ນ້ຳເຜິ້ງດອກສະຣະແຫນ່ ຮ່າຢາງ
02/08/2018 09:43
(VOVWORLD) -ນອກຈາກບັນດາທົ່ງດອກເຂົ້າ ເບຼບັກວີດ (Buckwheat) ທີ່ກວ້າງໃຫຍ່, ເມືອງ ດົງວັນ ແຂວງ ຮ່າຢາງ ຍັງມີຊື່ສຽງດ້ວຍນ້ຳເຜິ້ງດອກສະຣະແຫນ່ ທີ່ມີກີ່ນຫອມຫວນອັນດູດດື່ມ ຊື່ງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ແລະ ຜູ້ບໍລິໂພກເປັນຈຳນວນຫລວງຫລາຍ. ນ້ຳເຜິ້ງດອກສະຣະແຫນ່ ບໍ່ພຽງແຕ່ແມ່ນຜະລິດຕະພັນພິເສດເທົ່ານັ້ນ ຫາກໃນນ້ຳເຜິ້ງແຕ່ລະຢາດນັ້ນຍັງສະແດງໃຫ້ເຫັນຈຸດວັດທະນະທຳ ແລະ ພູມປັນຍາຂອງຊາວທ້ອງຖິ່ນອີກດ້ວຍ.

ນຳ້ເຜິ້ງ ດອກສະຣະແຫນ່ ເມືອງ ດົ່ງວັນ ແຂວງ ຮ່າຢາງ ແຕ່ດົນນານມາແລ້ວ ແມ່ນແຫ່ງທີ່ມີຊື່ສຽງ ເປັນເຂດພູພຽງຫີນ ດ້ວຍພູຜາປ່າໄມ້ໃຫຍ່ໂຕມະໂຫຖານ, ຫີນເປັນຕໍແຫລມຕັ້ງຢູ່ທົ່ວສາຍພູ. ຊຸມປີມໍ່ໆມານີ້ ທ້ອງຖິ່ນນີ້ຍັງມີຄວາມສາມາດບົ່ມຊ້ອນໃຫມ່ອີກຊື່ງໄດ້ຮັບການຄົ້ນພົບ ແລະ ດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວໃນທົ່ວປະເທດ ນັບທັງນັກທ່ອງທ່ຽວສາກົນ ນັ້ນ ແມ່ນຄວາມງາມຂອງທົ່ງດອກເຂົ້າເບຼບັກວີດ ແລະ ດອກສະຣະແຫນ່. ພິເສດ ທົ່ງດອກສະຣະແຫນ່ ນຳມາເຊິ່ງນຳ້ເຜິ້ງປະເພດຫນຶ່ງທີ່ເປັນເອກະລັກສະເພາະຂອງປະຊາຊົນຊົນເຜົ່າຢູ່ແຂວງ ຮ່າຢາງ. ດອກສະຣະແຫນ່ແມ່ນຕົ້ນທີ່ເກີດຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຫລວງຫລາຍຢູ່ເຂດພູຫີນ ດ້ວຍຄວາມສູງປະມານ 2000 ແມັດເມື່ອທຽບໃສ່ຫນ້ານ້ຳທະເລ. ດອກສະຣະແຫນ່ ປະກົດມີຫລາຍຢູ່ບັນດາເມືອງ ກວ໋າງບະ, ອຽນມິງ, ດົ່ງວັນ, ແມ່ວວາກ… ນ້ຳເຜິ້ງດອກສະຣະແຫນ່ ບໍ່ພຽງແຕ່ແມ່ນຜະລິດຕະພັນທີ່ມີຄ່າເທົ່ານັ້ນ ຫາກໃນແຕ່ລະຢາດຂອງມັນຍັງຊ້ອນແຝງທັງວັດທະນະທຳແຫ່ງພູມປັນຍາທ້ອງຖິ່ນຂອງພໍ່ແມ່ປະຊາຊົນ ຊົນເຜົ່າມົ້ງ ແລະ ບັນດາຊົນເຜົ່າອື່ນໆຢູ່ແຂວງ ຮ່າຢາງອີກດ້ວຍ. ເລັດລອດຜ່ານຕາມຊອກຫີນ, ຈັບຕິດຢູ່ດິນພຽງຫນ້ອຍຫນຶ່ງທີ່ຕະຫລອດປີແຫ້ງແລ້ງ, ພັດທົນຢູ່ກັບຄວາມຫນາວຈັດນັ້ນ ແຕ່ປະເພດດອກສະຣະແຫນ່ ຢູ່
TAG
VOV/VOVworld/ດອກສະຣະແຫນ່/ນ້ຳເຜິ້ງ
Related






