ລະດູການເກັບກ່ຽວໝາກກະທັນ ຊອັກຈັງ ໄດ້ຮັບຜົນດີ, ມີລາຄາສູງ
12/08/2021 10:15
(VOVWORLD) - ຊາວກະສິກອນຕາແສງທ້ວນຮ່ວາ, ເມືອງເຈົາແທັງ, ແຂວງຊອັກຈັງ ພວມກ້າວເຂົ້າສູ່ລະດູເກັບກ່ຽວໝາກກະທັນ, ພໍ່ແມ່ ປຊຊ ມີຄວາມພາກພູໃຈ ຍ້ອນວ່າ ປະຈຸບັນ, ລາຄາໝາກກະທັນພວມຢູ່ໃນລະດັບສູງ, ພໍ່ຄ້າໄດ້ມາເກັບຊື້ຢູ່ກັບສວນ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ໝາກກະທັນກໍ່ໃຫ້ສະມັດຕະພາບສູງກ່ວາເກົ່າ.

ເກັບກຽວໝາກກະທັນຢູ່ຕາແສງທ້ວນຮວາ ໝາກກະທັນແມ່ນໝາກໄມ້ເຂດຮ້ອນທີ່ໄດ້ປູກຫຼາຍ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ໝາກກະທັນ ຊອັກຈັງ ມີສີຂຽວງາມຕາ, ເມື່ອສຸກແລ້ວກາຍເປັນສີເຫຼືອງສົດ, ມີທາດວີຕາມິນຊີຫຼາຍ, ກອບ, ຫວານກ່ວາໝາກກະທັນຊະນິດອື່ນໆ. ແຕ່ລະປີ, ໝາກກະທັນ ຊອັກຈັງ ຈະເກັບກ່ຽວໄດ້ 2 ຄັ້ງ, ຄັ້ງທີ 1 ແມ່ນລະດູແທ້ຂອງມັນເຊິ່ງເລີ່ມແຕ່ເດືອນມິຖຸນາ ຫາເດືອນສິງຫາ ແລະ ຄັ້ງທີ 2 ແມ່ນແຕ່ເດືອນພະຈິກ ໄປຫາເດືອນທັນວາ. ຄອບຄົວທ່ານ ເລຮ່ວາງມາຍ ຢູ່ບ້ານ ຊາເບົາ, ຕາແສງທ້ວນຮວ່າ, ເມືອງເຈົາແທັງ ມີເນື້ອທີ່ດິນ 4.000 m 2 ປູກຕົ້ນກະທັນ 300 ຕົ້ນ. ປະຈຸບັນ, ສວນໝາກກະທັນຂອງທ່ານ ພວມຢູ່ໃນລະດູເກັບກ່ຽວແຕ່ລະມື້ສາມາດເກັບກ່ຽວໄດ້ແຕ່ 200 ຫາ 300 ໂລ, ລູກຄ້າໄດ້ເກັບຊື້ດ້ວຍລາຄາແຕ່ 15.000 - 25.000 ດົ່ງອີງຕາມແຕ່ລະຊະນິດ. ເພື່ອເພີ່ມສະມັດຕະພາບດ້ານເສດຖະກິດ, ທ່ານ ມາຍ ໄດ້ປູກຕົ້ນກະທັນ ສະຫຼັບໃສ່ກັບຕົ້ນກະທັນຊະນິດໜຶ່ງຂອງ ໄທ ທີ່ໃຫ້ສະມັດຕະພາບສູງ, ສະນັ້ນ ຈຶ່ງໄດ້ເກັບກ່ຽວຕະຫຼອດປີ. ແຕ່ລະມື້, ຂ້າພະເຈົ້າຕ້ອງ ໄດ້ ຫົດນ້ຳ, ເມື່ອຕົ້ນຍັງນ້ອຍ ປະມານເຄິ່ງເດືອນກໍ່ ຈະ ສີດ ຢາຂ້າສັດຕູພືດເທື່ອໜຶ່ງ. ສະມັດຕະພາບແມ່ນຕ້ອງຂຶ້ນກັບດິນຟ້າອາກາດ. ຖ້າດິນຟ້າອາກາດເອື້ອຍອຳນວຍ ກໍ່ ຈະມີສະມັດຕະພາບດີກ່ວາ, ສ່ວນປີໃດ ດິນຟ້າອາກາດ ບໍ່ ເອື້ອອຳນວຍ , ແດດຮ້ອນແກ່ຍາວ ຜົນຜະລິດກໍ່ ຈະບໍ່ໄດ້ຫຼາຍ. ປີນີ້ບັນລຸສະມັດຕະພາບສູງກ່ວາ ເມື່ອທຽບກັບທຸກປີ. ປູກຕົ້ນກະທັນ ຊອັກຈັງ ແມ່ນບໍ່ຍາກ, ພຽງແຕ່ຕ້ອງນຳໃຊ້ເຕັກນິກໃຫ້ຖືກຕ້ອງ, ຕັດຕອນງ່າ, ໃຊ້ຝຸ່ນ, ສີດຢາຂ້າສັດຕູພືດນັ້ນ…ຈຶ່ງຈະບັນລຸສະມັດຕະພາບສູງ. ໝາກທັນແຕ່ລະຕົ້ນຈະເກັບກ່ຽວໄດ້ປະມານ 30-35 ໂລ. ທ່ານ ເຈິ່ນຮ່ວາງຫວູ້, ຢູ່ບ້ານ ຊາເບົາ, ຕາແສງທ້ວນຮວ່າ, ເມືອງເຈົາແທັງ ແມ່ນຜູ້ມີປະສົບການໃນການປູກຕົ້ນກະທັນ ຊອັກຈັງ ເປັນເວລາ 21 ປີ. ໃນເນື້ອທີ່ດິນ 1,5ha, ທ່ານໄດ້ປູກຕົ້ນກະທັນກ່ວາ 1200 ຕົ້ນ. ຄຽງຄູ່ກັນນັ້ນ, ທ່ານໄດ້ລົງທຶນຊື້ຕາໜ່າງມາປົກຄຸມອ້ອມຕົ້ນໝາກກະທັນໄວ້ 100 ຕົ້ນ ເພື່ອຫຼີກລ້ຽງບໍ່ໃຫ້ແມງໄມ້ກິນ, ສະນັ້ນ, ຕົ້ນກະທັນຂອງທ່ານ ຈຶ່ງໃຫ້ສະມັດຕະພາບສູງ ແລະ ຄຸນນະພາບດີ. ທ່ານ ເຈິ່ນຮ່ວາງຫວູ້ ໃຫ້ຮູ້ວ່າ: ຕາມປົກກະຕິແລ້ວ ໃນລະດູ ແລ້ງມັກ ຂາດນ້ຳ ສະນັ້ນຕ້ອງ ໄດ້ ຫົດນ້ຳ ແລະ ໃສ່ ຝຸ່ນໃຫ້ຫຼາຍ ຈຶ່ງຈະດີຕໍ່ ລຳ ຕົ້ນ ແລະ ເປັນ ໝາກຫຼາຍ. ລະດູເກັບ ກ່ຽວ ໝາກກະທັນປີນີ້ ກໍ່ຂາຍໄດ້ລາຄາສູງກ່ວາທຸກປີ ຄືແຕ່ 3000-4000 ດົ່ງ/ໂລ. ເພື່່ອໃຫ້ຕົ້ນກະທັນ ຊອັກຈັງ ມີສົ້ນອອກເປັນປົກກະຕິ ແລະ ຮ່ວມສຳພັນບັນດາຄອບຄົວປູກນັ້ນ, ຕາແສງທ້ວນຮວ່າ ໄດ້ສ້າງຕັ້ງສະຫະກອນໝາກກະທັນ ຊື່ງມີ 16 ຄອບຄົວເຂົ້າຮ່ວມ, ໄດ້ປູກຕົ້ນກະທັນໃນເນື້ອທີ່ດິນເກືອບ 10 ha. ໃນໄລຍະຈະມາເຖິງ, ທາງສະຫະກອນ ຈະຂົນຂວາຍເອົາຄອບຄົວທີ່ຍັງເຫຼືອ ເຂົ້າຮ່ວມສະຫະກອນ ເພື່ອມຸ່ງໄປເຖິງການປູກຕົ້ນກະທັນ ໃຫ້ໄດ້ຕາມມາດຖານ OCOP. ທ່ານ ຮິງແທັງດຶ້ງ ຮອງປະທານຄະນະກຳມະການ ປຊຊ ຕາແສງທ້ວນຮວ່າ ໃຫ້ຮູ້ວ່າ: ໃນ ໄລ ຍະ ຜ່ານ ມາ , ການ ເກັບ ກ່ຽວ ໝາກກະ ທັນ ໃນ ບໍ ລິ ເວນ ຕາ ແສງ ໄດ້ ຮັບ ຜົນ ດີທີ່ ສຸດ . ສະ ເລ່ຍ ແລ້ວ ໃນ ເນື້ອ ທີ່ ດິນ ປູກ ຕົ້ນ ກະ ທັນ 1 ha ການ ເ ກັບ ກ່ຽວ ໝາກ ກະ ທັນ ຈະສ້າງ ລາຍ ຮັບ ໄດ້ ແຕ່ 200-225 ລ້ານ ດົ່ງ . ຄຽງ ຂ້າງນັ້ນ , ແມ່ນໄດ້ ແກ້ ໄຂວຽກ ເຮັດ ງານ ທຳ ໃຫ້ ຜູ້ ອອກ ແຮງ ງານ ຢູ່ ທ້ອງ ຖິ່ນອີກ ດ້ວຍ . ໃນ ໄລ ຍະ ຈະ ມາ ເຖິງ , ພວກ ຂ້າ ພະ ເຈົ້າ ຈະ ສືບ ຕໍ່ ຂົນ ຂວາຍ ພໍ່ ແມ່ ປະຊາຊົນ , ຊາວ ກະ ສິ ກອນ ປັບປຸງ ສວນ ທີ່ບໍ່ ໃຫ້ ປະ ສິດ ທິ ຜົນ ສູງ ເພື່ອປູກ ຊະ ນິດ ຕົ້ນ ໄມ້ ທີ່ ມີ ຄຸນ ຄ່າ ດ້ານ ເສດ ຖະ ກິດ ສູງ , ໃນ ນັ້ນ ມີ ຕົ້ນ ກະ ທັນ . ຄະ ນະ ກຳ ມະ ການ ປ ຊ ຊ ຕາ ແສງ ໄດ້ ສົມ ທົບ ກັບ ຫ້ອງ ການ ກະ ສິ ກຳ ແລະ ພັດ ທະ ນາ ຊົນ ນະ ບົດເມືອງ ຈັດ ຊຸ ດ ຝຶກ ອົບ ຮົມ ຖ່າຍ ຖອດ ວິ ທະ ຍາ ສາດ ເຕັ ກ ນິກ ການ ປູກ ຕົ້ນ ກະ ທັນ ໃຫ້ ແກ່ ປ ຊ ຊ ແລະ ສົມ ທົບ ກັບ ຂະ ແໜງ ທີ່ ກ່ຽວ ຂ້ອງ ເພື່ອ ຊອກ ຫາ ສົ້ນ ອອກ ແລະ ສ້າງ ຮູບ ແບບ ຮ່ວມ ສຳ ພັນ ເພື່ອ ຮັບ ຊື້ ຜະ ລິດ ຕະ ພັນ ໃຫ້ ແກ່ ປ ຊ ຊ , ເຮັດ ໃຫ້ ເຂົາ ເຈົ້າ ມີ ຄວາມ ອຸ່ນ ອ່ຽນ ໃຈ ທຳ ການ ຜະ ລິດ . ຕາແສງ ທ້ວນຮວ່າ ມີ 24 ຄອບຄົວປູກຕົ້ນກະທັນ, ສ່ວນຫຼາຍແມ່ນຢູ່ບ້ານ ຊາເບົາ, ຈ່າແກັງ ແລະ ຈ່າກິດ. ຕົ້ນກະທັນແມ່ນໜຶ່ງໃນບັນດາຕົ້ນໄມ້ຕົ້ນຕໍ ໄດ້ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິ ໃຫ້ແກ່ ປຊຊ ຕາແສງ ທ້ວນຮວ່າ.
TAG
VOV/VOVworld/ຕົ້ນກະທັນ ຊອັກຈັງ/ທ່ານ ເລຮ່ວາງມາຍ ຢູ/ບ້ານ ຊາເບົາ/ຕາແສງທ້ວນຮວ່າ/ເມືອງເຈົາແທັງ
Related
More






