VOV WorldVOV World
ມາດ​ຕະການ​ພັດທະນາ​ກະສິກໍາ ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ ​ແລະ ນໍ້າ​ທະ​ເລ​ຊຶມ
17/07/2020 09:00
(VOVWORLD) -ໄພແຫ້ງແລ້ງ ແລະ ນໍ້າທະເລຊຶມທີ່ຫາເກີດຂຶ້ນຫວ່າງແລ້ວນີ້ ໄດ້ກໍ່ຜົນສະທ້ອນຢ່າງໜັກໜ່ວງເຖິງການຜະລິດ, ການດໍາລົງຊີວິດຂອງປະຊາຊົນຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ເຖິງຢ່າງໃດກໍຕາມ, ຜ່ານເຫດໄພແຫ້ງແລ້ງ ແລະ ນໍ້າທະເລຊຶມຄັ້ງນີ້ ກໍຖອດຖອນໄດ້ບົດຮຽນ ແລະ ບັນດາວິທີເຮັດທີ່ລະອຽດ ເພື່ອໃຫ້ອໍານາດການປົກຄອງ ແລະ ປະຊາຊົນຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຮັບມືກັບໄພທໍາມະຊາດ ໃນໄລຍະຈະມາເຖິງໄດ້ຢ່າງມີປະສິດທິຜົນ.
ມາດ​ຕະການ​ພັດທະນາ​ກະສິກໍາ ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ ​ແລະ ນໍ້າ​ທະ​ເລ​ຊຶມ
          ການຜະລິດກະສິກໍາ ຍັງໄດ້ຮັບຖືວ່າ ແມ່ນຂົງເຂດເສດຖະກິດຈຸດສຸມຂອງເຂດ, ຕ້ອງສຸມໃສ່ພັດທະນາ, ສິ່ງດັ່ງກ່າວ ຮຽກຮ້ອງຕ້ອງມີບັນດາມາດຕະການພື້ນຖານ ເພື່ອຮັບມືກັບໄພແຫ້ງແລ້ງ ແລະ ນໍ້າທະເລຊຶມຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ເຊິ່ງເກີດຂ້ຶນທຸກໆປີ. ຕາມການສະຖິຕິແລ້ວ, ທົ່ວເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ມີເນື້ອທີ່ປູກຕົ້ນໄມ້ກິນໝາກເກືອບ 7000 ເຮັກຕາ, ເນື້ອທີ່ລ້ຽງສິນໃນນໍ້າ 8000 ເຮັກຕາ ຖືກເສຍຫາຍ ຈາກໄພແຫ້ງແລ້ງ ແລະ ນໍ້າທະເລຊຶມ ຖ້າຫາກທຽບໃສ່ການເກີດໄພແຫ້ງແລ້ງ ແລະ ນໍ້າທະເລຊຶມໃນປີ 2016, ໄພແຫ້ງແລ້ງ ແລະ ນໍ້າທະເລຊຶມປີນີ້ ໄດ້ແກ່ຍາວເວລາກວ່າ ແຕ່ສົ່ງຜົນເສຍຫາຍໜ້ອຍກວ່າ. ໃນນັ້ນ, ລະດູປູກເຂົ້ານາແຊງຖືກເສຍຫາຍບໍ່ຮອດ 3% ເມື່ອທຽບໃສ່ເນື້ອທີ່ຫວ່ານກ້າທັງໝົດ. ທ່ານ ຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ຖືວ່າ ບັນດາມາດຕະການໂດຍທ້ອງຖິ່ນຕ່າງໆໃນເຂດໄດ້ຜັນຂະຫຍາຍຄື: ການປ່ຽນເວລາຫວ່ານກ້າຕາມທິດຫຼີກລ້ຽງໄລຍະນໍ້າທະເລຊຶມ, ຫັນປ່ຽນຜົນລະປູກ ແລະ ສັດລ້ຽງຕາມທິດເໝາະສົມກັບເງື່ອນໄຂຂອງໄພແຫ້ງແລ້ງ ແລະ ນໍ້າທະເລຊຶມນັ້ນ ແມ່ນເສີມຂະຫຍາຍໄດ້ປະສິດທິພາບ, ປະສິດທິຜົນ. ນອກຈາກນັ້ນ, ບັນດາມາດຕະການຄືການ ກໍ່ສ້າງ, ການປະຕິບັດໃຫ້ສໍາເລັດບັນດາກິດຈະກໍາຊົນລະປະທານເພື່ອຄວບຄຸມນໍ້າເຄັມ - ນໍ້າຈືດ ກໍ່ຊ່ວຍໃຫ້ຫຼຸດຜ່ອນຜົນເສຍຫາຍ ຈາກໄພແຫ້ງແລ້ງ ແລະ ນໍ້າທະເລຊຶມທີ່ເປັນເຫດກໍ່ຂຶ້ນໄດ້ ເຊັ່ນດຽວກັນ.         “ທີໜຶ່ງແມ່ນພວກເຮົາຮັບຮູ້ບັນດາສ່ິງທ້າທາຍດັ່ງກ່າວໄດ້ແຕ່ຫົວທີ. ພວກເຮົາໄດ້ປຶກສາຫາລືກ່ຽວກັບມາດຕະການເພື່ອຮັບມື ແລະ ປັບຕົວນັບແຕ່ທ້າຍປີ 2019. ສາຍເຫດທີ່ສອງແມ່ນ ພວກເຮົາໄດ້ຜັນຂະຫຍາຍມາດຕະການຢ່າງຄົບຊຸດ, 5 ກິດຈະກໍາກໍ່ສ້າງເພື່ອຂັງນໍ້າຈືດ - ນໍ້າທະເລໃນກິດຈະກໍາກໍ່ສ້າງລະຫວ່າງເຂດ. ທີສາມ, ພວກເຮົາໄດ້ໝູນໃຊ້ບັນດາມາດຕະການຍາດແຍ່ງເອົາແຫຼ່ງນໍ້າຈືດໄວກວ່າປົກກະຕິໜຶ່ງເດືອນ ແຕ່ສ່ິງສໍາຄັນທີ່ສຸດ ແມ່ນຄວາມເຫັນດີເຫັນພ້ອມຂອງທັງລະບົບການເມືອງ, ພິເສດແມ່ນປະຊາຊົນ.”
TAG
VOV/VOVworld/ໄພແຫ້ງແລ້ງ/ນໍ້າທະເລຊຶມ/ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ