ຍູ້ແຮງການປະຢັດພະລັງງານ ແລະ ນໍາໃຊ້ພະລັງງານທົດແທນຢູ່ໝູ່ບ້ານຫັດຖະກໍາ
10/07/2020 02:25
(VOVWORLD) -ການນໍາໃຊ້ພະລັງງານທົດແທນ ແລະ ປະຢັດພະລັງງານພວມຄ່ອຍໆເຜີຍແຜ່ຢູ່ໝູ່ບ້ານຫັດຖະກໍາແຫ່ງຕ່າງໆຂອງຫວຽດນາມ ເພາະໄດ້ນໍາມາເຊິ່ງຜົນປະໂຫຍດແທດຈິງຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ການທະວີຄູນບັນດາຮູບແບບປະຢັດພະລັງງານ, ການນໍາໃຊ້ພະລັງງານທົດແທນຢູ່ໝູ່ບ້ານຫັດຖະກໍາເຫຼົ່ານັ້ນ ຍັງປະສົບກັບສິ່ງທ້າທາຍ ແລະ ຕ້ອງໄດ້ຮັບການຊ່ວຍໜູນຈາກບັນດາອົງການລັດເພື່ອດັດແປງເຄື່ອງຈັກ, ອຸປະກອນ, ກູ້ຢືມທຶນບຸລິມະສິດເພື່ອມາລົງທຶນທໍາການຜະລິດ ແລະ ດໍາເນີນທຸລະກິດ.

ຫວຽດນາມມີໝູ່ບ້ານຫັດຖະກໍາຫຼາຍກວ່າ 5.400 ແຫ່ງ ດ້ວຍກຸ່ມອາຊີບປະມານ 50 ກຸ່ມ, ເຊິ່ງລວມມີ: ຕີເງິນຄໍາ, ຕີເຫຼັກ, ຜະລິດເຈ້ຍ, ພາບຄັດມັນ, ເຄື່ອງປັ້ນດິນເຜົາ, ປັກແສ່ວ, ຈັກສານ, ຕໍາຫູກທໍ່ໄໝ, ພາບພື້ນເມືອງ, ເຄື່ອງເຟີນີເຈີເຮັດດ້ວຍໄມ້, ຫີນ... ບັນດາໝູ່ບ້ານຫັດຖະກໍາເຫຼົ່ານັ້ນ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ໂຄງການກໍ່ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນຕ່າງໆຫຼາຍພໍສົມຄວນ. ປັດຈຸບັນ, ການຜະລິດຢູ່ໝູ່ບ້ານຫັດຖະກໍາຕົ້ນຕໍແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ຜະລິດໃນຄອບຄົວ ຊຶ່ງນໍາໃຊ້ເຄື່ອງຈັກອຸປະກອນທີ່ຫຼ້າຫຼັງ ສະນັ້ນ ທັງສິ້ນເປືອງພະລັງງານ, ທັງກໍ່ມົນລະພິດຕໍ່ສິ່ງແວດລ້ອມ. ມາດຕະການທໍາອິດເພື່ອປະຢັດພະລັງງານແມ່ນ ໝູນໃຊ້ເຕັກໂນໂລຢີ, ຕ່ອງໂສ້ການຜະລິດທີ່ກ້າວໜ້າ ແລະ ທັນສະໄໝ. ທ່ານ ຈິ້ງກວ໊ກດາດ, ຮອງປະທານສະຫະສະມາຄົມໝູ່ບ້ານຫັດຖະກໍາຫວຽດນາມ ໃຫ້ຮູ້ວ່າ: “ບັນດາໝູ່ບ້ານຫັດຖະກໍາໄດ້ປະຢັດພະລັງງານດ້ວຍມາດຕະການທົດແທນບັນດາເຄື່ອງຈັກທີ່ເກົ່າແກ່ຫຼ້າຫຼັງ ແລະ ສິ້ນເປືອງພະລັງງານ, ນໍາໃຊ້ຊອັບແວດັດປັບຄວາມໄວເຄື່ອງຈັກ, ໝູນໃຊ້ແສງສະຫວ່າງຈາກທໍາມະຊາດຢູ່ພາຍໃນໂຮງຈັກ, ໂຮງງານ ເຂົ້າໃນການຜະລິດຢ່າງເໝາະສົມ, ປະຢັດພະລັງງານຢູ່ບັນດາໝູ່ບ້ານຫັດຖະກໍາ, ປະກອບສ່ວນຫຼຸດຜ່ອນການສະໜອງໄຟຟ້າ ແລະ ເຊື້ອເພີງ, ຫຼຸດຜ່ອນການລົງທຶນເຂົ້າຂະແໜງໄຟຟ້າຂອງຊາດລົງ. ການປະຢັດພະລັງງານ ແລະ ການນໍາໃຊ້ພະລັງງານທົດແທນກໍຫຼຸດຜ່ອນຄ່າໃຊ້ຈ່າຍໃນການຜະລິດລົງ”.
TAG
VOV/VOVworld/ໝູ່ບ້ານຫັດຖະກໍາ/ປະຢັດພະລັງງານ/ພະລັງງານທົດແທນ/ໄຟຟ້າ/ສິ້ນເປືອງ
Related






