງ, ສະຫງົບງຽບ ສະນັ້ນ ນັກທ່ອງທ່ຽວສາກົນມັກມາພັກຜ່ອນ ແລະ ຊອກຮູ້ຈຸດວັດທະນະທຳຂອງຊາວເຜົ່າໄຕຢູ່ບ້ານນີ້.
TAG
VOV/VOVworld/ວົງຄະນາຍາດ/ໝູ່​ບ້ານ​ວັດ​ທະ​ນະ​ທຳ/ຮີດຄອງປະເພນີ