VOV WorldVOV World
ປະເພນີບູຊາຜູ້ກໍ່ຕັ້ງອາຊີບຢູ່ບັນດາໝູ່ບ້ານຫັດຖະກຳຫວຽດນາມ
22/03/2019 11:31
(VOVWORLD) - ປະເພນີບູຊາຜູ້ກໍ່ຕັ້ງອາຊີບ ແມ່ນມູນເຊື້ອອັນດີງາມຢູ່ບັນດາໝູ່ບ້ານຫັດຖະກຳຫວຽດນາມ, ແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ກໍ່ຕັ້ງອາຊີບ, ສ້າງວຽກເຮັດງານທຳສ້າງອາຊີບໃຫ້ແກ່ປະຊາຊົນໃນບ້ານ. ການບູຊາຜູ້ກໍ່ຕັ້ງອາຊີບກໍ່ແມ່ນຄວາມປາດຖະຫນາຢາກໃຫ້ອາຊີບຫັດຖະກຳພັດທະນາ, ຊ່ວຍໃຫ້ປະຊາຊົນມີຄວາມອີ່ມຫນຳສຳລານສົມບູນພູນສຸກ. ແຕ່ລະປີ ຢູ່ບັນດາໝູ່ບ້ານຫັດຖະກຳລ້ວນແຕ່ຈັດພິທີບູຊາຜູ້ກໍ່ຕັ້ງອາຊີບເພື່ອເຊີດຊູ, ສົມມະນາຄຸນຜູ້ກໍ່ຕັ້ງອາຊີບ.
ປະເພນີບູຊາຜູ້ກໍ່ຕັ້ງອາຊີບຢູ່ບັນດາໝູ່ບ້ານຫັດຖະກຳຫວຽດນາມ
ສາ ລາ ບ້ານກີມ ເງິນຢູ່   ຮ່າ ໂນ້ຍ   ຜູ້ກໍ່ຕັ້ງອາຊີບ ບາງເທື່ອແມ່ນຄົນຜູ້ຫນຶ່ງຫລືເປັນກຸ່ມຄົນກໍ່ຕັ້ງຂຶ້ນແລະ ນຳໄປເຜີຍແຜ່ໃຫ້ປະຊາຊົນໃນບ້ານກ່ຽວກັບອາຊີບຫັດຖະກຳນັ້ນ. ເພາະສະນັ້ນຄົນລຸ້ນຫລັງຍາມໃດກໍ່ເຊີດຊູ, ບູຊາຜູ້ກໍ່ຕັ້ງອາຊີບ. ແລະຜູ້ກໍ່ຕັ້ງອາຊີບ ບາງເທື່ອກໍ່ມີຄວາມຈິງແທ້ໃນປະຫວັດສາດແຕ່ບາງເທື່ອກໍ່ມີມາຕາມການເລົ່າຂານຂອງປະຊາຊົນ. ຫວຽດນາມມີໝູ່ບ້ານຫັດຖະກຳປະມານ 5.400ແຫ່ງ, ໃນນັ້ນມີ 2000 ແຫ່ງແມ່ນໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ. ບັນດາໝູ່ບ້ານຫັດຖະກຳຢູ່ຫວຽດນາມສ່ວນຫລາຍປະຊາຊົນລ້ວນແຕ່ບູຊາຜູ້ກໍ່ຕັ້ງອາຊີບ ເປັນຕົ້ນແມ່ນຢູ່ບັນດາໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ, ມີປະຫວັດຄວາມເປັນມາແຕ່ດົນນານແລ້ວ. ເຖິງຢ່າງໃດກໍຕາມ, ມີໝູ່ບ້ານຫັດຖະກຳຈຳນວນຫນ້ອຍໜຶ່ງຍ້ອນສະພາບການທາງດ້ານພາວະວິໄສ, ປະຫວັດສາດບໍ່ໄດ້ບັນທຶກ “ຕົ້ນກຳເນີດຂອງອາຊີບຫັດຖະກຳໄວ້” ສະນັ້ນປະຊາຊົນໃນບ້ານຈຶ່ງບໍ່ຮູ້ໄດ້ວ່າແມ່ນໃຜເປັນຜູ້ກໍ່ຕັ້ງອາຊີບຫັດຖະກຳເພື່ອມາບູຊາ. ຢູ່ບັນດາໝູ່ບ້ານຫັດຖະກຳຫວຽດນາມ, ປະຊາຊົນໃນບ້ານສາມາດສ້າງຕັ້ງແທ່ນບູຊາຜູ້ກໍ່ຕັ້ງອາຊີບໄວ້ຢູ່ໃນເຮືອນຂອງຕົນແຕ່ສ່ວນຫລາຍແມ່ນສ້າງຕັ້ງເປັນຫໍບູຊາ, ວິຫານ, ຫລືສາລາບ້ານເພືອບູຊາຜູ້ກໍ່ຕັ້ງອາຊີບໃຫ້ບ້ານຕົນ. ພິເສດຢູ່ ໝູ່ບ້ານຫລາຍແຫ່ງ, ຜູ້ກໍ່ຕັ້ງອາຊີບບາງຄົນໄດ້ຮັບການເຄົາລົບແລະແຕ່ງຕັ້ງເປັນເທວະດາຂອງບ້ານ. ປອຫງວຽນວີຂາຍ, ຮອງປະທານສະພາທີ່ປຶກສາສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມໃຫ້ຮູ້ວ່າ: “ ໝູ່ ບ້ານ ຫັດ ຖະ ກຳແລະການ ບູ ຊາຜູ້ກໍ່ ຕັ້ງ ອາ ຊີບ ແມ່ນ ມີ ການພົວພັນກັນຢ່າງ ແຫນ້ນ ແຟ້ນ . ເລື່ອງ ບູ ຊາຜູ້ກໍ່ ຕັ້ງ ອາ ຊີບ ບໍ່ ພຽງ ແຕ່ຢູ່ ຫວຽດ ນາມ ເທົ່າ ນັ້ນຫາກ ຍັງ ມີຢູ່ ຫລາຍ ປະ ເທດ ອີກ ດ້ວຍຄື : ຍີ່ ປຸ່ນ , ຈີນ , ສ ເກົາ ຫລີ … ເລື່ອງ ບູ ຊາຜູ້ກໍ່ ຕັ້ງ ອາ ຊີບ ຢູ່ ຫວຽດ ນາມແມ່ນ ມີ ຄວາມ ທີ່ ເປັນ ເອ ກະ ລັກ ສະ ເພາະ ພິ ເສດນັ້ນ ແມ່ນ ໄດ້ ຕິດ ພັນ ກັບ ບັນ ດາ ງານ ບຸນ , ບັນ ດາ ການ ເຄື່ອນ ໄຫວ ພົບ ປະ ແລກ ປ່ຽນ ລະ ຫວ່າງ ກຸ່ມ ອາ ຊີບ ທີ່ ແຕກ ຕ່າງ ກັນ ເພື່ອ ພ້ອມ ກັນ ຢືນຢົງ ຄົງ ຕົວ ແລະ ພັດ ທະ ນາ .” ຢູ່ ຫວຽດນາມ ຍັງບໍ່ທັນມີຕົວເລກສະຖິຕິໃດຊີໃຫ້ເຫັນວ່າປະຈຸບັນຜູ້ກໍ່ຕັ້ງອາຊີບຫັດຖະກຳມີຈັກຄົນແຕ່ຕາມການຄາດຄະເນແມ່ນປະມານ 130 ຄົນ. ຮ່າໂນ້ຍ ແມ່ນສະຖານທີ່ມີໝູ່ບ້ານຫັດຖະກຳຫລາຍກວ່າໝູ່ໃນທົ່ວປະເທດ. ທ່ານຫງວຽນດຶກໂຕ໊ລືວ, ນັກຄົ້ນຄ້ວາດ້ານປະຫວັດສາດ, ວັດທະນະທຳໃຫ້ຮູ້ວ່າ: “ ຢູ່ ຫວຽດ ນາມເຈົ້າ ຊີ ວິດ ຮຸ່ງແລະລາ ຊີ ນີໄຕ ທຽນ ລັງ ທິ ຕຽວແມ່ນ ບັນ ພະ ບຸ ລຸດກໍ່ ຕັ້ງ ອາ ຊີບ . ຫລັງ ຈາກນັ້ນ ມີ ຜູ້ກໍ່ ຕັ້ງ ອາ ຊີບ ອື່ນ ອີກ ຄື : ຜູ້ກໍ່ ຕັ້ງ ອາ ຊີບ ຫລອມ ທອງ , ຕີ ເຫລັກ , ອາ ຊີບ ຫັດ ຖະ ກຳ .. ສາ ລາ ບ້ານກີມ ເງິນຢູ່ ຮ່າ ໂນ້ຍ ແມ່ນ ບ່ອນ ບູ ຊາ ເຈົ້າ ຊີ ວິດ ຮຸ່ງ , ຊື່ງ ແມ່ນ ຜູ້ ລິ ເລີ່ມ ຫລາຍ ຢ່າງ ໃນ ສະ ໄຫມ ບູ ຮານສອນ ໃຫ້ ປະ ຊາ ຊົນ ຮູ້ ຈັກ ວິ ທີປຸກ ສ້າງ ເຮືອນ , ເຮັດ ກະ ສິ ກຳແລະຂຽນ ຕົວ ຫນັງ ສື ”         ການບູຊາຜູ້ກໍ່ຕັ້ງອາຊີບແມ່ນຮີດຄອງປະເພນີ, ແມ່ນພິທີກຳທີ່ສັກກະລະບູຊາຂອງຊາວບ້ານ. ແຕ່ລະປີພິທີບູຊາຜູ້ກໍ່ຕັ້ງອາຊີບເຄີຍຈັດຕັ້ງໃນວັນສະຫລອງວັນຄ້າຍວັນເກີດຫລືວັນເຖິງແກ່ມໍລະນະກຳຂອງຜູ້ກໍ່ຕັ້ງອາຊີບນັ້ນ, ຖ້າຫາກບໍ່ຮູ້ວັນເກີດຫລືວັນເຖິງແກ່ມໍລະນະກຳຂອງຜູ້ກໍ່ຕັ້ງອາຊີບນັ້ນ, ປະຊາຊົນໃນບ້ານກໍ່ຈະຈັດໃສ່ມື້ຈັດຕັ້ງວັນບຸນຂອງບ້ານ. ຊາວບ້ານເຊື່ອໝັ້ນວ່າການບູຊາຜູ້ກໍ່ຕັ້ງອາຊີບນັ້ນຈະປົກປ້ອງປະຊາຊົນໃນບ້ານອະນຸລັກຮັກສາແລະພັດທະນາອາຊີບຂອງຕົນ. ທ່ານຫູວູງອກຄອຍ, ນາຍຄູ, ທັງເປັນນັກຄົ້ນຄ້ວາວັດທະນະທຳໃຫ້ຮູ້ວ່າ: “ ຄວາມກະຕັນຍູ ແມ່ນ ຕິດ ພັນ ກັບ ການ ບູ ຊາ ຜູ້ກໍ່ ຕັ້ງ ອາ ຊີບ . ເລື່ອງ ບູ ຊາ ບັນ ດາ ຜູ້ກໍ່ ຕັ້ງ ອາ ຊີບ ສະ ແດງ ວ່າແມ່ນ ພວກ ເຮົາ ສະ ແດງ ຄວາ ມ ຮູ້ ບຸ ນ ຄຸນ , ຈາ ລ ຶ ກ ຄຸນ ງາມ ຄວາມ ດີ ຂອງ ຄົນ ລຸ້ນກ ອ່ນທີ່ ໄດ້ ກໍ່ ຕັ້ງ ເປີດຊ່ອງທາງການທຳມາຫາກິນ ໃຫ້ ແກ່ ຕົນ . “ ປະຊາຊົນຫວຽດນາມມີຄຳສຸພາສິດທີ່ວ່າ “ກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນ້ຳ.ບັນດານັກສິລະປະການ, ນາຍຊ່າງມີຄວາມຜູກພັນກັບບ່ອນທີ່ຕົນກຳເນີດແລະໄດ້ຮຽນອາຊີບແຕ່ຍ້ອນສາຍເຫດຜົນໃດຫນຶ່ງນັ້ນຈຶ່ງເຮັດໃຫ້ເຂົາເຈົ້າຕ້ອງອອກຈາກບ້ານເກີດເມືອງນອນໄປດຳລົງຊີວິດຢູ່ບ່ອນອື່ນ ຍາມໃດເຂົາເຈົ້າ ກໍ່ມີສະຕິໃນການຮັກສາອາຊີບ ແລະ ຮີດຄອງປະເພນີບູຊາຜູ້ກໍ່ຕັ້ງອາຊີບຢູ່ບັນດາໝູ່ບ້ານຫັດຖະກຳ ຫວຽດນາມ ແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ຄົນລຸ້ນກ່ອນຂອງຊາວຫວຽດນາມ.
TAG
VOV/VOVworld/ປະເພນີບູຊາຜູ້ກໍ່ຕັ້ງອາຊີບ/ຫວຽດນາມ.