ກອນຕຸມ ບຸກທະລຸໃນການຜະລິດ ແລະ ຈຳໜ່າຍຜະລິດຕະພັນ OCOP
20/01/2022 08:48
(VOVWORLD) -ໂດຍປະຕິບັດຕາມໂຄງການເປົ້າໝາຍແຫ່ງຊາດ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ” OCOP, ປີ 2021 ແຂວງກອນຕຸມ ສ້າງໄດ້ 58 ຜະລິດຕະພັນ, ຍົກຜະລິດຕະພັນ OCOP ທັງໝົດຂອງແຂວງ ຂຶ້ນເປັນ 146 ປະລິດຕະພັນ ແລະ ລ້ວນແຕ່ບັນລຸແຕ່ 3-5 ດາວ. ບໍ່ພຽງແຕ່ເທົ່ານັ້ນ, ໃນສະພາບການຫຍຸ້ງຍາກ, ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19, ບັນດາເຈົ້າຂອງຜະລິດຕະພັນ OCOP, ຂະແໜງມີໜ້າທີ່ຮັບຜິດຊອບຂອງແຂວງກອນຕຸມ ມີການປະດິດຄິດສ້າງຫຼາຍຢ່າງໃນການເຊື່ອມຕໍ່, ຈຳໜ່າຍ, ນຳຜະລິດຕະພັນໄປເຖິງຜູ້ບໍລິໂພກ, ປະກອບສ່ວນປົວແປງຊີວິດການເປັນຢູ່ຂອງ ປຊຊ ໃຫ້ດີຂຶ້ນ.

ຮ້ານແນະນຳຜະລິດຕະພັນ OCOP ແຫ່ງໜຶ່ງຢູ່ນະຄອນກອນຕຸມ (ພາບ: VOV ) ຕາແສງດັກປຊີ ເມືອງດັກຮ່າ ແຂວງກອນຕຸມ ມີຊື່ສຽງດ້ວຍຜະລິດຕະພັນໜໍ່ໄມ້ອົບແຫ້ງ. ປີ 2021, ປຊຊ ໃນຕາແສງໄດ້ຂຸດຄົ້ນ, ປຸງແຕ່ງ ໜໍ່ໄມ້ອົບແຫ້ງໄດ້ປະມານ 12 ໂຕນເພື່ອຂາຍຢູ່ຕະຫຼາດ. ໃນສະພາບໂລກລະບາດໂຄວິດ 19 ມີການຜັນແປຢ່າງສັບສົນ, ຜະລິດຕະພັນ OCOP ໜໍ່ໄມ້ອົບແຫ້ງຂອງຕາແສງດັກປຊີ ຍັງໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ. ຢູ່ຕາມຮ້ານສັບພະສິນຄ້າ, ຜະລິດຕະພັນນີ້ໄດ້ຂາຍດ້ວຍລາຄາ 300.000 ດົ່ງ/ໂລ ແລະ ໂອກາດກ່ອນບຸນປີໃໝ່ປະຈຳຊາດ ແມ່ນຈຸດເວລາທີ່ຈຳໜ່າຍໄດ້ຫຼາຍກ່ວາໝູ່. ຕາມອ້າຍ ອາຊາວ, ບ້ານ ກອນ ປາວ ກລາ ແລ້ວ, ຍ້ອນໄດ້ເຂົ້າຮ່ວມການເຮັດຜະລິດຕະພັນ OCOP ລາຄາຈຶ່ງໄດ້ຍົກສູງຂຶ້ນ, ຊາວກະສິກອນໃນຕາແສງ ມີລາຍຮັບຕື່ມອີກເພື່ອປົວແປງຊີວິດການເປັນຢູ່ຂອງ ປຊຊ ໃຫ້ດີຂຶ້ນ ຈາກນັ້ນ ຈະເອົາໃຈໃສ່ຕໍ່ຜະລິດຕະພັນຂອງຕົນຫຼາຍກ່ວາອີກ: ໂດຍເລີ່ມແຕ່ເດືອນກໍລະກົດ, ປຊຊ ໄປຫາໜໍ່ໄມ້ຢູ່ໃນປ່າ ແລະ ເຮັດໜໍ່ໄມ້ແຫ້ງດ້ວຍຕົນເອງ. ເພື່ອມີຜະລິດຕະພັນສະອາດ, ງາມ, ສາມາດຂາຍໄດ້ລາຄາດີ, ພາຍຫຼັງຫາໜໍ່ໄມ້ມາແລ້ວຕ້ອງປອກເປືອກ ແລະ ຕົ້ມໂດຍທັນທີ. ແລ້ວເອົາມາແຊ່ນ້ຳເຢັນ, ລ້າງໃຫ້ສະອາດ, ຕັດເປັນຕອນ ແລ້ວຕາກແດດ ຫຼືອົບແຫ້ງດ້ວຍຖ່ານຫີນ. ກ່ອນເອົາມາຫຸ້ມຫໍ່ກໍ່ຕ້ອງເລືອກເອົາໂຕມັນແຫ້ງ ແລະ ມີຮູບຊົງງາມດີ, ຜູ້ບໍລິໂພກຈຶ່ງຈະນິຍົມ. ປຊຊ ມີລາຍຮັບຈາກການເຮັດໜໍ່ໄມ້ແຫ້ງ, ສະນັ້ນ ກໍ່ຢາກເຮັດໃຫ້ດີ, ມີຄວາມຮັບຜິດຊອບ. ແນະນຳຜະລິດຕະພັນ OCOP ຂອງເມືອງດັກຮ່າ (ພາບ: VOV ) ປີ 2021, ໃນສະພາບການໂລກລະບາດໂຄວິດ 19 ຍັງມີການຜັນແປຢ່າງສັບສົນ, ບັນດາວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດຂອງແຂວງ ກອນຕຸມ ຍັງສ້າງໄດ້ 58 ຜະລິດຕະພັນ OCOP ດ້ວຍວັດຖຸດິບທີ່ມີຢູ່ທ້ອງຖິ່ນ. ໃນນັ້ນ, ພົ້ນເດັ່ນແມ່ນກຸ່ມຜະລິດຕະພັນປຸງແຕ່ງຈາກໂສມງອກລິງ, ກາເຟ, ໝາກໄມ້… ເອື້ອຍໂຮ່ທິກີມແອວງ ຜູ້ອຳນວຍການບໍລິສັດຫຸ້ນສ່ວນການຄ້າ-ການຜະລິດ ແລະ ການບໍລິການ ເລິມທິ້ງ ຢູ່ເມືອງ ດັກໂຕ ໃຫ້ຮູ້ວ່າ: ທາງບໍລິສັດຫາກໍ່ໄດ້ເຂົ້າຮ່ວມລາຍການ
TAG
VOV/VOVworld/ກອນຕຸມ/ຜະລິດຕະພັນ OCOP/ເມືອງ ດັກໂຕ/ຕາແສງດັກປຊີ ເມືອງດັກຮ່າ/ທ່ານ ຫງວຽນກວາງຮ່ວາ/ເອື້ອຍໂຮ່ທິກີມແອວງ
Related
More






