ສ້າງຄວາມເຫັນດີເຫັນພ້ອມໃນການກໍ່ສ້າງຊົນນະບົດໃໝ່ ຢູ່ເຂດພູສູງຮ່າຢາງ
20/08/2015 17:00
ເມົ້າເຢ້ ແມ່ນໜຶ່ງໃນຈຳນວນ 4 ຕາແສງທີ່ເປັນແບບຢ່າງໃນການກໍ່ສ້າງຊົນນະບົດໃໝ່ຂອງເມືອງ ອຽນມິງ, ແຂວງ ຮ່າຢາງ. ເຖິງວ່າແມ່ນຕາແສງພູດອຍໃນເຂດຊາຍແດນທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ. ແຕ່ປະຈຸບັນ, ຕາແສງສາມາດປະຕິບັດສຳເລັດ 13/19 ມາດຖານກໍ່ສ້າງຊົນນະບົດໃໝ່.

(vovworld) - ເມົ້າເຢ້ ແມ່ນໜຶ່ງໃນຈຳນວນ 4 ຕາແສງທີ່ເປັນແບບຢ່າງໃນການກໍ່ສ້າງຊົນນະບົດໃໝ່ຂອງເມືອງ ອຽນມິງ, ແຂວງ ຮ່າຢາງ. ເຖິງວ່າແມ່ນຕາແສງພູດອຍໃນເຂດຊາຍແດນທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ. ແຕ່ປະຈຸບັນ, ຕາແສງສາມາດປະຕິບັດສຳເລັດ 13/19 ມາດຖານກໍ່ສ້າງຊົນນະບົດໃໝ່. ແລະ ສູ້ຊົນຮອດທ້າຍປີນີ້ຈະກາຍເປັນຕາແສງຊົນນະບົດໃໝ່. ບັນລຸໄດ້ຜົນງານນີ້, ແມ່ນຍ້ອນຕາແສງໄດ້ມີບັນດາວິທີເຮັດທີ່ດີ, ເໝາະສົມກັບເງື່ອນໄຂທຳມະຊາດຂອງຕາແສງ… ພ້ອມກັບຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈຂອງພະນັກງານ, ປະຊາຊົນຕາແສງໃນການກໍ່ສ້າງຊົນນະບົດໃໝ່.
TAG
vovworld
ຊົນນະບົດ
Related
More






