ມື້ວັນເສົາເຂດຊົນນະບົດໃໝ່ຢູ່ພູພຽງ ຢິລິງ - ເລິມດົງ
17/11/2023 03:56
(VOVWORLD) - ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການສ້າງຊົນນະບົດໃໝ່ຢູ່ແຂວງ ເລິມດົງ ພວມໄດ້ຜັນຂະຫຍາຍຢ່າງແຮງ, ດ້ວຍບັນດາວິທີເຮັດຢ່າງມີຫົວຄິດປະດິດສ້າງ ແລະ ແທດຈິງ. ໜຶ່ງໃນນັ້ນແມ່ນຂະບວນການ “ມື້ວັນເສົາເຂດຊົນນະບົດໃໝ່” ຢູ່ເມືອງ ຢີລິງ. ໃນວັນທ້າຍອາທິດ, ພໍ່ແມ່ປະຊາຊົນຢູ່ໝູ່ບ້ານຕ່າງໆຂອງເມືອງ ກໍພາກັນຮ່ວມໄມ້ຮ່ວມມືສ້າງບ້ານເກີດເມືອງນອນ ດ້ວຍການກະທຳທີ່ລະອຽດ.

ຂະບວນການ “ມື້ວັນເສົາເຂດຊົນນະບົດໃໝ່” ຢູ່ເມືອງ ຢີລິງ ມີກຳລັງແຜ່ກະຈາຍຢ່າງແຮງ (ພາບ: VOV) ໃນເສັ້ນທາງປູດ້ວຍເບຕົງທີ່ງາມຕາ, ແລ່ນຜ່ານບັນດາຄຸ້ມບ້ານ, ເຈົ້າກົກເຈົ້າເຫຼົ່າ ເກີແກວ, ຢູ່ບ້ານ ຮ່າງລາງ, ຕາແສງ ຢຸງແຣ, ເມືອງ ຢີລິງ (ເລິມດົງ) ທັງພາພວກຂ້າພະເຈົ້າໄປຢ້ຽມຢາມ, ທັງເຜີຍໃຫ້ຮູ້ດ້ວຍຄວາມດີໃຈວ່າ ໂສມໜ້າຊົນນະບົດຂອງຕາແສງ ໄດ້ປ່ຽນແປງຫຼາຍແລ້ວເມື່ອທຽບໃສ່ເມື່ອກ່ອນ. ຍ້ອນມີເສັ້ນທາງຄົມມະນາຄົມໄປມາຢ່າງສະດວກ, ບັນດາຜະລິດຕະພັນກະເສດຂອງທ້ອງຖິ່ນໄດ້ຂົນສົ່ງໄປມາຢ່າງງ່າຍດາຍ, ໄລຍະຫ່າງລະຫວ່າງໝູ່ບ້ານກັບເຂດໃຈກາງກໍຫຼຸດລົງ… ເຈົ້າກົກເຈົ້າເຫຼົ່າ ເກີແກວ ໃຫ້ຮູ້ວ່າ: “ພໍ່ແມ່ປະຊາຊົນຮັບຮູ້ໄດ້ ເຖິງ ຜົນປະໂຫຍດນີ້ ສະນັ້ນ ກໍ ມີຄວາມເຫັນດີເຫັນພ້ອມ ແລະ ຕອບສະໜອງ. ໃນໄລຍະຜ່ານມາ, ພໍ່ແມ່ປະຊາຊົນຫຼາຍຄົນໄດ້ມອບຕົ້ນໄມ້, ມອບດິນ ແລະ ປະກອບກຳລັງເຫື່ອແຮງ ເພື່ອພ້ອມກັບລັດສ້າງຊົນນະບົດໃໝ່. ລັດໄດ້ໃຫ້ການໜູນຊ່ວຍ ແລະ ພໍ່ແມ່ປະຊາຊົນປະກອບ ສ່ວນ ເຂົ້າຕື່ມເພື່ອເປີດທາງເຂົ້າ ໄປຍັງ ບັນດາເຂດຜະລິດ, ສ້າງເສັ້ນທາງຄົມມະນາຄົມຢູ່ເຂດຊົນນະບົດເພື່ອອຳນວຍຄວາມສະດວກແກ່ການພັດທະນາເສດຖະກິດ, ປະກອບສ່ວນເຮັດໃຫ້ໂສມໜ້າຊົນນະບົດນັບມື້ນັບສວຍງາມກວ່າເກົ່າ” . ໂຄງການສ້າງຊົນນະບົດໃໝ່ ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນອັນແທດຈິງເທົ່ານັ້ນ ຫາກຍັງຊ່ວຍຟື້ນຟູໃຫ້ທຸກໝູ່ບ້ານຂອງເມືອງ ຢິລິງ, ແຂວງ ເລິມດົງ ອີກດ້ວຍ. ຢູ່ບ້ານເຢວ້, ຕາແສງດິງລາກ, ໂຄງການ “ມື້ວັນເສົາເຂດຊົນນະບົດໃໝ່” ໄດ້ຊ່ວຍໃຫ້ໂສມໜ້າຂອງໝູ່ບ້ານມີຄວາມຄືກັນກັບຢູ່ເຂດຕົວເມືອງຢູ່ໃຈກາງ: ເສັ້ນທາງມີດອກໄຟແຈ້ງສະຫວ່າງ, ມີລົດເກັບມ້ຽນຂີ້ເຫຍື້ອ, ເສັ້ນທາງໃນໝູ່ບ້ານ, ຄຸ້ມບ້ານກໍກວ້າງຂວາງ, ຂຽວ, ສະອາດ, ງາມຕາ. ອ້າຍ ເມີ ຮິວ ງວຽນ, ເລຂາໜ່ວຍພັກບ້ານ ເຢວ້ ໃຫ້ຮູ້ວ່າ: “ປັດຈຸບັນ, ຢູ່ບ້ານເຢວ ້ , ພະນັກງານ ແລະ ປະຊາຊົນ ລ້ວນແຕ່ຮ່ວມແຮງຮ່ວມໃຈຕອບສະໜອງໂຄງການ “ມື້ວັນເສົາເຂດຊົນນະບົດໃໝ່”. ຖະໜົນຫົນທາງອ້ອມໝູ່ບ້ານຍາມໃດກໍຂຽວ, ສະອາດ, ງາມຕາ, ຂີ້ເຫຍື້ອໄດ້ເກັບມ້ຽມເປັນປະຈຳ, ດອກໄຟແຄມທາງກໍໄດ້ໃຕ້ ຮຸ່ງ ອ້ອມໝູ່ບ້ານ, ເສັ້ນທາງສ່ວນຫຼາຍໃນໝູ່ບ້ານລ້ວນແຕ່ໄດ້ປູເບຕົງແລ້ວ… ໂສມໜ້າຊົນນະບົດໄດ້ປ່ຽນແປງໃໝ່. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບພັດທະນາດີ ຂຶ້ນ ”.
TAG
VOV/VOVworld/ຢີລິງ/ຊົນນະບົດໃໝ່/ມື້ວັນເສົາເຂດຊົນນະບົດໃໝ່
Related





